ວິທີປູກຜັກຫອມຊີ ຫຼື ຜັກຊີແບບງ່າຍໆ ໄວ້ກິນ ຫຼື ຂາຍ

24 Apr 2025

ຄລິກແຊຣ໌ 0 Facebook WhatsApp

ຫອມຊີ ຫຼື ຜັກຊີ ເປັນພືດລົ້ມລຸກຕະກູນດຽວກັນກັບຫອມປ້ອມ ( ແຕ່ໃບຈະແຫຼມໆນ້ອຍໆຫຼາຍໃບ ແລະ ເປັນໃບລ້ຽງດ່ຽວ ) ເຊິ່ງມີຄວາມສູງປະມານ 10 – 20 ຊັງຕີແມັດແມ່ນພໍດີງາມ ແລະ ເໝາະແກ່ການກິນ ແຕ່ຖ້າປະໃຫ້ສູງກໍຈະສູງປະມານ 40 – 60 ຊັງຕີແມັດ, ມີປ້ອງໆແບບຊັດເຈນ ແລະ ຈະອອກດອກສີເຫຼືອງ ແລະ ໝາກຈະເປັນເມັດນ້ອຍໆ, ແຫຼມໆ ກິ່ນຫອມທີ່ເປັນເອກະລັກ, ຄົນລາວເຮົານິຍົມເອົາມາໃຊ້ປະກອບໃນການປຸງແຕ່ງອາຫານຄາວ ຫຼື ເອົາມາເປັນຜັກກັບແກ້ມກໍໄດ້.

ไม่มีคำอธิบายรูปภาพ

ດັ່ງນັ້ນ, ມື້ນີ້ຄໍລຳກະສິກຳ ພວກເຮົາຈະມາແນະນຳວິທີປູກຜັກຊີ ແບບງ່າຍໆມານຳສະເໜີ ສາມາດປູກໄວ້ກິນພາຍໃນຄອບຄົວ ຫຼື ຈະປູກເປັນສິນຄ້າໄດ້. ສາມາດປູກໄດ້ກັບຫຼາຍສະພາບດິນ, ສາມາດປູກເປັນໜານ ຫຼື ປູກໃນຖັງກໍໄດ້.

ไม่มีคำอธิบายรูปภาพ

■ ກະກຽມດິນ: ຂຸດ ຫຼື ໄຖ, ຕີດິນໃຫ້ລະອຽດແລ້ວແປງເປັນໜານ ( ຈະປູກໃສ່ຄຸ ແລະ ຖັງ ແມ່ນໃຫ້ໃສ່ດິນປະສົມຝຸ່ນຄອກ ແລະ ຂີ້ແກບ ສາມາດໃຊ້ໄດ້ທັງແກບຈູດ ແລະ ແກບທຳມະດາ ) ຈາກນັ້ນໃຫ້ນຳແກ່ນແນວພັນຜັກຊີ ໄປຫໍ່ຜ້າແລ້ວນຳໄປແຊ່ນ້ຳໄວ້ປະມານ 3 ມື້ 2 ຄືນ ກໍເອົາໄປຫວ່ານລົງໜານທີ່ກຽມໄວ້ ແລ້ວເອົາດິນປົກໄວ້ເລັກໜ້ອຍ, ພ້ອມເອົາເຟືອງປົກໜ້າໜານໄວ້ແບບບາງໆ ຈາກນັ້ນກໍຫົດນໍ້າປົກກະຕິເຊົ້າ – ແລງ.

ไม่มีคำอธิบายรูปภาพ

ຈາກນັ້ນໜຶ່ງເດືອນເຄິ່ງ ( 50 – 60 ວັນ ) ຕົ້ນຜັກຊີ ກໍຈະສູງປະມານ 10 – 20 ຊັງຕີແມັດ ກໍສາມາດເກັບກ່ຽວໄປຂາຍ ຫຼື ກິນໄດ້. ແຕ່ຖ້າຈະປະເອົາແນວພັນມັນກໍຈົ່ງໄວ້ສ່ວນໃດໜຶ່ງ ຫຼື ໜານໃດໜຶ່ງ ປະໄວ້ຫົດນໍ້າບາມື້ຫົດ ຫຼື ອາທິດລະ 1 – 2 ຄັ້ງກໍໄດ້ ປະຈົນຕົ້ນຜັກຊີອອກດອກ ຕໍ່ໄປກໍອອກໝາກ ຫຼື ຄົນລາວເຮົາມັກເອີ້ນວ່າ: ແກ່ນ ຖ້າແກ່ນມັນຕື່ງແລ້ວກໍເຊົາຫົດນໍ້າປະໃຫ້ໝາກມັນແກ່ເຕັມທີ່ ກໍຈະມີສີນໍ້າຕານ, ຈາກນັ້ນກໍເກັບກ່ຽວມາຕາກແລ້ວຫູດເອົາແກ່ນມັນເກັບໄວ້ ເພື່ອຈະປູກໃນຄັ້ງຕໍ່ໄປ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