ໄອເອັມເອັຟ ປັບຫຼຸດການເຕີບໂຕເສດຖະກິດໂລກ ເຫຼືອ 2,8%

0
168

ກອງທຶນການເງິນສາກົນ ຫຼື ໄອເອັມເອັຟ ( IMF ) ໄດ້ປັບຫຼຸດການຄາດຄະເນການເຕີບໂຕເສດຖະກິດໂລກ ປີ 2025 ເຫຼືອ 2,8% ຈາກເດີມ 3,3% ທ່າມກາງຄວາມບໍ່ແນ່ນອນທາງການຄ້າໂລກທີ່ເພີ່ມຂຶ້ນ.

อาจเป็นรูปภาพของ แสงอาทิตย์ลับขอบฟ้า และ ตึกระฟ้า

ໄອເອັມເອັຟ ໄດ້ເຜີຍແຜ່ລາຍງານທ່າອ່ຽງເສດຖະກິດໂລກ ( WEO ) ສະບັບຫຼ້າສຸດ ໃນວັນທີ 22 ເມສາ ໂດຍນໍາສະເໜີການຄາດຄະເນເສດຖະກິດໂລກ ໃນ 3 ຄວາມເປັນໄປໄດ້ທີ່ແຕກຕ່າງກັນ ເພື່ອສະທ້ອນຄວາມບໍ່ແນ່ນອນຂອງນະໂຍບາຍການຄ້າໂລກທີ່ເພີ່ມຂຶ້ນຢ່າງໄວວາ ໂດຍເປັນຄັ້ງທຳອິດໃນຮອບຫຼາຍປີ ທີ່ ໄອເອັມເອັຟ ອອກຄາດຄະເນເສດຖະກິດໂລກມາເປັນຫຼາຍຄວາມເປັນໄປໄດ້ ເຊິ່ງປະກອບດ້ວຍ:

ຄາດຄະເນອ້າງອີງປະເມີນວ່າ ເສດຖະກິດໂລກຈະເຕີບໂຕທີ່ 2,8% ໃນປີ 2025 ແລະ 3,0% ໃນປີໜ້າ.

ຄາດຄະເນກ່ອນ 2 ເມສາ 2025 ( ວັນທີ ອາເມຣິກາ ປະກາດຂຶ້ນພາສີ ) ຄາດວ່າເສດຖະກິດໂລກຈະເຕີບໂຕ 3,2% ທັງໃນປີນີ້ ແລະ ປີໜ້າ.

อาจเป็นรูปภาพของ ตึกระฟ้า

ຄາດຄະເນ ຫຼັງ 9 ເມສາ ( ວັນທີ ອາເມຣິກາ ຊະລໍການບັງຄັບໃຊ້ພາສີອອກໄປ 90 ວັນ ) ຄາດວ່າເສດຖະກິດໂລກ ຈະຂະຫຍາຍຕົວ 2,8% ໃນປີນີ້ ແລະ 2,9% ໃນປີໜ້າ.

ການປະເມີນເສດຖະກິດໂລກຂອງ ໄອເອັມເອັຟ ເມື່ອເດືອນມັງກອນຜ່ານມາ ປະເມີນວ່າເສດຖະກິດໂລກ ຂະຫຍາຍຕົວ 3,3% ໃນປີນີ້ ແລະ 3,2% ໃນປີໜ້າ.

LEAVE A REPLY

Please enter your comment!
Please enter your name here