ໃນວັນທີ 24 ເມສາ 2025 ທີ່ ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ. ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຕາງໜ້າຈາກບັນດາກະຊວງຂະແໜງການຂອງລັດ ພ້ອມດ້ວຍຕາງ ໜ້າຈາກອົງການສະຫະປະຊາຊາດ ປະຈໍາ ສປປ ລາວ. ພິເສດ, ໃນກອງປະຊຸມຄັ້ງນີ້ໄດ້ຮັບກຽດເຂົ້າຮ່ວມຈາກ ທ່ານ ນາງ ຣາບັບ ຟາຕິມາ, ຮອງເລຂາທິການໃຫຍ່ ອົງການ ສະຫະປະຊາຊາດ, ຜູ້ຕາງໜ້າລະດັບສູງ ອົງການ ສະຫະປະຊາຊາດ ສໍາລັບ ປະເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍກໍາລັງພັດທະນາ ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານໄດ້ເດີນທາງມາປະຕິບັດພາລະກິດ ຢູ່ ສປປ ລາວ ຕາມການເຊື້ອເຊີນຂອງລັດຖະບານ ແຫ່ງ ສປປ ລາວ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວກັບການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ເຊິ່ງໃນທີ່ປະຊຸມໄດ້ຮັບຟັງການນໍາສະເໜີບົດ ກ່ຽວກັບຄວາມຄືບໜ້າ ແລະ ຮ່າງບົດປະເມີນຄວາມພ້ອມຂອງ ສປປ ລາວ ໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026. ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມກໍໄດ້ສົນທະນາແລກປ່ຽນຄໍາເຫັນຕໍ່ບົດນໍາສະເໜີດັ່ງກ່າວ ແລະ ໄດ້ຮັບຟັງຄໍາຄິດເຫັນຂອງ ທ່ານ ຮອງເລຂາທິການໃຫຍ່ອົງການ ສປຊ ກ່ຽວກັບວຽກງານການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ. ສໍາລັບການຈັດຕັ້ງປະຕິບັດແຜນດໍາເນີນງານສະຫະປະຊາຊາດ ສໍາລັບປະເທດດ້ອຍພັດທະນາ, ສປປ ລາວ ໄດ້ເຊື່ອມສານເອົາເນື້ອໃນຈິດໃຈ ແລະ ບັນດາຄາດໝາຍຂອງແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ເປັນຕົ້ນ ແຜນດໍາເນີນງານ ໂດຮາ ໄລຍະປີ 2022-2031 ແລະ ກໍໄດ້ແຕ່ງຕັ້ງຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານດັ່ງກ່າວ.
ໃນການປະເມີນຂອງ ຄະນະກໍາມະການເພ່ື່ອນະໂຍບາຍການພັດທະນາຂອງ ອົງການ ສປຊ (CDP) ປີ 2018, ສປປ ລາວ ສາມາດຜ່ານເກນມາດຖານການປະເມີນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ 2 ໃນ 3 ຂອງເງື່ອນໄຂໄດ້ເປັນເທື່ອທໍາອິດ ແລະ ໃນປີ 2021 ສາມາດຜ່ານເກນໄດ້ເປັນຄັ້ງທີ່ 2 ແລະ ບັນລຸໄດ້ທັງ 3 ເງື່ອນໄຂ. ໃນປີ 2024 ທີ່ຜ່ານມາ, ສປປ ລາວ ຍັງສາມາດສືບຕໍ່ຜ່ານເກນມາດຖານການປະເມີນເປັນຄັ້ງທີສາມ ໂດຍສາມາດຜ່ານໄດ້ ທັງ 03 ເງື່ອນໄຂ ຊຶ່ງໝາຍຄວາມວ່າ ສປປ ລາວ ຍັງຢູ່ໃນທ່ວງທ່າພັດທະນາໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026.
ແຕ່ເນື່ອງຈາກຜົນກະທົບຈາກພະຍາດລະບາດ, ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວິກິດການຕ່າງໆທີ່ເກີດຂຶ້ນໃນພາກພື້ນ ແລະ ໃນໂລກປັດຈຸບັນ, ໄດ້ສົ່ງຜົນກະທົບຕໍ່ ສປປ ລາວ ແລະ ສະພາບການພັດທະນາຂອງໂລກ ອັນໄດ້ສ້າງຄວາມຫຍຸ້ງຍາກສັບສົນ ແລະ ເຮັດໃຫ້ການພັດທະນາດ້ານຕ່າງໆພົບກັບອຸປະສັກ ແລະ ກາຍເປັນບັນຫາທ້າທາຍໃນການຟື້ນຟູເສດຖະກິດ, ໂດຍສະເພາະຕໍ່ກັບການກະກຽມອອກຈາກສະຖານະພາບປະເທດດ້ອຍພັດທະນາຂອງ ສປປ ລາວ ໃນປີ 2026.
