ນະໂຍບາຍພາສີຂອງ ອາເມຣິກາ ເຮັດໃຫ້ການຄ້າໂລກປະສົບກັບຄວາມຊຸດໂຊມ

0
137

ອົງການການຄ້າໂລກ ທີ່ມີສຳນັກງານໃຫຍ່ຕັ້ງຢູ່ເຊີແນວ ປະເທດສະວິດ ໄດ້ເປີດເຜີຍບົດລາຍງານ “ ການປະເມີນ ແລະ ສະຖິຕິການຄ້າໂລກ ” ສະບັບຫຼ້າສຸດ ໂດຍສະແດງໃຫ້ເຫັນວ່າ: ນະໂຍບາຍພາສີຂອງອາເມຣິກາ ໄດ້ເຮັດໃຫ້ການຄ້າໂລກ ປະສົບກັບຄວາມຊຸດໂຊມຢ່າງໜັກໜ່ວງ.

อาจเป็นรูปภาพของ 3 คน, ประตูบรันเดินบวร์ค และ ข้อความ

ພາຍໃຕ້ສະຖານະການດ້ານພາສີໃນປັດຈຸບັນ, ຄາດວ່າປະລິມານການຄ້າສິນຄ້າ ປະເພດຈັບຕ້ອງໄດ້ຂອງໂລກ ໃນປີ 2025 ຈະຫຼຸດລົງ 0,2%, ຕ່ຳກວ່າລະດັບທີ່ຄາດຄະເນໄວ້ພາຍໃຕ້ສະພາບທີ່ “ ພາສີໃນລະດັບຕ່ຳ ” ເກືອບ 3%, ການຄ້າສິນຄ້າປະເພດຈັບຕ້ອງໄດ້ຢູ່ເຂດ ອາເມຣິກາເໜືອ ຫຼຸດລົງຫຼາຍກວ່າໝູ່ຢ່າງຈະແຈ້ງ ໂດຍຄາດວ່າການສົ່ງອອກຈະຫຼຸດລົງ 12,6%.

อาจเป็นรูปภาพของ 1 คน, คลอง Panama Canal และ ข้อความ

ບົດລາຍງານລະບຸວ່າ: ມາດຕະການ “ ເກັບພາສີເທົ່າທຽມກັນ ” ແລະ ນະໂຍບາຍທີ່ບໍ່ແນ່ນອນຂອງ ອາເມຣິກາ ໄດ້ສ້າງຜົນກະທົບຕໍ່ໂລກຢ່າງກວ້າງ ຂວາງກວ່າເກົ່າ ຈະເຮັດໃຫ້ການຄ້າໂລກຊຸດໂຊມລົງຢ່າງໜັກໜ່ວງ, ອາດຈະເຮັດໃຫ້ການຄ້າສິນຄ້າປະເພດຈັບຕ້ອງໄດ້ຂອງໂລກ ໃນປີ 2025 ມີລະດັບຫຼຸດລົງເພີ່ມເປັນ 1,5% ແລະ ຈະກະທົບຕໍ່ປະເທດດ້ອຍພັດທະນາທີ່ອາໄສການສົ່ງອອກເຫຼົ່ານັ້ນຢ່າງໜັກໜ່ວງ.

LEAVE A REPLY

Please enter your comment!
Please enter your name here