ກະຊວງການເງິນ ມອບ 46 ຫົວໜ່ວຍວິສາຫະກິດ ໃຫ້ແຂວງວຽງຈັນເປັນຜູ້ຈັດຕັ້ງປະຕິບັດ

0
125
  ພິທີມອບ-ຮັບການທົດລອງຫັນຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງ 46 ຫົວໜ່ວຍ ໃຫ້ແຂວງວຽງຈັນ ເປັນຜູ້ຈັດຕັ້ງປະຕິບັດ ໃນວັນທີ 23 ເມສາ 2025 ທີ່ຫ້ອງວ່າການ ເມືອງວຽງຄຳ ແຂວງວຽງຈັນ ໂດຍມີ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ພູທະນູເພັດ ໄຊສົມບັດ ຮອງເຈົ້າແຂວງໆວຽງຈັນ, ທ່ານ ວອນ ວໍລະສານ ຫົວໜ້າພະແນກການເງິນແຂວງວຽງຈັນ ພ້ອມດ້ວຍພະແນການອ້ອມແຂວງ ແລະ ບັນດາຫົວໜ່ວຍວິສາຫະກິດ ທີ່ຖືກມອບ-ຮັບເຂົ້າຮ່ວມ
ທ່ານ ພູທະນູເພັດ ໄຊສົມບັດ ໄດ້ກ່າວວ່າ: ການມອບ-ຮັບຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງ 46 ຫົວໜ່ວຍ ໃນຄັ້ງນີ້ ເປັນການປະຕິບັດຕາມແນວທາງຂອງພັກ ໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢູ່ຂັ້ນທ້ອງຖິ່ນ ໃຫ້ປະກົດຜົນເປັນຈິງ, ເຊິ່ງເປັນການປະກອບສ່ວນເຮັດໃຫ້ແຂວງວຽງຈັນ ກາຍເປັນແຂວງສົມດູນ ລະຫວ່າງລາຍຮັບ ແລະ ລາຍຈ່າຍ, ໃນໄລຍະຜ່ານມາ ແຂວງວຽງຈັນສາມາດເກັບລາຍຮັບໄດ້ປະມານປີລະ 200 ກວ່າຕື້ກີບ, ຖ້າບວກກັບລາຍຮັບທີ່ຈະເກັບຈາກວິສາຫະກິດ 46 ຫົວໜ່ວຍ ທີ່ສູນກາງມອບໃຫ້ໃນມື້ນີ້ ຈະເພີ່ມເປັນ 970 ຕື້ກີບຕໍ່ປີ.
ໂອກາດນີ້, ທ່ານ ພູວົງ ກິດຕະວົງ ຍັງໄດ້ຮຽກຮ້ອງໃຫ້ແຂວງວຽງຈັນ, ບັນດາກົມທີ່ກ່ຽວຂ້ອງ ແລະ ຫົວໜ່ວຍວິສາຫະກິດ ຈົ່ງສືບຕໍ່ປະສານງານກັນຢ່າງກົມກຽວ ເພື່ອພ້ອມກັບຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດເກັບລາຍຮັບ ໃຫ້ໄດ້ຕາມແຜນ ຫລື ລື່ນແຜນທີ່ສູນກາງເຄີຍເກັບຜ່ານມາ ເພື່ອເຮັດແນວໃດໃຫ້ແຂວງວຽງຈັນ ເປັນແຂວງສົມດູນດ້ານລາຍຮັບ ແລະ ລາຍຈ່າຍ ກ້າວໄປເຖິງການເກີນດູນ ທັງເປັນການປະຕິບັດຕາມແນວທາງຂອງພັກ ໃນການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນຕໍ່ໜ້າ.
ໃນໂອກາດດຽວກັນ ຍັງໄດ້ມີການເຜີຍແຜ່ບັນດາເອກະສານສໍາຄັນຕ່າງໆ ເປັນຕົ້ນ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍການເຮັດທົດລອງ ມອບ-ໂອນຫົວໜ່ວຍວິສາຫະກິດ ໃຫ້ 10 ແຂວງຄຸ້ມຄອງ ໃນປີ 2025; ຄໍາແນະນໍາຂອງລັດຖະມົນຕີກະຊວງ ການເງິນ ວ່າດ້ວຍການທົດລອງ ຄຸ້ມຄອງ ແລະ ຕິດຕາມ ການມອບຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງໃຫ້ 10 ແຂວງ ໃນປີ 2025 ທີ່ຕິດພັນກັບການເກັບລາຍຮັບ ແລະ ຕິດພັນກັບວຽກງານງົບປະມານ ພ້ອມທັງເຜີຍແຜ່ຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາ ແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງ ການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ.

LEAVE A REPLY

Please enter your comment!
Please enter your name here