ທ່ານ ໂດນັນ ທຣັມ ປະທານາທິບໍດີ ສະຫະລັດອາເມຣິກາ ສືບຕໍ່ກົດດັນຕໍ່ທະນາຄານກາງສະຫະລັດອາເມຣິກາ ຫຼື ເຟດ ຮຽກຮ້ອງໃຫ້ຫຼຸດຜ່ອນອັດຕາດອກເບ້ຍ ເພື່ອຫຼີກລ່ຽງຄວາມສ່ຽງພື້ນຖານເສດຖະກິດ ອາເມຣິກາ ຕົກເຂົ້າສູ່ສະພາບຊຸດໂຊມ.
ປະທານາທິບໍດີສະຫະລັດ ໄດ້ຂຽນລົງໃນສື່ສັງຄົມ Truth Social ວ່າ: ຄ່າໃຊ້ຈ່າຍມີທ່າອ່ຽງຫຼຸດລົງຢ່າງແຮງ ແລະ ໄພເງິນເຟີ້ເກືອບຄືວ່າບໍ່ມີແລ້ວ ເຊິ່ງມັນເກີດຂຶ້ນຕາມສິ່ງທີ່ທ່ານໄດ້ຄາດຄະເນ. ເຖິງຢ່າງໃດກໍຕາມ, ທ່ານກໍກ່າວເຕືອນວ່າ ພື້ນຖານເສດຖະກິດ ອາເມຣິກາ ອາດຈະຕົກເຂົ້າສະພາບທີ່ຊັກຊ້າ ຖ້າຫາກ ເຟດ ບໍ່ຫຼຸດອັດຕາດອກເບ້ຍລົງໃນທັນທີ.
ໃນວັນດຽວກັນ, ປະທານທະນາຄານກາງ ກ່າວວ່າ: ບັນດາວິສາຫະກິດ ອາເມຣິກາ ພວມແຮສິນຄ້າໄວ້ ເພື່ອຮັບມືກັບນະໂຍບາຍພາສີອາກອນຂອງທ່ານປະທານາທິບໍດີ ໂດນັນ ທຣັມ ເຊິ່ງເປັນການກະທຳທີ່ອາດຈະສ້າງການເຕີບໂຕເສດຖະກິດ “ ປອມ ” ໃນໄລຍະສັ້ນ, ກ່ອນທີ່ຈະຫຼຸດລົງໃນຕົ້ນລະດູຮ້ອນ.