ເປີດໂຮງງານ ໃບໄຜ່ຊ້າງ ຈະເລີນໄຊ ຢູ່ ເມືອງຊໍາເໜືອ

0
162
ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ຄະນະບໍລິຫານງານຊາວໜຸ່ມແຂວງຫົວພັນ ຮ່ວມກັບສະມາຄົມນັກທຸລະກິດໜຸ່ມແຂວງ ເປີດໂຮງງານ ໃບໄຜ່ຊ້າງ ຈະເລີນໄຊ ຂຶ້ນໃນວັນທີ 20 ເມສາ 2025 ທີ່ສູນຊາວໜຸ່ມແຂວງຫົວພັນ ໂດຍມີທ່ານ ຄໍາແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ, ທ່ານ ທະນູໄຊ ວິໄລທໍາມະວົງ ອຳນວຍການບໍລິສັດໄຊຮຸ່ງເຮືອງພັດທະນາຄົບວົງຈອນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງຊໍາເໜືອ ແລະ ນາຍບ້ານອ້ອມຂ້າງເຂົ້າຮ່ວມ.
ໂຮງງານ ໃບໄຜ່ຊ້າງ ຕັ້ງຢູ່ບ້ານນາລີວ ເມືອງຊໍາເໜືອ ແຂວງຫົວພັນ, ຊຶ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ກາງເດືອນ ຕຸລາ 2024 ແລະ ສໍາເລັດໃນ ຕົ້ນເດືອນ ເມສາ 2025 ລວມມູນຄ່າກໍ່ສ້າງ 2,5 ຕື້ກວ່າກີບ ໂດຍແມ່ນທຶນຂອງບໍລິສັດ ໄຊຮຸ່ງເຮືອງ ພັດທະນາຄົບວົງຈອນ ຈໍາກັດຜູ້ດຽວ. ໂຮງງານດັ່ງກ່າວຈະເລັ່ງໃສ່ 3 ໜ້າວຽກຫລັກຄື: ເກັບຊື້ໃບໄຜ່ຊ້າງຈາກປະຊາຊົນທີ່ທາງໂຮງງານໄດ້ປ່ອຍເບ້ຍອອກໄປແລ້ວນໍາເອົາມາເຂົ້າໂຮງງານອົບແຫ້ງ ແປຮູບໃບໄມ້ເພື່ອສົ່ງອອກ, ກ້າເບ້ຍເພື່ອປ່ອຍອອກໃຫ້ປະຊາຊົນປູກ ແລະ ວາງແຜນສ້າງໂຮງງານຫລັງທີ 2 ຢູ່ເມືອງວຽງໄຊ, ໂຮງງານຫລັງທີ 3 ຢູ່ເມືຶງຊ່ອນ ເພື່ອໃຫ້ສະດວກແກ່ຜູ້ປູກມາຂາຍໃບໃຫ້ໂຮງງານ. ສຳລັບໃບໄຜ່ຊ້າງ ແມ່ນປູກຄັ້ງດຽວ ສາມາດເກັບໃບມາຂາຍໄດ້ຕະຫລອດປີ ແລະ ອາຍຸຕົ້ນໄຜ່ຊ້າງນີ້ຢູ່ໄດ້ປະມານ 30-50 ປີ ເຊິ່ງປີ 1 ສາມາດເກັບໃບໄດ້ 3 ຄັ້ງຕໍ່ປີ, ຕົ້ນ 1 ສາມາດເກັບໄດ້ປະມານ 7-12 ກິໂລດິບ ເຊິ່ງທາງໂຮງງານຄໍ້າປະກັນລາຄາໄວ້ບໍ່ໃຫ້ຫລຸດກິໂລລະ 6 ພັນກີບ.
ໃນຕໍ່ໜ້າໂຮງງານແຫ່ງນີ້ຈະກາຍເປັນໂສມໜ້າໃໝ່ໃຫ້ແກ່ແຂວງຫົວພັນ ເວົ້າລວມ, ເວົ້າສະເພາະຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະມາຄົມນັກທຸລະກິດໜຸ່ມ ເພື່ອເປັນບ່ອນສ້າງວຽກເຮັດງານທຳໃຫ້ປະຊາຊົນ, ຊາວໜຸ່ມ, ໄວໜຸ່ມທີ່ຫວ່າງງານໄດ້ມີວຽກເຮັດງານທໍາ ເພື່ອສ້າງລາຍໄດ້ເຂົ້າສູ່ຄອບຄົວ ແລະ ເປັນບ່ອນໃຫ້ແຂກຄົນເຂົ້າມາທັດສະນະສຶກສາຮຽນຮູ້ເລື່ອງອຸດສາຫະກຳ ກະສິກຳປຸງແຕ່ງ ເພື່ອສົ່ງອອກໄປຕ່າງປະເທດ.
ຂ່າວ-ພາບ: ນິດຖະໜອມ

LEAVE A REPLY

Please enter your comment!
Please enter your name here