ລາຄາຄຳຕະຫຼາດໂລກ ແລະ ຄຳຮູບປະພັນ ພາຍໃນປະເທດ ຂຶ້ນລົງແຮງ

25 Apr 2025

ຄລິກແຊຣ໌ 0 Facebook WhatsApp

ເປີດສາກອາທິດທຳອິດ ຫຼັງພັກຍາວບຸນປີໃໝ່ລາວ ລາຄາຄຳຮູບປະພັນພາຍໃນປະເທດ ໄດ້ທະຍານຂຶ້ນຢ່າງວ່ອງໄວ ສ້າງສະຖິຕິສູງສຸດທີ່ລະດັບ 1 ບາດ 36 ລ້ານກີບ ໃນວັນທີ 22 ເມສາ ທ່າມກາງລາຄາຄຳຕະຫຼາດໂລກ ຂຶ້ນສູ່ລະດັບ 3.500 ໂດລາສະຫະລັດຕໍ່ອອນ ຈາກຄວາມກັງວົນຕໍ່ສົງຄາມການຄ້າໂລກທີ່ລຸກລາມ.

ລາຄາຄຳຮູບປະພັນພາຍໃນປະເທດ ອ້າງອີງຮ້ານຄຳພູວົງ ໃນວັນທີ 12 ເມສາ 2025 ກ່ອນປິດພັກຍາວບຸນປີໃໝ່ລາວ ຂາຍອອກຢູ່ທີ່ 1 ບາດ 33.339.000 ກີບ, ຈາກນັ້ນໄດ້ປັບຂຶ້ນສູ່ 33.969.000 ກີບ ໃນວັນທີ 17 ເມສາ ແລະ ຂຶ້ນສູ່ລະດັບສູງສຸດໃນວັນທີ 22 ເມສາ ທີ່ 36.169.000ກີບ. ຈາກນັ້ນກໍໄດ້ຄ່ອຍໆປັບລົງ ໂດຍໃນວັນທີ 24 ເມສາ ມາຢູ່ທີ່ 34.879.000 ກີບ ຫຼື ປັບລົງ 1.290.000 ກີບ ຫຼັງຈາກຂຶ້ນສູ່ລະດັບສູງສຸດ.


ຂະນະທີ່ ທ່ານ ຈັນທະວົງ ພະມີສິດ ຜູ້ອຳນວຍການຮ້ານຄຳພູວົງ, ຮອງປະທານສະມາຄົມຄຳ ເຄື່ອງປະດັບ ແລະ ອັນຍະມະນີລາວ ໂພສຜ່ານເຟສ ບຸ໊ກສ່ວນຕົວວ່າ: ການຊື້ ແລະ ລົງທຶນຄຳ ຄືການຮັກສາມູນຄ່າເງິນ ບໍ່ແມ່ນການພະນັນ. ຖ້າຄິດຈະຊື້ ຕ້ອງເຂົ້າໃຈ ບໍ່ແມ່ນໄປຕາມກະແສ ເພາະຄຳໃຫ້ຜົນຕອບແທນກັບຄົນທີ່ມີ ຄວາມຮູ້ ແລະ ຄວາມເຂົ້າໃຈ ຫຼັງລາຄາຄຳປັ່ນປວນແຮງ ຫຼາຍຄົນຄຳຂຶ້ນແຫ່ຊື້ ຄຳຖືກແຫ່ຂາຍ ມັນຈະເຮັດໃຫ້ຂາດທຶນໄດ້.

ສຳລັບລາຄາຄຳໃນຕະຫຼາດໂລກ ກໍປັ່Ⅷບປ່ວນທີ່ສຸດໃນອາທິດນີ້ ເຊິ່ງລາຄາຄຳປັບຂຶ້ນສູ່ລະດັບ 3.500 ໂດລາຕໍ່ອອນ ໃນວັນທີ 22 ເມສາ, ຈາກນັ້ນກໍຫຼຸດລົງຢ່າງວ່ອງໄວ ໂດຍໃນວັນທີ 23 ເມສາ ລາຄາຄຳຕະຫຼາດ Spot Gold ລົງມາຢູ່ທີ່ 3.382 ໂດລາຕໍ່ອອນ.
ຄຳ ເຊິ່ງເປັນສິນຊັບປອດໄຟ ປັບຂຶ້ນຫຼາຍເຖິງ 33% ແລ້ວໃນປີນີ້ ເນື່ອງຈາກນັກລົງທຶນ ແລະ ທະນາຄານກາງຂອງບັນດາປະເທດຕ່າງໆແຫ່ຊື້ຄຳໄວ້ ທ່າມກາງຄວາມທ້າທາຍຂອງເສດຖະກິດໂລກ ຈາກນະໂຍບາຍພາສີຂອງປະເທດສະຫະລັດອາເມຣິກາ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