ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ

0
58
ໃນວັນທີ 23 ເມສາ 2025  ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ (ກົມສົມເດັດພະເທບ) ໄດ້ເດີ່ນທາງມາຢ້ຽມຢາມ ໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ, ທີ່ເມືອງໂພນໂຮງ ແຂວງວຽງຈັນ ໂດຍການນໍາພາຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະທາງການຂອງຝ່າຍໄທ ແລະ ລາວ; ໃຫ້ການຕ້ອນຮັບການມາຢ້ຽມຢາມຄັ້ງນີ້ ໂດຍ ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍ ຄູ-ອາຈານ ແລະ ນັກຮຽນ ໂຮງຮຽນວັດທະນາທຳປ້ອງກັນຄວາມສະຫງົບ.
ການມາຢ້ຽມຢາມຄັ້ງນີ້, ແມ່ນໃນໂອກາດທີ່ ກົມສົມເດັດພະເທບ ເດີ່ນທາງຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 21-24 ເມສາ 2025 ແລະ ມາເປີດນໍາໃຊ້ອາຄານຫ້ອງປະຊຸມ ຫຼັງໃໝ່ ທີ່ໄດ້ໃຫ້ການສະໜັບສະໜູນ ອັນເນື່ອງມາຈາກພະຣາຊະດຳຣິຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບ ພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ.
ໃນໂອກາດນີ້, ທ່ານ ພົນໂທ ກົງທອງ ພົງວິຈິດ ໄດ້ລາຍງານໃຫ້ຮູ້ວ່າ: ເລີ່ມແຕ່ປີ 1992 ເປັນຕົ້ນມາ, ດ້ວຍການຊ່ວຍເຫຼືອດັ່ງກ່າວ ເຮັດໃຫ້ໂຮງຮຽນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ທັງທາງດ້ານພື້ນຖານໂຄງລ່າງ ແລະ ຄວາມຮູ້ຄວາມສາມາດຂອງຄູອາຈານ ເປັນຕົ້ນແມ່ນການຊ່ວຍເຫຼືອກໍ່ສ້າງ ຫໍພັກສິຣິນທອນ 4 ຫຼັງ, ອາຄານຮຽນຮູ້ສິຣິນທອນ 1 ຫຼັງ, ເຮືອນຄົວນັກຮຽນ 1 ຫຼັງ, ອາຄານຮຽນ ຄອມພິວເຕີ 2 ຫຼັງ ປະກອບດ້ວຍອຸປະກອນທົດລອງ ແລະ ອິນເຕີເນັດ, ອຸປະກອນຮັບໃຊ້ການຮຽນ-ການສອນ ແລະ ສ້ອມແປງໂຮງງານນໍ້ດື່ມ ແລະ ອື່ນໆ; ພ້ອມນັ້ນ, ໄລຍະຜ່ານມາ ຄູ-ອາຈານ ແລະ ນັກຮຽນ ໄດ້ເຂົ້າຮ່ວມຝຶກອົບຮົມທັງ ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນຢູ່ ຣາຊາອານາຈັກໄທ.
ໃນໂອກາດທີ່, ສະເດັດຢ້ຽມຢາມທາງການ ສປປ ລາວ ໃນປີ 2024 ຜ່ານມາ ກໍໄດ້ສະເດັດ ຢ້ຽມຢາມໂຮງຮຽນແຫ່ງນີ້ ແລະ ກົມສົມເດັດພະເທບ ຍັງໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອສ້າງຫ້ອງການຄູ 1 ຫຼັງ, ຫໍພັກຍິງ 1 ຫຼັງ ແລະ ມອບອຸປະກອນຮັບໃຊ້ການຮຽນ-ການສອນ (ເຄື່ອງສາຍໂປຣເຈັກເຕີ້ 10 ເຄື່ອງ) ລວມມູນຄ່າ: 2,735,300 ບາດ. ທັງສອງອາຄານນີ້, ແມ່ນໄດ້ເລີ່ມລົງມືກໍ່ສ້າງນັບຕັ້ງແຕ່ທ້າຍເດືອນມີນາ ເຖິງ ທ້າຍເດືອນຕຸລາ 2024 ແມ່ນສໍາເລັດ ລວມມູນຄ່າການກໍ່ສ້າງທັງໝົດ 2,231,000 ບາດ. ນອກຈາກນັ້ນ, ຍັງໄດ້ຮັບການຊ່ວຍເຫຼືອໃນການ ສ້ອມແປງໂຮງງານນໍ້າດື່ມໃນປີ 2024 ລວມມູນຄ່າການສ້ອມແປງແມ່ນ 230,000 ບາດ, ພິເສດ, ໂຮງຮຽນຍັງໄດ້ຮັບທຶນການສຶກສາລະດັບປະລິນຍາຕີ ເພື່ອໄປສຶກສາຕໍ່ ທີ່ ຣາຊະອານາຈັກໄທ ຈຳນວນ 8 ທຶນ ມີ: ສາຂາໄອທີ 5 ທຶນ ແລະ ນິຕິວິທະຍາສາດ 3 ທຶນ.
ເນື່ອງໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ທ່ານພົນໂທ ກົງທອງ ພົງວິຈິດ ໄດ້ຕາງໜ້າຄູ-ອາຈານ ແລະ ນັກຮຽນ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ແລະ ຮູ້ບຸນຄຸນ ມາຍັງ ກົມສົມເດັດພະເທບ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ໃນຕະຫຼອດໄລຍະຜ່ານມາ ຊຶ່ງທັງໝົດເຫຼົ່ານີ້ລ້ວນແຕ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມ, ບຳລຸງກໍ່ສ້າງຊັບພະຍາກອນມະນຸດ ຂອງ ສປປ ລາວ ໃຫ້ນັບມື້ນັບເຂັ້ມແຂງ ເຮັດໃຫ້ໂຮງຮຽນແຫ່ງນີ້ ມີໃບໜ້າອັນໃໝ່ຍິ່ງໃຫຍ່ກວ່າເກົ່າ ແລະ ໄດ້ຮັບຜົນສໍາເລັດໃນທຸກໆດ້ານ ເປັນກ້າວໆມາ ແລະ ຫວັງຢ່າງຍິ່ງວ່າ ໂຄງການອັນເນື່ອງມາຈາກ ພະຣາດຊະດໍາຣິ ຂອງ ກົມສົມເດັດພະເທບ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນໃນໂອກາດຕໍ່ໆໄປ. ພ້ອມດຽວກັນນີ້, ກໍຫວັງຢ່າງຍິ່ງວ່າ ຈະໄດ້ມີໂອກາດຖວາຍການຕ້ອນຮັບການສະເດັດຢ້ຽມຢາມຂອງ ກົມສົມເດັດພະເທບ ໃນໂອກາດໜ້າຕື່ມອີກ.
(ຂ່າວ-ພາບ: ແສງຈັນ, ສຸກສະຫວັນ)

LEAVE A REPLY

Please enter your comment!
Please enter your name here