ບຸນພະຈັນ ນັກເຕະລາວ ມີໂອກາດສູງຈະພາຕົ້ນສັງກັດຄວ້າແຊັມທີ 3 ຫຼັງຖືກເລືອກໃຫ້ແຂ່ງຂັນໃນບ້ານໄດ້ປຽບສຸດໆ

0
117

ປີ 2025 ກາຍເປັນອີກໜຶ່ງປີທອງຂອງ ບຸນພະຈັນ ບຸນກອງ ນັກເຕະຊຸບເປີສະຕາລາວ ຫົວໜ້າທີມຊາດລາວຊຸດໃຫຍ່ ຫຼ້າສຸດສ້າງຜົນງານຢ່າງໂດດເດັ່ນຍິງ 1 ປະຕູ ແລະ ສົ່ງໃຫ້ເພື່ອນຮ່ວມທີມຍິງອີກ 1 ປະຕູ ຊ່ວຍໃຫ້ ສະວາຍຣຽງ ແຊັມລີກສູງສຸດຂອງກຳປູເຈຍ ບຸກສະເໝີ ມາດູຣາ ຢູໄນເຕັດ ຈາກອິນໂດເນເຊຍ 3-3 ລວມຜົນສອງນັດ ສະວາຍຣຽງ ຊະນະ 6-3 ໃນຮອບຮອງຊະນະເລີດ.

ເຮັດໃຫ້ ທີມຂອງ ບຸນພະຈັນ ເຂົ້າຮອບຊິງຊະນະເລີດ ເຕະບານ AFC Challenge League ລະດູການ 2024-2025 ພົບກັບ ອາຄາແດັກ ແຊ້ມລີກສູງສຸດເຕີກມີນິດສະຖານ ທີ່ຊະນະ ອາວ ອາຣາບີ້ ຈາກຄູເວດ ລວມຜົນສອງນັດຊະນະ 3-2 ຮອບຊິງຊະນະເລີດ ທີ່ກໍານົດແຂ່ງຂັນວັນທີ 10 ພຶດສະພາ 2025.

ຫຼ້າສຸດມີຂ່າວດີເມື່ອ ສະຫະພັນບານເຕະອາຊີ ( AFC ) ປະກາດເລືອກສະໜາມ Morodok Techo ສະໜາມກີລາທີ່ໃຫຍ່ສຸດໃນກຳປູເຈຍ ທີ່ບັນຈຸຜູ້ຊົມໄດ້ 75,000 ຄົນ ເປັນເຈົ້າພາບຮອບຊີງລາຍການດັ່ງກ່າວ ເຮັດໃຫ້ ສະໂມສອນ ສະວາຍຣຽງ ແຊັມລີກສູງສຸດຂອງກຳປູເຈຍ ໄດ້ປຽບ ເພາະສະພາບອາກາດ ແລະ ທຸກຢ່າງແຂ່ງຂັນໃນບ້ານ ພ້ອມເຮັດໃຫ້ໂອກາດລຸ້ນແຊັມມີສູງ ແລະ ຈະເປັນການລຸ້ນແຊັມລາຍການທີ 3 ຂອງບຸນພະຈັນ ກັບ ສະວາຍຣຽງ ເອັຟຊີ ເພາະກ່ອນໜ້ານີ້ພາທີມຄວ້າ 2 ແຊັມພາຍໃນປີດຽວກໍຄື: ກໍາປູເຈຍ ພຣີເມຍລີກ ແລະ ຮຸນເຊັນ ຄັບ ໃນປີ 2024 ພ້ອມສ້າງສະຖິຕິລົງສະໜາມໄປ 46 ນັດຍິງໄປ 20 ປະຕູໃຫ້ກັບ ສະວາຍຣຽງ ເອັຟຊີ.
ຂ່າວ: Larh Creators ; ຮູບຈາກ: Preah Khan Reach Svay Rieng FC

LEAVE A REPLY

Please enter your comment!
Please enter your name here