ຕັ້ງກັນເປັນກຸ່ມແກ້ງຮັບອຸ້ມບຸນ ຢູ່ເຂດເສດຖະກິດພິເສດບໍ່ເຕ່ນ

0
91

ສືບເນື່ອງມາຈາກການໂຄສະນາແມ່ອຸ້ມບຸນຢ່າງໂຈ່ງແຈ້ງຜ່ານສື່ສັງຄົມອອນລານແຕ່ ເດືອນ ກຸມພາ 2025 ຫາ ເດືອນ ມີນາ 2025 ຜ່ານມານີ້, ເຈົ້າໜ້າທີ່ວິຊາສະເພາະ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ສົມທົບກັບ ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງແຂວງຫຼວງນໍ້າທາ ນຳກຳລັງເຂົ້າຈັບກຸມເປົ້າໝາຍ ກຸ່ມແກ້ງຮັບຈ້າງໃຫ້ຖືພາ (ອຸ້ມບຸນ) ດັ່ງກ່າວ ຢູ່ທີ່ໂຮງໝໍເອກະຊົນ ແຫ່ງໜຶ່ງ ສາມາດຈັບກຸມໄດ້ທັງໝົດ 26 ຄົນ, ໃນນີ້ເປັນຄົນສັນຊາດລາວ 21 ຄົນ, ສັນຊາດຈີນ 03 ຄົນ ແລະ ຄົນສັນຊາດມຽນມາ 02 ຄົນ ພ້ອມທັງເຂົ້າກວດຄົ້ນສະຖານທີ່ໃນການສີດໂຕອ່ອນ.

May be an image of 2 people and text

ຜ່ານການກວດຄົ້ນ ພົບເຫັນເຄື່ອງຂອງກາງ ຄອມພິວເຕີ ຈຳນວນ 07 ເຄື່ອງ, ເຄື່ອງກວດເອໂກ ຈຳນວນ 03 ເຄື່ອງ, ຕູ້ປັບອຸນຫະພູມສຳລັບເກັບນໍ້າເຊື້ອ (ອະສຸຈິ) ຈຳນວນ 08 ໜ່ວຍ, ກ້ອງຈຸລະທັດ ຈຳນວນ 05 ເຄື່ອງ, ຖັງເກັບນໍ້າເຊື້ອ ຈຳນວນ 01 ຖັງ, ເຄື່ອງເຈີລີໄບໂອແມັດ (Genea Biomedx), ເຄື່ອງບັນທຶກຂໍ້ມູນ ຈຳນວນ 01 ເຄື່ອງ, ຕຽງສຳລັບສີດນໍ້າເຊື້ອ ແລະ ເກີດລູກ ຈໍານວນ 02 ຕຽງ ພ້ອມທັງເຄື່ອງອຸປະກອນການແພດ ທີ່ໃຊ້ເຂົ້າໃນການສີດໂຕອ່ອນ ເປັນຈຳນວນຫຼາຍ.
ດັ່ງນັ້ນ, ທາງເຈົ້າໜ້າທີ່ ຈຶ່ງໄດ້ນຳຕົວພວກກ່ຽວທັງ 26 ຄົນ ມາດຳເນີນການສືບສວນ-ສອບສວນ.

May be an image of water heater and text

ຜ່ານການສືບສວນ-ສອບສວນ ສາມາດຮູ້ໄດ້ວ່າ ມີແມ່ຍິງຖືພາ ຈຳນວນ 23 ຄົນ, ສັນຊາດ ມ້ຽນ​ມາ 2 ຄົນ, ໃນນີ້ ມີແມ່ຍິງຖືພາທີ່ມີອາຍຸຕໍ່າກວ່າ 18 ປີ ຈຳນວນ 02 ຄົນ ແລະ ຜູ້ຖືກສົງໄສທີ່ເປັນນາຍໜ້າຮັບຈ້າງໃຫ້ຖືພາ ຈຳນວນ 03 ຄົນ (ສັນຊາດຈີນ), ປະຈຸບັນ ເຈົ້າໜ້າທີ່ກຳລັງສືບຕໍ່ຂະຫຍາຍຜົນນຳເອົາກຸ່ມແກ້ງທີ່ຮ່ວມກັນກະທຳຜິດດັ່ງກ່າວ ມາດຳເນີນຄະດີຕາມກົດ ໝາຍ.

ການຮັບຈ້າງໃຫ້ຖືພາ​ແທນ ຫຼື (ອຸ້ມບຸນ) ແມ່ນເປັນການກະທຳຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 215 ການຄ້າມະນຸດ.

May be an image of 1 person, sleepwear and hospital

ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຈຶ່ງຮຽກຮ້ອງ ມາຍັງ​​ພໍ່​ແມ່​ປະຊາຊົນ​ທຸກ​​ເຜົ່າ ໃຫ້ສຶກສາອົບຮົມລູກຫຼານຂອງຕົນເອງ ເພື່ອບໍ່ໃຫ້ຖຶກ ຕົວະ​ຍົວະ, ຊັກ​ຊວນ ຈາກພວກ​ນາຍ​ໜ້າ ຫຼື ຄົນ​ບໍ່​ດີ ​ໄປ​ຮັບ​ຈ້າງ​ຖືພາ​ແທນ ​ແບບ​ບໍ່​ຖືກຕ້ອງ. ຖ້າຫາກພົບເຫັນ ຫຼື ສົງໄສວ່າເປັນການຄ້າມະນຸດ ໃນ​ກໍລະນີ​ໃຫ້​ຖືພາ​ແທນ ໃຫ້ແຈ້ງຂໍ້ມູນມາຫາເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີ ສາຍດ່ວນ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ 1300 ແລະ ເບີວອດແອັບ 020 22881300.

LEAVE A REPLY

Please enter your comment!
Please enter your name here