ບໍລິສັດຈໍາປາຫອມການຄ້າ ຮ່ວມມືກັບບໍລິສັດ ARIMEX INTERNATIONAL ຈັດພິທີສົ່ງເຂົ້າໄປປະເທດຝຣັ່ງ ເປັນງວດທີ 2 ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າທີ່ມີເພີ່ມຂຶ້ນ ພາຍຫຼັງກ່ອນໜ້ານີ້ຈັດສົ່ງໄປງວດທໍາອິດໄດ້ຮັບສຽງຕອບຮັບເປັນຢ່າງດີ

ພິທີດັ່ງກ່າວຈັດຂຶ້ນວັນທີ 21 ເມສາ 2025 ທີ່ບໍລິສັດຈໍາປາຫອມການຄ້າ ຂາອອກ – ຂາເຂົ້າຈໍາກັດຜູ້ດຽວ ບ້ານດອນໜູນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຊິ່ງເຂົ້າທີ່ສົ່ງໄປມີຈໍານວນ 25 ພັນໂຕນ.

ທ່ານ ນາງ ບຸນຮຽງ ພົມມີໄຊ ປະທານບໍລິສັດຈໍາປາຫອມການຄ້າ ໄດ້ກ່າວວ່າ: ຂ້າພະເຈົ້າໃນນາມຜູ້ປະກອບການ ໂດຍສະເພາະ ປະທານ ບໍລິສັດຈໍາປາຫອມການຄ້າ ຂາອອກ – ຂາເຂົ້າຈໍາກັດ ຜູ້ດຽວ ສະແດງຄວາມຂອບໃຈມາຍັງການຈັດຕັ້ງພາກລັດທຸກຂະແໜງການທີ່ອໍານວຍຄວມສະດວກ ຕະຫຼອດມາ. ການຈັດສົ່ງເຂົ້າໄປປະເທດຝຣັ່ງໃນຄັ້ງນີ້ ຂ້າພະເຈົ້າມີຄວາມພາກພູມໃຈຕື່ມອີກບາດກ້າວໜຶ່ງ ເຊິ່ງເປັນຜົນສໍາເລັດ ທີ່ໄດ້ເຊັນສັນຍາ ຮ່ວມກັນໃນທ້າຍປີ 2022. ກ່ອນໜ້ານີ້ໃນວັນທີ 14 ມີນາ 2023 ບໍລິສັດກໍ່ສົ່ງເຂົ້າ ງວດທໍາອິດໄປປະເທດຝຣັ່ງ ໃນຈໍານວນ 1 ຕູ້ຄອນເທັນເນີ້ ລວມປະລິມານທັງໝົດ 25 ໂຕນ.

ທ່ານກ່າວວ່າ: ທາງບໍລິສັດຂອງພວກເຮົາກໍເລັ່ງໃສ່ການຜະລິດໃຫ້ໄດ້ ທັງດ້ານປະລິມານ ແລະ ຄຸນນະພາບ ໂດຍສະເພາະການສົ່ງເສີມຊາວນາ, ການປຸງແຕ່ງ, ການເກັບຮັກສາ, ການຫຸ້ມຫໍ່ໃຫ້ໄດ້ມາດຖານ ແລະ ຂອດການຜະລິດໃຫ້ສາມາດຮອງຮັບໄດ້ຢ່າງພຽງພໍ. ປັດຈຸບັນມີເນື້ອທີ່ສົ່ງເສີມຊາວນາໃນການປູກເຂົ້າ 600 ກວ່າເຮັກຕາ ປະຊາຊົນເຂົ້າຮ່ວມໃນການປູກເຂົ້າ 600 ຄອບຄົວ.

ບໍລິສັດຈໍາປາຫອມການຄ້າ ຂາອອກ – ຂາເຂົ້າຈໍາກັດຜູ້ດຽວ ໃນໄລຍະຜ່ານມາໄດ້ສົ່ງອອກເຂົ້າ ໄປຂາຍຢູ່ປະເທດ ຝຣັ່ງ, ປະເທດ ສະຫະລັດອາເມລິກາ ແລະ ປະເທດເບວຢ້ຽມ(ແບນຊິກ). ພ້ອມນັ້ນ ກໍໄດ້ ມອບເຂົ້າສານ 1 ໂຕນ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຫຼວງນໍາທາ ອີກດ້ວຍ.