ອົງການກວດສອບປະຈຳພາກກາງ 2 ແຂວງສະຫວັນນະເຂດ ແຕ່ງຕັ້ງຜູ້ຊ່ວຍປະທານຄົນໃໝ່

0
145

ໃນຕອນເຊົ້າວັນທີ 24 ເມສາ 2025 ທີ່ຫ້ອງປະຊຸມສ່ວຍສາອາກອນປະຈຳແຂວງ ສະຫວັນນະເຂດ ໄດ້ທີພິທີປະກາດແຕ່ງຕັ້ງຜູ້ຊ່ວຍປະທານອົງການກວດສອບປະຈຳພາກກາງ 2 ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນ. ໂດຍການເຂົ້າຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ, ທ່ານ ອຸໄພວັນ ໄຊຍະວົງ ປະທານອົງການກວດສອບປະຈຳພາກກາງ 2 ແຂວງສະຫວັນນະເຂດ, ມີບັນດາທ່ານຄະນະພະແນກການຕ່າງໆອ້ອມຂ້າງແຂວງ, ພະນັກງານປະຈຳອົງການກວດສອບປະຈຳພາກກາງ 2 ເຂົ້າຮ່ວມ.

May be an image of 10 people and text
ທ່ານ ໂອເລ້ ໄຊຍະວົງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ອົງການກວດສອບແຫ່ງລັດ ໄດ້ຜ່ານຂໍ້ຕົກຂອງປະທານອົງການກວດສອບແຫ່ງລັດວ່າດ້ວຍ ການສັບຊ້ອນພະນັກງານຂັ້ນຮອງຫົວໜ້າກົມໄປຮັບໜ້າທີ່ໃໝ່ຢູ່ອົງການກວດສອບປະຈຳພາກກາງ 2 ປະທານອົງການກວດສອບແຫ່ງລັດຕົກລົງເຫັນດີສັບຊ້ອນ ທ່ານ ໂນ້ ເພັດປັນຍາ ຮອງຫົວໜ້າກົມປະເມີນຄຸນນະພາບການກວດສອບ ອົງການກວດສອບແຫ່ງລັດ ໄປຮັບໜ້າທີ່ໃໝ່ເປັນຜູ້ຊ່ວຍປະທານອົງການກວດສອບປະຈຳພາກກາງ 2 ແຂວງສະຫວັນນະເຂດ.

May be an image of ‎2 people and ‎text that says '‎ខខៗទ සිහි ปะภาดภามจัดตั้ง ตั๊ง งรอดสอบปะจำ "ខ, อัมหา 24 ឈេតៈ 2נח‎'‎‎
ໂອກາດນີ້ທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງສືບຕໍ່ ເອົາໃຈໃສ່ຮັກສາມູນເຊື້ອຜົນງານ, ປະກອບສ່ວນເຂົ້າໃນ ການປະຕິບັດໜ້າທີ່ວຽກງານ ຢ່າງໝົດຈິດໝົດໃຈ, ສ້າງຄວາມສາມັກຄີຮັກແພງ, ໃກ້ຊິດຕິດແທດກັບມະຫາຊົນ, ເຂົ້າຮ່ວມໃນຂະບວນການຕ່າງໆ ຂອງອົງການຈັດຕັ້ງດັ່ງກ່າວ, ເອົາໃຈໃສ່ສຶກສາຮຽນຮູ້, ເຕົ້າໂຮມຄວາມສາມັກຄີ, ປະຕິບັດຕາມຮີດຄອງປະເພນີ, ວັດທະນະທຳອັນດີງາມ ຂອງຊາດ ກໍຄືຂອງທ້ອງຖິ່ນ ໃຫ້ໄດ້ຮັບຜົນດີ ແລະ ປະຕິບັດວຽກງານ ໃຫ້ມີຜົນສໍາເລັດ ຢ່າງມີປະສິດທິຜົນ; ຍຶດໝັ້ນນໍ້າໃຈເສຍສະຫຼະ ເພື່ອຊາດ, ເພື່ອປະຊາຊົນ ກໍຄືສ່ວນລວມ, ມີຄວາມສັດຊື່, ໂປ່ງໃສ, ມີລະບຽບວິໄນ, ຄວາມເຄົາລົບນັບຖືການຈັດຕັ້ງ, ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.

ຂ່າວ-ພາບ: ວິທະຍຸແຂວງສະຫວັນນະເຂດ

LEAVE A REPLY

Please enter your comment!
Please enter your name here