ສຳນັກຂ່າວຕ່າງປະເທດລາຍງານວ່າ: ກົມພາສີຂອງ ສ.ເກົາຫຼີ ( KCS ) ເປີດເຜີຍໃນວັນທີ 21 ເມສາວ່າ: ການສົ່ງອອກຂອງ ສ.ເກົາຫຼີ ໃນໄລຍະ 20 ມື້ທຳອິດ ຂອງເດືອນເມສາ ຫຼື ນັບແຕ່ສະຫະລັດອາເມຣິກາ ປະກາດຂຶ້ນພາສີທົ່ວໂລກ ໃນວັນທີ 2 ເມສາ ໄດ້ຫຼຸດລົງ 5,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ການສົ່ງອອກໄປສະຫະລັດອາເມຣິກາ ໄດ້ຫຼຸດລົງ 14,3%, ຂະນະທີ່ການສົ່ງອອກໄປ ຈີນ ຫຼຸດລົງ 3,4%. ແຕ່ການສົ່ງອອກໄປສະຫະພາບເອີຣົບ ເພີ່ມຂຶ້ນ 13,8%.
ເມື່ອຈຳແນກເປັນສິນຄ້າການສົ່ງອອກລົດຍົນຫຼຸດລົງ 6,5% ຊິ້ນສ່ວນລົດຫຼຸດລົງ 1,7% ແຕ່ເຊມິຄອນດັກເຕີ ເພີ່ມຂຶ້ນ 10,7%.
ທັງນີ້, ໃນເດືອນມີນາ ການສົ່ງອອກຂອງ ສ.ເກົາຫຼີ ເພີ່ມຂຶ້ນ 3,1% ເມື່ອທຽບໃສ່ປີກາຍ.