ສະຫຼອງຄົບຮອບ 2 ປີ ລົດໄຟ ລາວ-ຈີນ ເປີດນຳໃຊ້ຂະບວນລົດໄຟ ຂ້າມແດນ.

0
58

ວັນທີ 13 ເມສາ ແມ່ນວັນຄົບຮອບ 2 ປີ ຂອງການເປີດນໍາໃຊ້ລົດໄຟຂ້າມແດນ ລາວ-ຈີນ, ນັບແຕ່ເປີດນໍາໃຊ້ເປັນຕົ້ນມາ ທາງລົດໄຟລາວ-ຈີນສາມາດຂົນສົ່ງຜູ້ໂດຍສານຂ້າມແດນໄດ້ທັງໝົດ 480.000 ເທື່ອຄົນ ທີ່ມາຈາກ 112 ປະເທດ ແລະ ເຂດແຄວ້ນ, ໃນນັ້ນນັກທ່ອງທ່ຽວຕາມຊາຍແດນລາວ-ຈີນແບບເປັນກຸ່ມຈຳນວນ 37,500 ເທື່ອຄົນ, ເຮັດໃຫ້ການເດີນທາງໄປມາຫາສູ່ກັນລະຫວ່າງລາວ-ຈີນ, ລາວຫາພູມິພາກ ຫຼື ລາວອອກໄປທົ່ວໂລກ ມີຄວາມສະດວກສະບາຍຫຼາຍກວ່າເກົ່າ.

ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອຳນວຍການບໍລິສັດ ທາງລົດໄຟ ລາວ-ຈີນ ຈຳກັດ ກ່າວບາງຕອນວ່າ: ລົດໄຟລາວ-ຈີນຂະບວນຂ້າມແດນໄດ້ເຊື່ອມບັນດາເມືອງທ່ອງທ່ຽວຕາມແລວທາງລົດໄຟເຂົ້າຫາກັນ, ບໍ່ວ່າຈະເປັນນະຄອນຫຼວງວຽງຈັນ, ເມືອງມໍລະດົກໂລກຫຼວງພະບາງ, ສິບສອງພັນນາ ແລະ ເມືອງຄຸນຫມິງ ເຊິ່ງໄດ້ສ້າງຄວາມສະດວກສະບາຍໃຫ້ນັກທ່ອງທ່ຽວ ແລະ ຊ່ວຍຊຸກຍູ້ການພັດທະນາຂະແໜງການທ່ອງທ່ຽວ, ຮ້ານອາຫານ, ໂຮງແຮມ ແລະ ອື່ນໆຂອງຕົວເມືອງຕ່າງໆຕາມແລວທາງລົດໄຟລາວ-ຈີນ, ພ້ອມຊຸກຍູ້ການແລກປ່ຽນວັດທະນະທຳ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງລາວກັບຈີນຢ່າງມີປະສິດທິພາບ.

ລົດໄຟຂ້າມແດນລາວ-ຈີນ ໄດ້ເຮັດໃຫ້ການເດີນທາງລະຫວ່າງລາວ-ຈີນສະດວກສະບາຍ ແລະ ວ່ອງໄວ, ຈາກແຕ່ກ່ອນ ວຽງຈັນໄປຫາເມືອງຄຸນໝິງຕ້ອງເດີນທາງດ້ວຍລົດ ຜ່ານດ່ານທາງບົກໃຊ້ເວລາຫຼາຍມື້, ປະຈຸບັນເດີນທາງດ້ວຍລົດໄຟໃຊ້ເວລາພຽງແຕ່ 9 ຊົ່ວໂມງ 26 ນາທີ. ສິ່ງອຳນວຍຄວາມສະດວກຕ່າງໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ແອັບພິເຄຊັນຊື້ປີ້ລົດໄຟ LCR Ticket ຈາກເບື້ອງຕົ້ນທີ່ສາມາດລົງທະບຽນໄດ້ແຕ່ເບີໂທລາວ,ເບີໂທຈີນ ປະຈຸບັນໄດ້ເພີ່ມເບີໂທໄທ ແລະ ເບີໂທຫວຽດນາມ ໃນປີນີ້ ແລະ ໃນອະນາຄົດ ຍັງຈະຂະຫຍາຍໄປໃຫ້ຄວບຄຸມທົ່ວພູມິພາກອາຊຽນ ແລະ ທົ່ວໂລກ. ດ້ານການບໍລິການໄດ້ນຳໃຊ້ພາສາລາວ, ພາສາຈີນ, ພາສາອັງກິດ ເຊັ່ນ: ໃນແອັບຊື້ປີ້, ສະຖານີ, ການປະກາດເທິງລົດໄຟ ແລະ ພະນັກງານບໍລິການເທິງລົດໄຟ. ເທິງຂະບວນລົດໄຟຍັງມີການບໍລິການອາຫານ ແລະ ເຄື່ອງດື່ມ ໃຫ້ນັກທ່ອງທ່ຽວໄດ້ຊີມອາຫານແຊບໆຂອງທ້ອງຖິ່ນ, ເປີດປະສົບການການເດີນທາງແບບໃຫມ່.

