ເປີດຊື້-ຂາຍຮຸ້ນ ບໍລິສັດ ຫຼັກຊັບ ລາວ-ຈີນ ມະຫາຊົນ ມູນຄ່າ 155 ກີບ/ຮຸ້ນ

0
118

ປັດຈຸບັນຕະຫຼາດທຶນໃນ ສປປ ລາວ ໄດ້ກັບມາຄຶກຄັກອີກຄັ້ງ, ພາຍຫຼັງເສດຖະກິດຄ່ອຍຟື້ນໂຕຈາກປັດໄຈ ບວກ ທີ່ເຮັດໃຫ້ການລົງທຶນໃນຮຸ້ນ ຫຼື ການຊື້-ຂາຍຮຸ້ນ ເລີ່ມມີແວວທີ່ຈະດີຂຶ້ນໃນຊ້ວງໄລຍະນີ້. ຫຼ້າສຸດ, ບໍລິສັດ ຫຼັກຊັບ ລາວ-ຈີນ ມະຫາຊົນ ໄດ້ເປີດການຊື້-ຂາຍຮຸ້ນຄັ້ງທໍາອິດ (IPO) ຈໍານວນ 111.111.200 ຮຸ້ນ, ລາຄາ 155 ກີບ/ຮຸ້ນແລະ ສາມາດລະດົມທຶນໄດ້ 14.444.456.000 ກີບ. ຖືວ່າເປັນການເປີດສາກທີ່ໜ້າສົນໃຈຫຼາຍສົມຄວນສໍາລັບນັກລົງທຶນຕ່າງໆ.

 

ທ່ານ ລິນລີ່, ຜູ້ອໍານວຍການໃຫຍ່ ບໍລິສັດ ຫຼັກຊັບ ລາວ-ຈີນ ມະຫາຊົນ ກ່າວວ່າ: ບໍລິສັດພວກເຮົາສ້າງ ຕັ້ງຂຶ້ນໂດຍ 3 ຂາຮຸ້ນຄື: ທະນາຄານສົ່ງເສີມກະສິກຳ, ບໍລິສັດຫຼັກຊັບ ປາຊີຟິກ ຮຸ້ນສ່ວນ ຈຳກັດ ແລະ ບໍລິສັດ ລາວອຸດສາຫະກໍາຂໍ້ມູນ-ຂ່າວສານ ຈຳກັດ. ເປັນບໍລິສັດຫຼັກຊັບແຫ່ງທໍາອິດຂອງ ສປ ຈີນ ທີ່ໄດ້ຮັບອະນຸຍາດຈາກຄະນະກໍາມະການຄຸ້ມຄອງຫຼັກຊັບ ສປ ຈີນ ອອກມາຮ່ວມທຶນກັບຕ່າງປະເທດ ເພື່ອດໍາເນີນທຸລະກິດດ້ານຫຼັກຊັບ, ທັງເປັນບໍລິສັດຫຼັກຊັບຮ່ວມທຶນລະຫວ່າງ ລາວ ແລະ ຈີນ ແຫ່ງທຳອິດ ທີ່ໄດ້ຮັບຮອງຈາກຄະນະກໍາມະການຄຸ້ມຄອງຫຼັກຊັບຂອງ ສປປ ລາວ ໃຫ້ດໍາເນີນທຸລະກິດຫຼັກຊັບ ເຕັມຮູບແບບ ແລະ ເປັນບໍລິສັດຫຼັກຊັບແຫ່ງດຽວທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດ ບໍລິຫານກອງທຶນ ສ່ວນບຸກຄົນ.

