ປີ 2024 ລັດວິສາຫະກິດຖືຮຸ້ນລາວ ມີຜົນກໍາໄລ 49,45 ລ້ານໂດລາ

25 Apr 2025

ຄລິກແຊຣ໌ 0 Facebook WhatsApp

ປີ 2024 ລັດວິສາຫະກິດຖືຮຸ້ນລາວ ຫຼື ລຮລ ສ້າງລາຍຮັບໄດ້ລື່ນແຜນປີ 28,50% ມີກໍາໄລ 49,45 ລ້ານໂດລາ. ໃນ 4 ໂຄງການ ທີ່ ລຮລ ຮ່ວມຖືຮຸ້ນ ສາມາດຜະລິດໄຟຟ້າລວມກັນໄດ້ທັງໝົດ 21.687 ລ້ານກິໂລວັດໂມງ ລວມລາຍຮັບຈາກການຂາຍໄຟຟ້າ 1.289 ລ້ານໂດລາ, ປະຕິບັດພັນທະໃຫ້ລັດຖະບານໄດ້ 98,7 ລ້ານໂດລາ.

ທ່ານ ມານະສິນ ວົງໄຊ ຜູ້ອໍານວຍການລັດວິສາຫະກິດຖືຮຸ້ນລາວ ໄດ້ລາຍງານຜົນສໍາເລັດການດໍາເນີນທຸລະກິດ ປະຈໍາປີ 2024 ໃນກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2024 ແລະ ທິດທາງ – ແຜນການປີ 2025 ທີ່ມີຂຶ້ນເມື່ອບໍ່ດົນມານີ້ວ່າ: ໃນປີ 2024 ສາມາດສ້າງລາຍຮັບໄດ້ 75,99 ລ້ານໂດລາສະຫະລັດ ລື່ນແຜນປີ 28,50%, ທຽບໃສ່ປີ 2023 ເພີ່ມຂຶ້ນ 50,42%, ມີຜົນກໍາໄລ 49,45 ລ້ານໂດລາສະຫະລັດ ທຽບໃສ່ປີ 2023 ເພີ່ມຂຶ້ນ 126,17%.
ນອກຈາກນີ້, ລຮລ ຍັງໄດ້ຊຳລະຕົ້ນທຶນ – ດອກເບ້ຍຕາມສັນຍາກູ້ຢືມຕໍ່ ໃຫ້ກະຊວງການເງິນ 53,08 ລ້ານໂດລາສະຫະລັດ, ປະຕິບັດພັນທະອາກອນຕ່າງໆ 8,22 ລ້ານໂດລາສະຫະລັດ ແລະ ຊຳລະໜີ້ເງິນກູ້ໃຫ້ທະນາຄານທຸລະກິດພາຍໃນປະເທດຕາມສັນຍາ.


4 ໂຄງການທີ່ ລຮລ ຮ່ວມຖືຮຸ້ນ ສາມາດຜະລິດໄຟຟ້າລວມກັນໄດ້ທັງໝົດ 21.687 ລ້ານກິໂລວັດໂມງ ( kWh ) ໃນນັ້ນມີ: ໂຄງການໄຟຟ້ານໍ້າເທີນ 2, ໂຄງການໄຟຟ້າຄວາມຮ້ອນຫົງສາ, ໂຄງການໄຟຟ້າເຊປຽນ – ເຊນໍ້ານ້ອຍ ແລະ ໂຄງການໄຟຟ້ານໍ້າງຽບ 1, ລວມລາຍຮັບຈາກການຂາຍໄຟຟ້າທັງໝົດ 1.289 ລ້ານໂດລາສະຫະລັດ ລວມພັນທະທີ່ໄດ້ມອບໃຫ້ລັດຖະບານ 98,7 ລ້ານໂດລາສະຫະລັດ ( ຄ່າພາກຫຼວງ 39,16 ລ້ານໂດລາສະຫະລັດ, ອາກອນກຳໄລ 42,79 ລ້ານໂດລາສະຫະລັດ ແລະ ຄ່າທໍານຽມແຮ່ທາດ 16,75 ລ້ານໂດລາສະຫະລັດ ).

ໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ພະນັກງານທີ່ມີຜົນງານດີເດັ່ນ ປະຈຳປີ 2024.
ສໍາລັບທິດທາງ – ແຜນການປີ 2025 ລຮລ ຈະພະຍາຍາມສູ້ຊົນໃຫ້ມີລາຍຮັບເພີ່ມຂຶ້ນ, ເອົາໃຈໃສ່ມອບພັນທະອາກອນຕ່າງໆໃຫ້ລັດຖະບານຢ່າງຄົບຖ້ວນ, ຄົ້ນຄວ້າການເຂົ້າຮ່ວມລົງທຶນໃນໂຄງການໃໝ່ ໂດຍສະເພາະແມ່ນສຶກສາຄວາມເປັນໄປໄດ້ໃນການຮ່ວມມືພັດທະນາໂຄງການພະລັງງານສະອາດກັບຕ່າງປະເທດຕື່ມອີກ.

ຄຽງຄູ່ກັນນີ້, ຈະສືບຕໍ່ເອົາໃຈໃສ່ປະຕິບັດວຽກງານຕາມພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງຕົນໃຫ້ດີທີ່ສຸດ ເພື່ອເປັນຫົວໜ່ວຍທຸລະກິດໜຶ່ງຂອງລັດທີ່ມີຄວາມເຂັ້ມແຂງ, ປະກອບສ່ວນສ້າງລາຍຮັບທີ່ໝັ້ນຄົງ, ມີກຳໄລຍືນຍົງ ເພື່ອສົ່ງມອບໃຫ້ລັດຖະບານນັບມື້ຫຼາຍຂຶ້ນຕາມ 5 ວິໄສທັດໃນການຄຸ້ມຄອງບໍລິຫານທຸລະກິດ “ ລົງທຶນຢ່າງມີປະສິດທິຜົນ; ສ້າງຜົນກຳໄລໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້; ສ້າງຄວາມເຊື່ອຖືຈາກສະຖາບັນການເງິນສາກົນ ແລະ ຜູ້ສະໜອງທຶນ; ສ້າງຄວາມເຂັ້ມແຂງໃຫ້ແກ່ອົງກອນຢ່າງຕໍ່ເນື່ອງ; ບໍລິຫານລາຍຮັບ ແລະ ລາຍຈ່າຍຢ່າງໂປ່ງໃສ ”.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