ຢ່າງເປັນທາງການກອງປະກວດ Mister Universe Laos ປະກາດກຽມພ້ອມເຊຍໄວ້ເລີຍ ສົ່ງກຳລັງໃຈ ໃຫ້ກັບ ນ້ອງ ເຄວິນ ຊາມູນຕີ ( Kevin Chamonty ) ພ້ອມເຕັມທີ່ ກັບການອອກເດີນທາງ ເປັນໂຕແທນຫນຸ່ມລາວ ສູ່ເວທີ Mister Universe 2025 ດ້ວຍຄວາມພາກພູມໃຈ ເຊິ່ງຈະຮ່ວມປະກວດລະຫວ່າງວັນທີ 10-17 ສິງຫາ 2025 ທີ່ປະເທດອິນເດຍ.
ຫຼ້າສຸດ ເຄວິນ ເປີດເຜີຍວ່າ: ເຄວິນຂໍຂອບໃຈທຸກຄົນທີ່ສະໜັບສະໜູນ ເຄວິນ ມາຕະຫຼອດການເດີນທາງບໍ່ວ່າຈະເປັນອ້າຍຕ້າ, ອ້າຍຍົມ, ທີມງານເບື້ອງຫຼັງ, ຄອບຄົວ, ໝູ່ເພື່ອນ ແລະ ອ້າຍເອື້ອຍນ້ອງທຸກຄົນ ມັນມີຄວາມໝາຍຫຼາຍສຳລັບ ເຄວິນ; ການທີໄດ້ກ້າວໄປສູ່ເວທີລະດັບນານາຊາດ ເຄວິນ ເປັນອີກຄວາມຝັນຫນຶ່ງ ເຄວິນ ຈະແບກພະລັງ, ຄວາມຫວັງ ແລະ ຄວາມຕັ້ງໃຈຂອງທຸກຄົນໄວ້ ບໍ່ວ່າຜົນຈະອອກມາເປັນແບບໃດ ເຄວິນ ພູມໃຈທີ່ໄດ້ເປັນໂຕແທນຂອງຄົນລາວ.
ສໍາລັບ ເຄວິນ ຕົວແທນນຳສະເຫນີແຂວງສາລະວັນ ກ່ອນຈະກາຍເປັນ Mister Universe Laos 2024 ດ້ວຍອາຍຸ 24 ປີ ແລະ ສູງ 178 ຊັງຕີແມັດ ຈົບການສຶກສາປະລິນຍາຕຣີ ສາຂາການຄ້າສາກົນ ຈາກ ເມືອງເຮີເຟີຍ, ແຂວງອ່ານຮຸນ, ສປ ຈີນ ເຊິ່ງກ່ອນໜ້ານີ້ ເຄວິນ ໄດ້ຮັບກຽດເຊີນເປັນແຂກພິເສດ ເຂົ້າຮ່ວມງານ Miss Universe Vietnam 2024 Final Competition ທີ່ ນະຄອນ ໂຮຈີມິນ ປະເທດຫວຽດນາມ ແລະ ປີ 2025 ກໍໄດ້ກາຍເປັນຕົວແທນ ສປປ ລາວ ຮ່ວມລຸ້ນໃນເວທີລະດັບໂລກ Mister Universe 2025 ທີ່ປະເທດອິນເດຍ.
ຂ່າວ: Larh Creators ; ຮູບຈາກ: Kevin Chamonty