ຄະນະນັກກິລາແລ່ນ-ລານທີມຊາດລາວ ຈຳນວນ 6 ຄົນ, ຍິງ 2 ຄົນ ໄດ້ອອກເດີນທາງຢ່າງເປັນທາງການເມື່ອວັນທີ 22 ເມສາ 2025 ເພື່ອເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນແລ່ນ-ລານ ສິງກະໂປ ໂອເພັນ 2025 ຄັ້ງທີ 85 ຫຼື The 85th Singkapore Open Track & Field Championships 2025 ລະຫວ່າງວັນທີ 24-25 ເມສາ 2025.
ການເດີນທາງໃນຄັ້ງນີ້ ທັບນັກກິລາແລ່ນ-ລານທີມຊາດລາວ ນຳທັບໂດຍ ທ່ານ ສິດທິໄຊ ສັກປະເສີດ ຮອງປະທານ-ເລຂາທິການສະຫະພັນບານແລ່ນ-ລານແຫ່ງຊາດລາວ ທັງເປັນຫົວໜ້າຄະນະ, ທ່ານ ຈະເລີນສຸກ ອ່າວອຸດົມຜົນ ຫົວໜ້າຄູຝຶກ ສ່ວນນັກກິລາ ກໍມີ ນາງ ລົດແກ້ວ ອິນທະກຸມມານ, ນາງ ເຈນຈີລາ ຂຸນລິວົງ, ທ້າວ ສໍສີ ພົມພັກດິ ແລະ ທ້າວ ລຳພອນ ໄຊຍະທີ.
ສຳລັບຜົນງານຫຼ້າສຸດ ໃນງານແລ່ນ-ລານ ສິງກະໂປ ໂອເພັນ 2 ປີ ຜ່ານມາ ກໍຄື ປີ 2023 ຄະນະນັກກິລາແລ່ນ-ລານລາວ ສາມາດຍາດໄດ້ 2 ຫຼຽນຄຳ ຈາກນາງ ລົດແກ້ວ ອິນທະກຸມມານ ລາຍການ 5.000 ແມັດຍິງ ແລະ 1 ຫຼຽນຄຳ ໄດ້ຈາກ 4×100 ປະສົມ.
ຂ່າວໂດຍ: ສົງການ ພັນແພງດີ