W.I.G NAGA ຢູ່ກຸ່ມ A ຮ່ວມກັບ ແອັດເລຕິໂກ ມາດຣິດ ລາຍການທີ່ແອັດສະປາຍ 60 ທີມຮ່ວມຊີງໄຊ

0
129

W.I.G NAGA ສະໂມສອນບານເຕະເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 11 ປີ ໜຶ່ງດຽວທີ່ໄດ້ສິດໄປຮ່ວມແຂ່ງຂັນບານເຕະເຍົາວະຊົນລາຍການ TAR PROMISES ເປັນການແຂ່ງຂັນຮຸ່ນອາຍຸບໍ່ເກີນ 11 ປີຮອບສຸດທ້າຍທີ່ບາເຊໂລນາ ປະເທດແອັດສະປາຍ ລະຫວ່າງວັນທີ 1-5 ພຶດສະພາ 2025 ຫຼ້າສຸດຜົນການຈັບສະຫຼາກອອກມາເປັນທີ່ຮຽບຮ້ອຍ.

W.I.G NAGA ຖືກຈັດຢູ່ກຸ່່ມ A ຮ່ວມກັບ ແອັດເລຕິໂກ ມາດຣິດ, ເຣດໂຊເວຍ ອາເຊຊຊອຟ, ແອັດເລຕິກ ເຊຊ ແລະ ຢູດີ ທາຣາເດວ ເຊິ່ງລາຍການນີ້ມີເຖິງ 60 ສະໂມສອນແບ່ງອອກເປັນ 12 ກຸ່ມ ຄັດເອົາທີ 1 ກັບ ທີ 2 ຂອງແຕ່ລະກຸ່ມເຂົ້າຮອບດິວິຊັນ 1, ສ່ວນທີ 3 ກັບ ທີ 4 ຂອງແຕ່ລະກຸ່ມເຂົ້າຮອບດິວິຊັນ 2.

ສໍາລັບ W.I.G NAGA ເປັນສະໂມສອນບານເຕະເຍົາວະຊົນລາວທີ່ມີຊື່ສຽງ ແລະ ສ້າງຜົນງານໂດດເດັ່ນ ຄວ້າແຊັມລາຍການທີ່ລາວ ແລະ ປະເທດໄທ ມາຫຼາຍລາຍການ ເຄີຍເຂົ້າຮ່ວມລາຍການທີ່ ສ ເກົາຫຼີ ແລະ ແອັດສະປາຍ ມາແລ້ວ ໂດຍສະເພາະທ້າຍປີ 2023 ສ້າງປະຫວັດສາດຄວ້າແຊັມຮອບຄັດເລືອກລາຍການ TAR PROMISES ທີ່ນະຄອນຫຼວງບາງກອກປະເທດໄທ ແລະ ເດືອນພຶດສະພາ 2024 ໄດ້ໄປແຂ່ງຂັນຮອບສຸດທ້າຍທີ່ປະເທດແອັດສະປາຍ ກ່ອນຈົບອັນດັບທີ 22 ຈາກ 60 ສະໂມສອນເຂົ້າຮ່ວມຊີງໄຊ.

ສ່ວນປີ 2025 ແມ່ນໄດ້ຮັບເຊີນຈາກຝ່າຍຈັດການແຂ່ງຂັນ TAR PROMISES ໃຫ້ໄປແຂ່ງຂັນຮອບສຸດທ້າຍໄດ້ ໂດຍທີ່ບໍ່ຕ້ອງໄປແຂ່ງຂັນຮອບຄັດເລືອກ ແລະ ກໍານົດອອກເດີນທາງໃນວັນທີ 28 ເມສາ 2025. ຂະນະທີ່ ປີນີ້ມີເຖິງ 60 ສະໂມສອນຊັ້ນນໍາຈາກແຕ່ລະທະວີບ ໂດຍສະເພາະຈາກເອີຣົບ ກໍຄື ສະໂມສອນຊັ້ນນໍາໃນປະເທດແອັດສະປາຍ ເຂົ້າຮ່ວມຫຼາຍທີ່ສຸດ ນອກນັ້ນກໍມີ ທີມຈາກ ສ. ເກົາຫຼີ ແຊັມຮອບຄັດເລືອກ, ຈາກຣັດເຊຍ, ຝຣັ່ງ ແລະ ອື່ນໆ, ສ່ວນ W.I.G NAGA ເປັນທີມ 1 ດຽວຈາກລາວ ເຊິ່ງກໍເປັນຄັ້ງທີ 2 ທີ່ໄດ້ເຂົ້າຮ່ວມແຂ່ງຂັນລາຍການນີ້ທີ່ປະເທດແອັດສະປາຍ.
ຂ່າວ: Larh Creators

LEAVE A REPLY

Please enter your comment!
Please enter your name here