ທ່ານອະທິບາຍຕື່ມວ່າ: ຕະຫຼອດ 12 ປີຂອງການສ້າງຕັ້ງບໍລິສັດ ພວກເຮົາສາມາດຍາດໄດ້ຜົນງານ ພົ້ນເດັ່ນຫລາຍດ້ານ ເປັນຕົ້ນແມ່ນ: 1). ການສ້າງທີມງານທີ່ມີຄຸນນະພາບທີ່ເປັນຄົນລາວກວມ 90% ແລະ ສ້າງພະນັກງານທີ່ເປັນນັກວິຊາຊີບທຸລະກິດຫຼັກຊັບໄດ້ເປັນຈໍານວນຫຼາຍ; 2). ພັດທະນາທຸລະກິດ ຫຼັກຊັບຫຼັກໃຫ້ມີຄວາມເຂັ້ມແຂງ ແລະ ໜັ້ນຄົງ, ໂດຍສະເພາະແມ່ນເປັນທີ່ປຶກສາດ້ານການເງິນ ແລະ ຕົວແທນຈໍາໜ່າຍພັນທະບັດລັດຖະບານ ນັບແຕ່ທ້າຍປີ 2018 ຮອດທ້າຍປີ 2024 ບລຈ ຮ່ວມກັບ ບໍລິສັດຫຼັກຊັບ BCEL-KT ແລະ LDB-S ຈໍາໜ່າຍພັນທະບັດ ລັດຖະບານໄປແລ້ວ 10.167,6 ຕື້ກີບ, 243,68 ລ້ານໂດຣາ, 8,45 ຕື້ບາດ ແລະ 273,2 ລ້ານຢວນ.

ນອກນັ້ນ, ຍັງເປັນທີ່ປຶກສາດ້ານການເງິນໃນການອອກຈໍາໜ່າຍຮຸ້ນເພີ່ມທຶນ RO/PO ໃຫ້ກັບ BCEL, ລາວໂທລະຄົມ, ຊີມັງລາວ (ປະຈບັນປ່ຽນເປັນບໍລິສັດທ່ອງທ່ຽວ), ລັດວິສາຫະກິດ ໄປສະນີລາວ, ລັດວິສາຫະກິດ ການບິນລາວ ແລະ ຄໍ້າປະກັນການການອອກຈຳໜ່າຍຮຸ້ນເພີ່ມທຶນ RO/PO ໃຫ້ກັບ BCEL, ຄໍ້າປະກັນການອອກຈຳໜ່າຍຮຸ້ນ IPO ໃຫ້ກັບ LCC. ພິເສດໃນປີນີ້,  ໄດ້ເຊັນສັນຍາເປັນ ທີ່ປຶກສາດ້ານການເງິນໃຫ້ກັບທະນາຄານ JDB, ທະນາຄານ BIC ແລະ ບໍລິສັດ ພູສີ ໃນການແຕກຮຸ້ນ.

ຄຽງຄູ່ກັນນັ້ນ, ທ່ານ ສຽວສະຫວາດ ທີລະກຸນ, ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ໄດ້ມີ ຄໍາເຫັນຕື່ມວ່າ: ປັດຈຸບັນ, ຕະຫຼາດຫຼັກຊັບລາວ ມີບໍລິສັດຈົດທະບຽນຊື້-ຂາຍຮຸ້ນແລ້ວ 12 ບໍລິສັດ, ມີມູນຄ່າຕະຫຼາດ 14 ພັນກວ່າຕື້ກີບ, ຊຶ່ງບໍລິສັດຫຼັກຊັບ ລາວ-ຈີນ ມະຫາຊົນ ຖືວ່າເປັນບໍລິສັດທີ 12 ໃນການເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບລາວ.

ພິທີດັ່ງກ່າວ, ຈັດຂຶ້ນໃນວັນທີ 25 ເມສາ 2025 ທີ່ຕະຫຼາດຫຼັກຊັບລາວ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສຸລິສັກ ທຳນຸວົງ, ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ມີບັນດາຜູ້ຕາງໜ້າຈາກບໍລິສັດຫຼັກຊັບ, ບໍລິສັດທີ່ປຶກສາພາຍນອກ, ບັນດາຫົວໜ່ວຍທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

LEAVE A REPLY

Please enter your comment!
Please enter your name here