ໃນວັນທີ 3 ເມສາ 2025 ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ໄດ້ເຂົ້າທັດສະນະສຶກສາ ແລະ ຢ້ຽມຢາມເຂດເສດຖະກິດ ພິເສດກວມລວມໄຊເສດຖາ

ນໍາໂດຍສະຫາຍ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດຕ້ອນຮັບຈາກສະຫາຍ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງ ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ມີສະຫາຍເລຂາຄະນະຊາວໜຸ່ມ 9 ເມືອງ ພະແນກກການ ແລະ ອົງການທຽບເທົ່າ ພາກສ່ວນທີ່ກ່ຽວຂ້ອງຕະຫຼອດຮອດນ້ອງນ້ອຍວະຊົນທັນວາເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ 3 ວັນປະຫວັດສາດຂອງ ຊາດຂອງພັກເປັນຕົ້ນແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ວັນຊາດທີ 02 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ພິເສດແມ່ນວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ແລະ ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວນະຄອນຫຼວງວຽງ ຈັນ ຄັ້ງທີ IX ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນ.

ໃນໂອກາດດັ່ງກ່າວສະຫາຍ ຫຸມແພງ ສີສົມບັດ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ກໍໄດ້ມອບຫຼຽນກາທີ່ລະນືກ 65 ປີ ໃຫ້ແກ່ສະຫາຍ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງ ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ພ້ອມນັ້ນສະຫາຍ ທະນົງໄຊ ຄຸດໄພທູນ ຫົວໜ້າຄະນະຄຸ້ມຄອງ ເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ກໍ່ໄດ້ມອບເງີນຊຸກຢູ້ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IX ທີ່ຈະມາເຖິງໃນມໍ່ໆນີ້ ຈໍານວນ 25 ລ້ານກີບຕື່ມອີກ.