ວັນທີ 24 ເມສາ 2025 ກອງພັນໃຫຍ່ 497 ໄດ້ຈັດຕັ້ງພິທີ ປະກາດການຈັດຕັ້ງຂັ້ນນຳພາ-ບັນຊາ, ພະນັກງານຊ່ວຍວຽກ, ຍົກຂັ້ນເງິນເດືອນ ແລະ ເລື່ອນຊັ້ນໃຫ້ນາຍທະຫານ ຢູ່ກົມກອງຂອງຕົນ, ໂດຍການເປັນປະທານຂອງສະຫາຍ ພັນເອກ ຄຳສຸກ ໄຊມວນສິນ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງພັນໃຫຍ່497, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ພະແນກການກົມກອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນທອນ ໝືນແກ້ວ ຄະນະພັກກອງພັນໃຫຍ່ ຮອງຫົວໜ້າພະແນກການເມືອງ ກອງພັນໃຫຍ່497 ໄດ້ຂື້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງບັນດາຫົວໜ້າຂະແໜງການ ແລະ ຮອງຫົວໜ້າການທະຫານ ກອງພັນນ້ອຍ 424 ແລະ ຂໍ້ຕົກລົງ; ຂອງກອງພັນໃຫຍ່ 497 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍ ພະນັກງານບັນຊາ ຂັ້ນໝວດ, ກອງຮ້ອຍ ແລະ ຊ່ວຍວຽກຂະແໜງ ຢູ່ບັນດາພະແນກການ-ກົມກອງ ທີ່ຂຶ້ນກັບກອງພັນໃຫຍ່ 497 ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງ, ຈາກນັ້ນ, ສະຫາຍ ພັນໂທ ວຽງແກ້ວ ບຸນຍະສານ ຫົວໜ້າຂະແໜງພະນັກງານ ກອງພັນໃຫຍ່ 497 ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຂັ້ນເງິນເດືອນ ໃຫ້ນາຍທະຫານ, ໃນນີ້; ຍົກຂັ້ນເງິນເດືອນ ຈາກຊັ້ນພັນໂທ ຂຶ້ນຮັບເງິນຊັ້ນພັນເອກ 01ສະຫາຍ, ຊັ້ນພັນຕີ ຂຶ້ນຮັບເງິນ ຊັ້ນພັນໂທ ຈຳນວນ 04 ສະຫາຍ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນວາທີ ຂຶ້ນຊັ້ນຮ້ອຍຕີ ຈຳນວນ 12 ສະຫາຍ.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ຄຳສຸກ ໄຊມວນສິນ ເລຂາພັກ ຫົວໜ້າການທະຫານ ກອງພັນໃຫຍ່ 497 ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາທີ່ສຳຄັນ, ເພື່ອເປັນບ່ອນອີງເຮັດໃຫ້ບັນດາສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍ, ຮັບໜ້າທີ່ໃໝ່ ແລະ ຍົກຂັ້ນເງິນເດືອນຄັ້ງນີ້, ເຮັດສຳເລັດໜ້າທີ່ຕາມການມອບໝາຍ, ພ້ອມທັງຍົກໃຫ້ເຫັນຄວາມຈຳເປັນອັນພາວະວິໄສ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ,ສະຫາຍຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ທີ່ຖືກແຕ່ງຕັ້ງຄັ້ງນີ້, ຈົ່ງຍົກສູງພາລະບົດບາດ ໜ້າທີ່ ຄວາມຮັບຜິດຊອບຂອງຕົນໃຫ້ສູງ ເພີ່ມທະວີບົດບາດໃນການຊີ້ນຳ-ນຳພາ, ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ -ນັກຮົບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ເຮັດວຽກງານເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ ໄປພ້ອມໆກັບການຍົກລະດັບຄວາມຮູ້-ຄວາມສາມາດຂອງຕົນໃຫ້ສູງ ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆພາຍໃນກົມກອງ, ສືບຕໍ່ປະຕິບັດຂໍ້ກຳນົດ 07 ລະບອບ 18 ຂອງກອງທັບ ໃຫ້ເຂັ້ມງວດ, ເພື່ອພ້ອມກັນເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ.
ຂ່າວຈາກ: ກອງຕີພິເສດ 497