ໃນວັນທີ 21 ເມສາ 2025 ນີ້, ຢູ່ທີ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາການຂາດແຄນຄູສອນ ໂດຍການເປັນທານ ຂອງສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ, ມີຄະນະຮັບຜິດຊອບ ຈາກກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຫຼວງພະບາງ, ກອງປະຕິບັດງານກໍ່ສ້າງຮາກຖານ, ເຂດຈຸດສຸມ, ກອງຮ້ອຍທະຫານຊາຍແດນ, ຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຄະນະອຳນວຍການວິທະຍາໄລຄູຫຼວງພະບາງ ແລະ ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານ ການຂາດແຄນຄູສອນ ແລະ ຄວາມຕ້ອງການຄູສອນ ຈາກພາກສ່ວນຕ່າງໆ ໂດຍສະເພາະແມ່ນ ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ບັນດາກອງຮ້ອຍທະຫານຊາຍແດນ. ຈາກນັ້ນ, ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ກ່ຽວກັບວິທີການແກ້ໄຂ ແລະ ເກັບກຳຂໍ້ມູນ ຄູສອນ, ຄູອາສາ ຊັ້ນປະຖົມສຶກສາຢູ່ເຂດຫາງໄກສອກຫຼີກພ້ອມນີ້, ຄົ້ນຄວ້າປຶກສາຫາລືກ່ຽວກັບການຈັດຕັ້ງ, ການເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ແກ່ນາຍ ແລະ ພົນທະຫານ ເພື່ອໄປຊ່ວຍສອນຢູ່ເຂດຫາງໄກສອກຫຼີກ, ຄົ້ນຄວ້າເກັບກຳສະຖິຕິຄູອາສາສະໝັກທີ່ບໍ່ທັນໄດ້ເຂົ້າເປັນລັດຖະກອນ, ປືກສາຫາລືສະຖານທີ່ການເປີດຊຸດອົບຮົມວິຊາຄູ ແລະ ການຂຶ້ນແຜນງົບປະມານຮັບໃຊ້ວຽກງານດັ່ງກ່າວ.

ໂອກາດນີ້, ສະຫາຍ ພັນເອກ ວັນໄຊ ຄຳພາວົງ ໄດ້ເນັ້ນໜັກຫຼາຍບັນຫາສຳຄັນ ເປັນຕົ້ນແມ່ນໃຫ້ແຕ່ຄະນະພັກ-ຄະນະບັນຊາແຕ່ລະກົມກອງ ຍົກສູງວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ເຊື່ອມຊຶມມະຕິ, ຄຳສັ່ງ ຂອງຂັ້ນເທິງຢ່າງເຖິງຖອງ, ສືບຕໍ່ຮີບຮ້ອນເກັບກຳຂໍ້ມູນ, ສະຖິຕິທີ່ກ່ຽວພັນ ແລ້ວສັງລວມລາຍງານ ແລະ ສະໜອງຂໍ້ມູນຕໍ່ຂັ້ນເທິງ ເພື່ອພ້ອມກັນຄົ້ນຄວ້າແກ້ໄຂໃຫ້ສ່ອດຄ່ອງ ແລະ ທັນການ.
ພາຍຫຼັງສຳເລັດກອງປະຊຸມ, ຄະນະໄດ້ເຄື່ອນໄຫວກວດກາສະຖານທີ່ພັກເຊົ່າ ແລະ ອາຄານ ທີ່ຈະໃຊ້ໃນການເປີດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ພະນັກງານ-ນັກຮົບ ຕື່ມອີກ.
ໂດຍ: ຈິດ ເພັດພູທອງ