ກຽມຕິດຕາມໄປພ້ອມໆກັນຫຼັງປີໃໝ່ 2568 ( 2025 ) ອາເລັກຊານດ້າ ທິດາວັນ ບຸນຊ່ວຍ ກຽມປ່ອຍເພງໃໝ່ “ ຕົ້ມອຶ່ງໄຂ່ ” ເປັນເພງແບບລູກທົ່ງ ປະສົບປະສານໄປກັບການເຕັ້ນ, ສະນຸກເຮຮາ ແລະ ພາຜູ້ຟັງເຕັ້ນນໍາໄປກັນ ລວມທັງຍັງມີຜົນງານການສະແດງອີກ ຖ້າຕິດຕາມ.
ອາເລັກຊານດຼາ ບຸນຊ່ວຍ ໃຫ້ສໍາພາດເນື່ອງໃນໂອກາດໄປຮ່ວມງານ Z Fashion Show 2025 ເມື່ອບໍ່ດົນນີ້ວ່າ: ປົກກະຕິຈະບໍ່ຄ່ອຍເຫັນ ຊານດຼາ ອອກງານ ແຕ່ງານນີ້ເປັນງານສໍາຄັນຈິ່ງໄດ້ມາຮ່ວມ ເພື່ອເບິ່ງເສື້ອຜ່າແພຊັນໂຊຕ່າງໆ ເພາະ 3 ປີທີ່ຜ່ານມາ ຊານດຼາ ໄດ້ມາຮ່ວມ ແລະ ມາເທື່ອນີ້ ຊານດຼາ ກະຢາກມາເບິ່ງວ່າມີຄວາມກ້າວໜ້າແບບໃດ ເຊິ່ງກໍເປັນມີຫຼາຍກ້າວຫຼາຍຂຶ້ນຫຼາຍ ເພາະມີຄວາມແປກໃໝ່ທັນຍຸກທັນສະໄໝ, ບັນດາດີຊາຍເນີມີການອອກແບບເຄື່ອງໃໝ່ໆເລື້ອຍໆ ແລະ ອື່ນໆ.
“ ແນ່ນອນໃນໄວໆນີ້ ຊານດຼາ ມີຂ່າວດີກຽມຈະປ່ອຍເພງໃໝ່ ເຊິ່ງຈະເປັນເພງເຕັ້ນ ແລະ ເປັນເພງລູກທົ່ງ ໂດຍເປັນແນວໃໝ່ ເພາະຄັ້ງນີ້ຈະໃຫ້ຄົນທີ່ໄດ້ເບິ່ງໄດ້ຟັງໄດ້ມີຄວາມສຸກ ແລະ ໄດ້ເຕັ້ນໄປນໍາກັນ, ສ່ວນຜົນງານການສະແດງກໍໄດ້ມີການຖ່າຍທໍາໄປແລ້ວ ໂດຍຈະມີການທະຍ່ອຍປ່ຽນຮຽກນໍ້າຍ່ອຍໄປກ່ອນ ແລະ ຫຼັງປີໃໝ່ລາວຈະເລີ່ມປ່ອຍເຕັມຮູບແບບ ຖ້າຕິດຕາມໄປພ້ອມໆກັນ ຝາກທຸກຄົນຕິດຕາມແດ່ເດີ ” ອາເລັກຊານດຼາ ບຸນຊ່ວຍ ກ່າວ.
ສໍາລັບ ອາເລັກຊານດຼາ ບຸນຊ່ວຍ ເປັນຍິງລາວ ທີ່ປະສົບຜົນສໍາເລັດຫຼາຍທີ່ສຸດໃນ ສປປ ລາວ ເປັນນັກສະແດງ ແລະ ນັກຮ້ອງ ມາຕັ້ງແຕ່ຍັງນ້ອຍໆ ດ້ວຍຄວາມສາມາດຫຼາກຫຼາຍ ແລະ ເລີ່ມມີຊື່ສຽງໂດ່ງດັງມາຕັ້ງແຕ່ປີ 2007 ຈົນເຖິງປັດຈຸບັນ ໂດຍສະເພາະແມ່ນຜົນງານເພງ ແລະ ລະຄອນ ເພງຮັກລິມຝັ່ງໂຂງ ທີ່ໄດ້ສະແດງກັບ ເບຍ ດາຣາໄທ ທີ່ມີຊື່ສຽງ ຫຼັງຈາກນັ້ນກໍມີບົດບາດທັງນັກຮ້ອງ ແລະ ນັກສະແດງມາຢ່າງຫຼວງຫຼາຍ ຈົນກາຍເປັນແບບຢ່າງຂອງແມ່ຍິງລາວມາໂດຍຕະຫຼອດ.
ຂ່າວ: Larh Creators ; ຮູບຈາກ: ອາເລັກຊານດຼາ ບຸນຊ່ວຍ