ບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ລາວເວີນ ຈຳກັດ ລົງນາມຍົກລະດັບປະສົບການຂອງຜູ້ບໍລິໂພກໃນ ໄອເຕັກ (ITECC)

0
123
ໃນວັນທີ 23 ເມສາ 2025  ໄດ້ມີພິທີ ລົງນາມເຊັນສັນຍາຮ່ວມມືທາງຍຸດທະສາດ ເພື່ອຍົກລະດັບປະສົບການຂອງຜູ້ບໍລິໂພກໃນ ໄອເຕັກ (ITECC) ລະຫວ່າງ ບໍລິສັດເບຍລາວ ແລະ ບໍລິສັດ ລາວເວີນ ຈຳກັດ ຜູ້ນຳດ້ານຂະແໜງການຄ້າ ແລະ ການບໍລິການ ລວມທັງສູນວາງສະແດງສິນຄ້າ ITECC ແລະ ຫ້າງສັບພະສິນຄ້າ ITECC ແນ່ໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ການກະຈາຍສິນຄ້າ ແລະ ຍົກລະດັບປະສົບການຂອງຜູ້ບໍລິໂພກ ຜ່ານຜະລິດຕະພັນ ແລະ ການບໍລິການທີ່ມີຄຸນນະພາບສູງ ໃນຮູບແບບການຮ່ວມມືແບບໄລຍະຍາວລະຫວ່າງສອງບໍລິສັດຜູ້ນຳລະດັບປະເທດ.
ພິທີລົງນາມໄດ້ຈັດຂຶ້ນທີ່ ສຳນັກງານໃຫຍ່ຂອງ ບໍລິສັດ ເບຍລາວ ຈຳກັດ ໃຫ້ກຽດເຂົ້າຮ່ວມໂດຍຜູ້ບໍລິຫານຂອງທັງສອງຝ່າຍ, ທ່ານ Henrik Juel Andersen ຜູ້ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ ແລະ ທ່ານ ນາງ ສີພອນຄຳ ດວງດາລາ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວເວີນ ຈຳກັດ. ການຮ່ວມມືໃນຄັ້ງນີ້ ທັງສອງບໍລິສັດມີເປົ້າໝາຍທີ່ຈະໃຫ້ບໍລິການຈຳໜ່າຍຜະລິດຕະພັນຂອງ ບໍລິສັດ ເບຍລາວ ຈຳກັດ ແບບຄົບວົງຈອນພາຍໃນພື້ນທີ່ໃຫ້ບໍລິການຂອງ ບໍລິສັດ ລາວເວີນ ຈຳກັດ ໃນນະຄອນຫຼວງວຽງຈັນ ລວມທັງສູນວາງສະແດງສິນຄ້າ ITECC ແລະ ຫ້າງສັບພະສິນຄ້າ ITECC ເພື່ອຮັບປະກັນໃຫ້ຜູ້ບໍລິໂພກໄດ້ເຂົ້າເຖິງຜະລິດຕະພັນທີ່ມີຄຸນນະພາບລະດັບສາກົນ ພ້ອມກັບການບໍລິການທີ່ເປັນເລີດ ແລະ ສະດວກສະບາຍ.
ທ່ານ Henrik Juel Andersen ກ່າວເຖິງຄວາມສຳຄັນຂອງຄວາມຮ່ວມມືນີ້ວ່າ: “ການຮ່ວມມືກັບບໍລິສັດ ລາວເວີນ ຈຳກັດ ເຊິ່ງເປັນບໍລິສັດຜູ້ນຳໜ້າ ດ້ານຂະແໜງການຄ້າ ແລະ ການບໍລິການຂອງ ສປປ ລາວ ແມ່ນການສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນໃນການມອບຄວາມເປັນເລີດ ແລະ ປະສົບການໃໝ່ໆໃຫ້ແກ່ຜູ້ບໍລິໂພກ.
ບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ລາວເວີນ ຈຳກັດ ຜ່ານມາໄດ້ມີການຮ່ວມມືກັນມາເປັນເວລາດົນນານແລ້ວ ແລະ ໃນມື້ນີ້ແມ່ນພວກເຮົາໄດ້ຍົກລະດັບການຮ່ວມມືຂຶ້ນອີກ. ສຳລັບ ບໍລິສັດ ເບຍລາວ ຈຳກັດ ຄວາມຮ່ວມມືນີ້ເປັນໂອກາດໃນການຂະຫຍາຍຕະຫຼາດຂອງພວກເຮົາໂດຍຜ່ານເຄືອຂ່າຍຮ້ານຄ້າຂາຍຍ່ອຍ ແລະ ລູກຄ້າຂອງ ບໍລິສັດ ລາວເວີນ ຈຳກັດ. ທີ່ສຳຄັນກວ່ານັ້ນ ຄືການຍົກລະດັບການບໍລິການໃຫ້ແກ່ຜູ້ບໍລິໂພກທີ່ເຂົ້າມາໃຊ້ບໍລິການຢູ່ພາຍໃນ ITECC. ພວກເຮົາຕ້ອງການໃຫ້ຜູ້ເຂົ້າມາໃຊ້ບໍລິການບໍ່ພຽງແຕ່ເຂົ້າເຖິງຜະລິດຕະພັນເຄື່ອງດື່ມ ແລະ ເຂົ້າໜົມທີ່ມີຄຸນນະພາບຂອງພວກເຮົາ ແຕ່ຍັງໄດ້ຮັບປະສົບການທີ່ມີຊີວິດຊີວາ, ມີຄວາມນ່າຕື່ນເຕ້ນ ແລະ ການບໍລິການທີ່ປະທັບໃຈ.
ການຮ່ວມມືນີ້ບໍ່ພຽງແຕ່ແມ່ນເລື່ອງຂອງການຈຳໜ່າຍສິນຄ້າເທົ່ານັ້ນ ແຕ່ເປັນການຊ່ວຍສ້າງປະສົບການຊີວິດປະຈຳວັນໃໝ່ໆ ແລະ ເປັນການມອບຄວາມສຸກໃຫ້ຜູ້ບໍລິໂພກ ທີ່ເຂົ້າມາໃຊ້ບໍລິການຢູ່ພາຍໃນ ITECC ອີກດ້ວຍ.”
ທ່ານ ທ່ານ ນາງ ສີພອນຄຳ ດວງດາລາ ໄດ້ກ່າວວ່າ: “ບໍລິສັດ ລາວເວີນ ຈຳກັດ ຂອງພວກເຮົາມີຄວາມພູມໃຈທີ່ໄດ້ເປັນຜູ້ນຳໜ້າ ດ້ານຂະແໜງການຄ້າ ແລະ ການບໍລິການ ຊຶ່ງມາພ້ອມວິໄສທັດທີ່ຍາມໃດກໍຢຶດຖືວຽກງານສົ່ງເສີມເສດຖະກິດ ໃຫ້ເຕີບໃຫຍ່ຂະຫຍາຍໂຕເປັນຫຼັກ ແລະ ຍົກລະດັບຄວາມເປັນເລີດໃນວຽກງານດ້ານການບໍລິການ ນັ້ນກໍ່ເພື່ອຕອບສະໜອງຕະຫຼາດທັງພາຍໃນ ແລະ ສາກົນ. ການຮ່ວມມືກັບ ບໍລິສັດ ເບຍລາວ ຄັ້ງນີ້ເປັນຂີດໝາຍອັນສຳຄັນ ທີ່ໄດ້ນຳເອົາຜູ້ນຳຂອງທັງສອງອຸດສາຫະກຳມາຮ່ວມມືກັນ ເພື່ອມຸ່ງເນັ້ນທີ່ຈະປ່ຽນແປງ ແລະ ມອບປະສົບການທີ່ດີຍິ່ງຂື້ນໃຫ້ກັບລູກຄ້າ. ເຊິ່ງການຮ່ວມມືຄັ້ງນີ້ ພວກເຮົາມຸ່ງໝັ້ນທີ່ຈະມອບສິນຄ້າທີ່ມີຄຸນນະພາບ ແລະ ໄດ້ຮັບມາດຕະຖານສາກົນ ຄຽງຄູ່ກັບການບໍລິການທີ່ເປັນເລີດໃຫ້ແກ່ລູກຄ້າທີ່ເຂົ້າມາທ່ຽວຊົມ ສູນວາງສະແດງສິນຄ້າ ITECC ແລະ ສູນການຄ້າ ITECC.
ການຮ່ວມມືກັບອົງກອນທີ່ມີສັກະຍະພາບ ແລະ ພຽບພ້ອມຮອບດ້ານ ໂດຍສະເພາະ ບໍລິສັດ ເບຍລາວ ໃນຄັ້ງນີ້ ຍິ່ງເພີ່ມທະວີຄູນຄວາມກະຕືລືລົ້ນໃນການຍົກລະດັບມາດຕະຖານ ເພື່ອນຳເອົາຄຸນນະພາບ ແລະ ນະວັດຕະກຳມາສູ່ລູກຄ້າ ທີ່ເຂົ້າມາໃຊ້ບໍລິການກັບພວກເຮົາໃຫ້ມີຄວາມປະທັບໃຈ ແລະ ໄດ້ຮັບການບໍລິການທີ່ດີທີ່ສຸດ”
ການຮ່ວມດັ່ງກ່າວຈະເຮັດໃຫ້ຜະລິດຕະພັນຂອງ ບໍລິສັດ ເບຍລາວ ຈຳກັດ ມີຄວາມໂດດເດັ່ນຍິ່ງຂື້ນ ໃນພື້ນທີ່ໃຫ້ບໍລິການຂອງ ບໍລິສັດ ລາວເວີນ ຈຳກັດ ເພື່ອຍົກລະດັບທາງເລືອກໃນການດຳລົງຊີວິດໃຫ້ກັບຜູ້ບໍລິໂພກທັ້ງໃນ ແລະ ຕ່າງປະເທດ, ເຊິ່ງສອດຄ່ອງກັບວິໄສທັດຂອງທັງສອງບໍລິສັດ ທີ່ໄດ້ໃຫ້ຄວາມສຳຄັນໃນການສົ່ງເສີມສິນຄ້າທ້ອງຖິ່ນທີ່ໄດ້ມາດຕະຖານສາກົນ ແລະ ການສ້າງສະພາບແວດລ້ອມທີ່ເນັ້ນລູກຄ້າເປັນສູນກາງ.

LEAVE A REPLY

Please enter your comment!
Please enter your name here