ໃນໂອກາດຄົບຮອບ 2 ປີ (13 ເມສາ 2023-13 ເມສາ 2025) ຂອງການເປີດນໍາໃຊ້ລົດໄຟຂ້າມແດນ ລາວ-ຈີນ ແລະ ປີໃຫມ່ລາວ ພສ 2568 ນີ້, ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ຈັດກິດຈະກໍາສະເຫຼີມສະຫຼອງຢູ່ເທິງລົດໄຟ ເພື່ອສ້າງບັນຍາກາດອັນມ່ວນຊື່ນຕ້ອນຮັບປີໃຫມ່ລາວ. ພາຍໃນກິດຈະກໍາໄດ້ມີການສະແດງສິລະປະດົນຕີພື້ນເມືອງລາວ, ສະແດງບົດຟ້ອນ, ຮ້ອງເພງລາວ ແລະ ອື່ນໆ ເຊິ່ງໄດ້ສ້າງຄວາມປະທັບໃຈ ແລະ ຮອຍຍີ້ມໃຫ້ຜູ້ໂດຍສານ ຢູ່ເທິງລົດໄຟ ທີ່ມີທັງຄົນລາວ ແລະ ຊາວຕ່າງປະເທດ.

ທ່ານກ່າວຕື່ມວ່າ: ໃນຊ່ວງບຸນປີໃຫມ່ລາວໃນປີນີ້, ຄາດວ່າຈະມີຜູ້ໂດຍສານເດີນທາງດ້ວຍລົດໄຟເພີ່ມຂຶ້ນ 10% ເມື່ອທຽບໃສ່ຊ່ວງສົງການຂອງປີຜ່ານມາ ກໍຄືນັບແຕ່ວັນທີ 11-20 ເມສາ 2024 ໂດຍໃນປີຜ່ານມາແມ່ນມີຜູ້ໂດຍສານເດີນທາງດ້ວຍລົດໄຟທັງໝົດ 125.962 ເທື່ອຄົນ, ສະເລ່ຍ 12.596 ເທື່ອຄົນຕໍ່ວັນ. ເພື່ອສົ່ງເສີມການທ່ອງທ່ຽວ ແລະ ຮອງຮັບການເດີນທາງໄປສະເຫຼີມສະຫຼອງບຸນປີໃຫມ່ລາວຂອງພໍ່ແມ່ປະຊາຊົນ, ໃນຊ່ວງເທດສະການປີໃຫມ່ລາວປີນີ້, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ມີການເພີ່ມມາດຕະການຫຼາຍຢ່າງ ເຊັ່ນ: ມີການເພີ່ມຖ້ຽວລົດໄຟລະຫວ່າງຕົວເມືອງຕ່າງໆທີ່ມີການຈັດສະເຫຼີມສະຫຼອງບຸນປີໃໝ່; ເພີ່ມຖ້ຽວລົດໄຟ EMU ຈາກບໍ່ເຕ່ນ ລົງມາຫາ ຄະຄອນຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ແຕ່ຕອນເຊົ້າ ເພື່ອເຮັດໃຫ້ປະຊາຊົນພາກເໜືອມີຄວາມສະດວກສະບາຍໃນການຫຼິ້ນປີໃໝ່; ໄດ້ຂະຫຍານຍມື້ຂາຍປີ້ລ່ວງໜ້າ ໃຫ້ເປັນເວລາ 7 ວັນ; ນອກຈາກນີ້, ຍັງໄດ້ລົງທຶນພິເສດ ເພື່ອປັບປຸງການຈາລະຈອນແອອັດໃນເດີ່ນໜ້າສະຖານີ, ຂະຫຍາຍພື້ນທີ່ຈອດລົດ ແລະ ອື່ນໆ.

ໃນອະນາຄົດ ທາງລົດໄຟລາວ-ຈີນ ໄດ້ມີແຜນນໍາເຂົ້າລົດໄຟ EMU ຂະບວນທີ 5 ເພື່ອເປີດໃຫ້ບໍລິການເປັນປົກກະຕິຕາມເສັ້ນທາງທີ່ໄດ້ຮັບຄວາມນິຍົມ, ພ້ອມຍົກສູງຄຸນນະພາບດ້ານການບໍລິການໃຫ້ດີຂຶ້ນກວ່າເກົ່າ, ສືບຕໍ່ປັບປຸງລະບົບຊື້ປີ້ໃຫ້ສົມບູນຍິ່ງຂຶ້ນ, ເຝິກອົບຮົບທັກສະພາສາພະນັກງານ ແລະ ອື່ນໆ, ສ້າງເປັນລະບົບການບໍລິການທາງລົດໄຟທີ່ມີມາດຕະຖານສາກົນ, ຂະຫຍາຍການບໍລິການໄປສູ່ບັນດາປະເທດອາຊຽນ, ຊຸກຍູ້ທາງລົດໄຟລາວ-ຈີນໃຫ້ເຊື່ອມຈອດລະຫວ່າງລາວກັບປະເທດເພື່ອນບ້ານ ແລະ ທົ່ວໂລກ, ເສີມຂະຫຍາຍບົດບາດຂອງລາວໃຫ້ກາຍເປັນສູນກາງເຊື່ອມຈອດການຄົມມະນາຄົມຂອງພາກພື້ນ.

LEAVE A REPLY

Please enter your comment!
Please enter your name here