ໃນວັນທີ 18 ເມສາ 2025 ທີ່ຫ້ອງປະຊຸມຂອງ (ມຂ) ວິທະຍາເຂດໜອງຜື ມະຫາວິທະຍາໄລສະຫວັນນະເຂດ(ມຂ) ໄດ້ຈັດພິທີປະກາດແຕ່ງຕັ້ງສອງທ່ານເປັນຮອງອະທິການບໍດີ ມຂ ຄົນໃໝ່. ເຂົ້່າຮ່ວມໃນພິທີຄັ້ງນີ້ ໂດຍມີທ່ານ ປອ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ທ່ານ ຮສຈ.ປອ ຄູນ ສັກບົວວົງ ອະທິການບໍດີ ມຂ, ທ່ານ ຮສຈ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າກົມການສຶກສາຊັ້ນສູງ ແລະທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງສະຫວັນນະເຂດ, ແຂກຖືກເຊີນ ພ້ອມດ້ວຍພະນັກງານຫຼັກແຫຼ່ງພາຍໃນ ມຂ ເຂົ້າຮ່ວມ.
ໃນພິທີ, ທ່ານ ຮສຈ.ປອ ຄູນ ສັກບົວວົງ ອະທິການບໍດີ ມຂ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານ(ດ້ານການຮຽນ-ການສອນ)ພາຍໃນ ມຂ ໃນໄລຍະຜ່ານມາ, ຈາກນັ້ນ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະພະນັກງນກະຊວງສຶກສາທິການ ແລະກິລາ ກໍ່ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີສະບັບເລກທີ 239/ນຍ, ລົງວັນທີ 3 ເມສາ 2025 ເຊິ່ງໃນນີ້ນາຍົກລັດຖະມົນຕີໄດ້ອອກດຳລັດວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ເພັດສະໝອນ ຂັດຕິຍະວົງ ເປັນຮອງອະທິການບໍດີມະຫາວິທະຍາໄລສະຫວັນນະເຂດ ແລະຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 240/ນຍ, ລົງວັນທີ 3 ເມສາ 2025 ວ່າດ້ວຍການແຕ່ງຕັ້ງທ່ານ ສິດທິໄຊ ໄຊຍະວົງ ເປັນຮອງອະທິການບໍດີ ມະຫາວິທະຍາໄລສະຫວັນນະເຂດ.
ໃຫ້ກຽດຂຶ້ນມອບດຳລັດແຕ່ງຕັ້ງທັງສອງສະບັບໃຫ້ກັບຮອງອະທິການບໍດີ ມຂ ທັງສອງທ່ານໃນຄັ້ງນີ້ ໂດຍທ່ານ ປອ. ພຸດ ສິມາລາວົງ ທ່າມກາງຄວາມຍິນດີຈາກທຸກພາກສ່ວນທີ່ເຂົ້າຮ່ວມ.