ເຖິງແນວໃດກໍຕາມ, ໃນທ້າຍປີ 2023 ລັດຖະບານ ສປປ ລາວ ໂດຍການຮ່ວມມືກັບ ອົງການ ສປຊ ແລະ ຄູ່ຮ່ວມພັດທະນາ ໄດ້ເອົາໃຈໃສ່ໃຫ້ສໍາເລັດການສ້າງແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ແລະ ຫຼັງປີ 2026 (The Lao PDR Smooth Transition Strategy for LDC Graduation in 2026 and beyond) ເຊິ່ງມີເປົ້າໝາຍເພື່ອກຽມຄວາມພ້ອມທີ່ດີ ໃຫ້ ສປປ ລາວ ໃນການອອກຈາກສະຖານະພາບດ້ອຍພັດທະນາ ໃຫ້ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ແລະ ບໍ່ຕົກກັບມາຢູ່ໃນສະຖານະພາບເກົ່າຄືນອີກ. ພ້ອມດຽວກັນນີ້, ໃນປະຈຸບັນ, ສປປ ລາວ ກໍາລັງຮ່າງບົດປະເມີນຄວາມພ້ອມຂອງ ສປປ ລາວ ໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026 ໂດຍການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກ ອົງການ ສປຊ ເພື່ອປະເມີນຄວາມພ້ອມ ທີ່ຈະອອກຈາກສະຖານະພາບດັ່ງກ່າວ ທັງນີ້ກໍເພື່ອແນໃສ່ຮັບປະກັນໃຫ້ມີຄວາມໂລ່ງລ່ຽນ, ມີຄຸນນະພາບ, ຍືນຍົງ ແລະ ບໍ່ກັບຄືນສູ່ສະຖານະພາບເດີມ.
ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງ ພັກ ແລະ ລັດຖະບານ ສປປ ລາວ ແລະ ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນໜັກແໜ້ນ ແລະ ຕັ້ງໜ້າຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍວາລະການພັດທະນາຂອງສາກົນ. ເຖິງຢ່າງໃດກໍຕາມ, ສປປ ລາວ ກໍຍັງມີຄວາມຕ້ອງການການສະໜັບສະໜູນ ແລະ ຊ່ວຍເຫຼືອ ຈາກ ອົງການ ສະຫະປະຊາຊາດ, ອົງການຈັດຕັ້ງສາກົນ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ. ລັດຖະບານ ຮັບຮູ້ວ່າ ສປປ ລາວ ຈະປະເຊີນກັບບັນດາສິ່ງທ້າທາຍ ພາຍຫຼັງການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນອະນາຄົດຢ່າງຫຼີກລຽງບໍ່ໄດ້ ເຊັ່ນ: ການສູນເສຍບາງສິດທິພິເສດດ້ານການຄ້າສໍາລັບປະເທດດ້ອຍພັດທະນາ, ການເຂົ້າເຖິງທຶນຊ່ວຍເຫຼືອລ້າ ແລະ ເງິນກູ້ຢືມທີ່ມີອັດຕາດອກເບ້ຍຕໍ່າ, ການຊ່ວຍເຫລືອທາງການເພື່ອການພັດທະນາ (ODA) ທີ່ຫຼຸດລົງ ແລະ ການສະໜັບສະໜູນທຶນສໍາລັບການເຂົ້າຮ່ວມກອງປະຊຸມສາກົນ. ພ້ອມກັນນັ້ນ, ອັດຕາເພດານການຈ່າຍເງິນພັນທະປະກອບສ່ວນໃຫ້ແກ່ ອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ ສປປ ລາວ ເປັນພາຄີກໍ່ຈະເພີ່ມຂຶ້ນໃນອະນາຄົດ.
ໂດຍຮັບຮູ້ສະພາບເງື່ອນໄຂດັ່ງກ່າວ, ພັກ-ລັດຖະບານ ແລະ ທົ່ວປວງຊົນລາວທັງຊາດ ຍັງສືບຕໍ່ຄວາມ ໝາຍໝັ້ນ ແລະ ເດັດດ່ຽວ, ພ້ອມກັນຮັດແໜ້ນຄວາມເປັນເຈົ້າການ ແລະ ເພີ່ມທະວີການເພິ່ງຕົວເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນທຸກດ້ານໃນຊຸມປີຕໍ່ໜ້າ, ເປັນຕົ້ນແມ່ນການກະກຽມຄວາມພ້ອມທາງດ້ານພື້ນຖານໂຄງລ່າງເສດຖະກິດຂອງປະເທດ, ການສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ, ການຍົກສູງຄວາມອາດສາມາດ ແລະ ສະມັດຖະພາບດ້ານການຜະລິດພາຍໃນ ເພື່ອເພີ່ມຄວາມສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນ.