ສະເຫຼີມສະຫຼອງບຸນປີໃໝ່ລາວ ທົ່ວແຂວງ ບໍລິຄຳໄຊ ມີອຸປະຕິເຫດເກີດຂຶ້ນ 21 ເລື່ອງ, ເສຍຊີວິດ 3

0
42
ເຈົ້າໜ້າທີ່ຕໍາຫຼວດພະແນກຈະລາຈອນ ປກສ ແຂວງ ບໍລິຄໍາໄຊ ໄດ້ລາຍງານໃຫ້ຮູ້ວ່າ ໃນລະຫວ່າງວັນທີ 11-17 ເມສາ 2025, ເຊີ່ງເປັນໄລຍະການສະເຫຼີມສະຫຼອງບຸນປີໄໝ່ລາວ ພສ 2568, ຫຼືເວົ້າວ່າ 7 ວັນອັນຕະລາຍ ທົ່ວແຂວງມີ ອຸປະຕິເຫດເກີດຂຶ້ນທັງໝົດ 21 ເລື່ອງ, ໃນນີ້ ມີຄົນໄດ້ຮັບເຄາະຮ້າຍທັງໝົດ 52 ຄົນ, ເຈັບເລັກນ້ອຍ 13 ຄົນ, ເຈັບສົມຄວນ 11 ຄົນ, ເຈັບສາຫັດ 11 ຄົນ, ເສຍຊີວິດ 3 ຄົນ, ( ເມືອງ ຄຳເກີດ 1 ຄົນ ແລະ ເມືອງທ່າພະບາດ 2 ຄົນ ), ພາຫະນະເປ່ເພທັງໝົດ 40 ຄັນ: ເປ່ເພເລັກນ້ອຍ 13 ຄັນ, ເປ່ເພສົມຄວນ 29 ຄັນ, ສາເຫດຂອງການເກີດອຸປະຕິເຫດແມ່ນເນື່ອງມາຈາກ ນັກຂັບຂີ່ລະເມີດການຈຳກັດຄວາມໄວ 3 ເລື່ອງ, ບໍ່ປ່ອຍສິດ 7 ເລື່ອງ, ປ່ຽນທິດທາງກະທັນຫັນ 1 ເລື່ອງ, ການແຊງບໍ່ຮັບປະກັນ 2 ເລື່ອງ, ເຕັກນີກພາຫະນະບໍ່ຮັບປະກັນ 1 ເລື່ອງ, ຫຼັບໃນ 1 ເລື່ອງ, ເຊິ່ງອຸປະຕິເຫດທີ່ເກີດຂຶ້ນ ທັງໝົດ 21 ເລື່ອງ,
ໃນນີ້ ເກີດຂຶ້ນຢູ່ເມືອງ ປາກຊັນ 1 ເລື່ອງ, ບໍລິຄັນ 1 ເລື່ອງ, ວຽງທອງ 2 ເລື່ອງ, ປາກກະດີງ 5 ເລື່ອງ ແລະ ເມືອງ ຄຳເກີດ 6 ເລື່ອງ; ສົມທຽບໃສ່ ໄລຍະສະເຫຼີມສະຫຼອງບຸນປີໄໝ່ລາວ ພສ 2567 ມີອຸປະຕິເຫດ 11 ຄັ້ງ, ເສຍຊີວິດ 2 ຄົນ, ໄລຍະສະເຫຼີມສະຫຼອງບຸນປີໄໝ່ລາວ ພສ 2568 ມີອຸປະຕິເຫດ 21 ຄັ້ງ, (ເພີ່ມຂຶ້ນ 10 ເລື່ອງ), ເສຍຊີວິດ 3 ຄົນ (ເພີ່ມຂຶ້ນ 1 ຄົນ).
ດັ່ງນັ້ນເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ແຂວງ ບໍລິຄໍາໄຊ ຈຶ່ງຮຽກຮ້ອງມາຍັງບັນດານັກຂັບຂີ່ທຸກໆ ທ່ານຈົ່ງເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນໃຫ້ເຂັ້ມງວດ, ຮັກສາມາລະຍາດໃນການຂັບຂີ່ເຊິ່ງກັນ ແລະ ກັນ ທັງນີ້ກໍເພື່ອປ້ອງກັນຕົນເອງ ແລະ ເພື່ອນຮ່ວມໃຊ້ລົດໃຊ້ຖະໜົນກໍຄືນັກຂັບຂີ່ທຸກຄົນໃຫ້ມີຄວາມປອດໄພ ຫຼີກລ່ຽງຈາກການເກີດອຸປະຕິເຫດທີ່ເຮັດໃຫ້ບາດເຈັບທາງດ້ານສຸຂະພາບ ແລະ ສູນເສຍທາງດ້ານຊັບສິນ ແລະ ຊີວິດຈາການເກີດອຸປະຕິເຫດ ທັງເປັນການປະກອບສວ່ນຢ່າງຕັ້ງໜ້າເຮັດໃຫ້ບັນຫາການເກີດອຸປະຕິເຫດຢູ່ແຂວງບໍລິຄໍາໄຊ ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
ຂ່າວ: ອານຸສົງ.

LEAVE A REPLY

Please enter your comment!
Please enter your name here