ປີ 2025 ກາຍເປັນອີກໜຶ່ງປີທອງຂອງ ບຸນພະຈັນ ບຸນກອງ ນັກເຕະຊຸບເປີສະຕາລາວ ຫົວໜ້າທີມຊາດລາວຊຸດໃຫຍ່ ເພາະຫຼ້າສຸດພາຕົ້ນສັງກັດຢ່າງ ສະວາຍຣຽງ ເອັຟຊີ ແຊັມລີກສູງສຸດຂອງປະເທດກໍາປູເຈຍ ຜ່ານເຂົ້າຮອບຊີງຊະນະເລີດບານເຕະລາຍການໃຫຍ່ລະດັບອາຊີລາຍການ AFC Challenge League ແລະ ກໍຍັງສາມາດຕິດ ທີມອາຊຽນ ສະຕາຣ໌ ( ASEAN ALL–STARS ) ທີ່ຈະມີນັດແຂ່ງຂັນກັບ ແມນເຊັສເຕີ ຢູໄນເຕັດ ທີມຍັກໃຫຍ່ໃນພຣີເມຍລີກ ອັງກິດ.
ບຸນພະຈັນ ບຸນກອງ ຍິງ 1 ປະຕູ ແລະ ສົ່ງໃຫ້ເພື່ອນຮ່ວມທີມຍິງອີກ 1 ປະຕູ ຊ່ວຍໃຫ້ ສະວາຍຣຽງ ແຊັມລີກສູງສຸດຂອງກຳປູເຈຍ ບຸກສະເໝີ ມາດູຣາ ຢູໄນເຕັດ ຈາກອິນໂດເນເຊຍ 3-3 ລວມຜົນສອງນັດ ສະວາຍຣຽງ ຊະນະ 6-3 ໃນຮອບຮອງຊະນະເລີດ ເຮັດໃຫ້ ທີມຂອງບຸນພະຈັນ ເຂົ້າຮອບຊິງຊະນະເລີດ ເຕະບານ AFC Challenge League ລະດູການ 2024-2025 ພົບກັບ ອາຄາແດັກ ແຊ້ມລີກສູງສຸດເຕີກມີນິດສະຖານ ທີ່ຊະນະ ອາວ ອາຣາບີ້ ຈາກຄູເວດ ລວມຜົນສອງນັດຊະນະ 3-2 ຮອບຊິງຊະນະເລີດ ທີ່ກໍານົດແຂ່ງຂັນວັນທີ 10 ພຶດສະພາ 2025.
ໃນເວລາ ຕໍ່ມາບຸນພະຈັນ ບຸນກອງ ຖືກຄັດເລືອກເຂົ້າຮ່ວມທີມລວມດາລາອາຊຽນ ASEAN ALL–STARS ຫຼັງຈາກທີ່ ສະຫະພັນບານເຕະອາຊຽນ ໄດ້ຄັດເລືອກນັກກີລາຈາກ 12 ປະເທດ ເຂົ້າຮ່ວມ ທີມລວມດາລານັກເຕະອາຊຽນ ASEAN ALL–STARS ເພື່ອເຂົ້າຮ່ວມການແຂ່ງຂັນລາຍການ Maybank Challenge Cup ເຊິ່ງເປັນນັດຄັ້ງປະຫວັດສາດ ທີ່ບັນດານັກເຕະອາຊຽນ ຈະໄດ້ລົງຫລິ້ນກັບບັນດານັກກິລາອາຊີບຈາກສະໂມສອນ ແມນແຊສເຕີ ຢູໄນເຕັດ ທີມດັງຈາກ ພຣີເມຍລີກ ປະເທດອັງກິດ.
ສໍາລັບ ການແຂ່ງຂັນລາຍການ Maybank Challenge Cup 2025 ລະຫວ່າງ ທີມລວມດາລານັກເຕະອາຊຽນ ASEAN ALL–STARS ພົບ ສະໂມສອນ ແມນແຊສເຕີ ຢູໄນເຕັດ ທີມດັງຈາກ ລີກ ປະເທດອັງກິດຄັ້ງນີ້ ແມ່ນຈະແຂ່ງຂັນໃນວັນທີ 28 ພຶດສະພາ 2025 ເວລາ 20:45 ຢູ່ທີ່ສະໜາມກີລາບູກິດຈາລິລ ປະເທດມາເລເຊຍ.
ຂ່າວ: Larh Creators
ຜົນງານທີ່ຜ່ານມາຂອງ ບຸນພະຈັນ ເບິ່ງໄດ້ທີ່ລີ້ງ: https://laoedaily.com.la/2024/06/10/133688/