ສະຫະພັນບານເຕະອາຊຽນ (AFC) ປະກາດຢ່າງເປັນທາງເລືອ 8 ປະເທດເຈົ້າພາບ ສໍາລັບການແຂ່ງຂັນບານເຕະຍິງຊີງແຊັມອາຊີ 2026 ຮອບຄັດເລືອກ ຮຸ່ນອາຍຸບໍ່ເກີນ 20 ປີ ( FC U20 Women’s Asian Cup 2026 Qualifiers ) ເອຊຽນ ຄັບ 2026.
ເຊິ່ງຮອບຄັດເລືອກຈະແຂ່ງຂັນລະຫວ່າງວັນທີ 2 ຫາ 10 ສິງຫາ 2025 ເພື່ອຄັດເອົາທີມເຂົ້າຮອບສຸດທ້າຍ ໂດຍຮອບສຸດທ້າຍຈະໄປແຂ່ງຂັນໃນເດືອນເມສາ 2026 ທີ່ປະເທດໄທ ເປັນເຈົ້າພາບ.
ສໍາລັບ 8 ປະເທດເຂົ້າພາບທີ່ຖືກເລືອກໃຫ້ເປັນເຈົ້າພາບຮອບຄັດເລືອກ ປະກອບມີ:
1. ບູຖານ
2. ສປ ຈີນ
3.ສປປ ລາວ
4. ມາເລເຊຍ
5. ມຽນມາ
6. ທາຈິກິດສະຖານ
7. ອຸດເບກິດສະຖານ
8. ສສ.ຫວຽດນາມ
ສ່ວນຜົນການຈັບຈະຫຼາກ ຈະມີຂຶ້ນໃນໄວໆນີ້