ພິທີດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮສ, ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງສືກສາທິການ ແລະ ກິລາ ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນກິລາປີ່ງປ່ອງແຫ່ງຊາດລາວ, ປະທານຈັດງານແຂ່ງຂັນກິລາປີ່ງປ່ອງເຍົາວະຊົນໂລກ ພ້ອມດ້ວຍ ບັນດາການນຳກະຊວງ, ຫົວໜ້າກົມ-ຮອງກົມ, ຄະນຳກຳມະການໂອແລມປິກແຫ່ງຊາດລາວ, ບັນດາບໍລິສັດທີ່ໃຫ້ການສະໜັບສະໜູນ, ບັນດາທ່ານແຂກທີ່ມີກຽດ, ສື່ມວນຊົນ ແລະ ຄູຝືກ, ກິລາ ທີ່ຮັກແພງ.
ໂອກາດດັ່ງກ່າວ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນກິລາປີ່ງປ່ອງແຫ່ງຊາດລາວ ກ່າວວ່າ: ສະຫະພັນກິລາປີງປ່ອງແຫ່ງຊາດລາວ, ຄະນະຮັບຜິດຊອບຈັດງານແຂ່ງຂັນກິລາປີງປ່ອງເຍົາວະຊົນໂລກ WTT Youth Contender 2024 ທີ່ ສຸນການຄ້າ ໄອເຕັກມໍ ຊັ້ນ7 ໃນວັນທີ 18-21 ກັນຍາ 2024 ມີຜົນສໍາເລັດຢ່າງຈົບງາມ ໂດຍສິ່ງທີ່ພົ້ນເດັ່ນໃນງານດັ່ງກ່າວແມ່ນ ການລະດົມທຶນມີຫຼາຍໆພາກສ່ວນປະກອບສ່ວນຊ່ວຍຈົນສາມາດ ລະດົມທຶນໄດ້ທັງໝົດ : 3,878,220,000 ກີບ ( ສາມຕື້ແປດຮ້ອຍເຈັດສິບແປດລ້ານສອງແສນຊາວພັນ ກີບ) , ໃນນັ້ນເປັນເງິນສົດ: 1,509,000,000 ກີບ ( ນຶ່ງຕື້ຫ້າຮ້ອຍເກົ້າລ້ານ ກີບຖ້ວນ) ແລະ ເປັນວັດຖຸ:2,369,220,000 ກີບ ( ສອງຕື້ສາມຮ້ອຍຫົກສິບເກົ້າລ້ານສອງແສຮຊາວພັນ ກີບ) ແລະ ສໍາລັບພິທີສະຫຼຸບຄັ້ງນີ້ກໍ່ໄດ້ຮັບການອຸປະຖໍາເພີ່ມຕື່ມອີກຈາກພາກສ່ວນ
1. ໂຮງແຮມແລນໝາກຣິເວີໄຊສະໜັບສະໜູນສະຖານທີ່ສຳລັບຈັດງານພິທີສະຫຼຸບຄັ້ງນີ້ມູນຄ່າ 500 ໂດລາ
2. ບໍລິສັດທຽນຊື່ສະໜັບສະໜູນຄ່າອາຫານມູນຄ່າ 1,300 ໂດລາ
3. ບໍລິສັດກຣິດຕະພົງກຸຣບສະໜັບສະໜູນໂລ້ທີ່ລະນືກ ມູນຄ່າ 30,000,000 ກີບ
I. ຜົນໄດ້ຮັບ
– ລັດຖະບານລາວໄດ້ສະແດງຄວາມສາມາດໃນການເປັນເຈົົ້າພາບຈັດງານແຂ່ງຂັນລະດັບສູງຂອງສາກົນເຮັດໃຫ້ບົດບາດຂອງປະເທດລາວກໍໍ່ຄື ສະຫະພັນປີ່ງປ່ອງແຫ່ງຊາດລາວສູງຂື້ນ ແລະ ເປັນທີີ່ຍອມຮັບໃນເວທີີ່ເວທີສາກົນ
– ໄດ້ຮັບຄວາມໄວ້ວາງໃຈ ແລະ ຄຳຍ້ອງຍໍຊົມເຊີຍໃນການເປັນເຈົົ້າພາບທີີ່ດີ ຈາກສະຫະພັນປີ່ງປ່ອງສາກົນ ແລະ ໄດ້ຮັບໂອກາດໃນການເປັນເຈົົ້າພາບຈັດງານແຂ່ງຂັນລະດັບສາກົນທີ່ໃຫຍ່ຂື້ນເພີ່ມຂື້ນໃນຕໍ່ໜ້າ.
– ບຸກຄະລາກອນຝ່າຍຕ່າງໆ ຝ່າຍລາວໄດ້ຍົກລະດັບ, ຮຽນຮູ້ປະສົບການໃນການຈັດງານໂດຍສະເພາະແມ່ນ
ກຳມະການຕັດສິນ, ຜູ້ຊ່ວຍຝ່າຍເຕັກນິກຈັດການແຂ່ງຂັນ, ທິມງານພິທີການຕ້ອນຮັບ ແລະ ອື່ນໆ.
– ນັກກິລາລາວໄດ້ມີໂອກາດສະແດງຄວາມສາມາດ ແລະ ເປັນແຮງຈູງໃຈໃຫ້ຂະບວນການກິລາປີ່ງປ່ອງລາວໄດ້ມີຄວາມຕື່ນຕົວເປັນພື້ນຖານໃນການຄັດເລືອກນັກກິລາທິມຊາດໃນອານາຄົດ.
– ສ້າງລາຍຮັບດ້ານການ ບໍລິການໂຮງແຮມທີ່ພັກ, ອາຫານ, ການຂົນສົ່ງ, ການຈັບຈ່າຍໃຊ້ສອຍພາຍໃນສູນການຄ້າ, ການພິມ ແລະ ສ້າງແຮງຈູງໃຈດ້ານນະໂຍບາຍແຮງງານ ໃຫ້ແກ່ທິມງານເຕັກນິກວິຊາການທັງພາຍໃນ ແລະ ຕ່າງປະເທດ, ນັກຮຽນ, ນັກສຶກສາອາສາສະໝັກ ແລະ ຜູ້ປະກອບການພາຍໃນສູນການຄ້າ
ສ່ວນ ຜົນການແຂ່ງຂັນ:
ສະຫລຸບການແຂ່ງຂັນ 4 ວັນ ຊິງໄຊ 12 ລາຍການ: ປະເທດທີ່ຍາດໄດ້ອັນດັບທີໜື່ງ ຄື:
1. ອັນດັບ1ໄດ້ແກ່ຈີນ ໄຕຫວັນ ສາມາດຍາດໄດ້ຂັນຊະນະເລີດ 9 ລາຍການ, ຮອງຊະນະເລີດ 3 ລາຍການ, ແລະອັນດັບທີ່ສາມ 9 ລາຍການ ຄອງອັນດັບ 1 ເປັນປີທີ 2 ຕິດຕໍ່ກັນ
2. ອັນດັບ ທີ 2 ໄດ້ແກ່ສາທາລະນະລັດເກົາຫລີ ໄດ້ຊະນະເລີດ 2 ລາຍການ, ອັນດັບສາມ 3 ລາຍການ
3. ອັນດັບ ທີ 3 ໄດ້ແກ່ຈີນຮົງກົງ ຊະນະເລີດ 1 ລາຍການ ຮອງຊະນະເລີດ 2 ລາຍການ ແລະ ອັນດັບສາມ 5 ລາຍການ,
4. ອັນດັບ ທີ 4 ໄດ້ແກ່ສິງກະໂປ ໄດ້ຮອງຊະນະເລີດ 1 ລາຍການ ແລະ ທີສາມ 1 ລາຍການ.
5. ອັນດັບ ທີ 5 ສສ ຫວຽດນາມ ໄດ້ອັນດັບສາມ 2 ລາຍການ ແລະ ທີ 3 ຮ່ວມ : ໂຄລົມບີ, ອິນເດຍ, ມາເລເຊຍ ແລະ ໄທ 3ປະເທດ ໄດ້ປະເທດລະ 1 ລາຍການ.
ໃຫ້ກຽດເຂົ້າຮ່ວມມອບລາງວັນມີ ທ່ານ ວຽງເງິນ ໄຂຄຳພິທູນ ພັນລະຍາ ຮອງນາຍົກລັດຖະມົນຕີ, ທີ່ປຶກສາກິຕິມະສັກຂອງງານຄັ້ງນີ້, ນາງ ແສງເດືອນ ຫລ້າຈັນທະບູນ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດ, ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ ແລະ ບັນດາແຂກການນຳຈາກກະຊວງ ແລະຜູ້ໃຫ້ການສະໜັບສະໜູນ.
ສຳລັບຜົນງານນັກກິລາລາວມີດັ່ງນີ້:
1. ລຸ້ນ 11ປີ ທ້າວ ສຸກພະໂຊກ ສຸພາວົງ ໄດ້ເຂົ້າຮອບ 32; ນາງ. ວິພາດາ ຫຼວງເດດມີໄຊໄດ້ເຂົ້າຮອບ 32
2. ລຸ້ນ 13ປີ ທ້າວ. ໄຊຊະນະ ໄຊສະຫວາດ ໄດ້ເຂົ້າຮອບ 8; ທ້າວ ສູນທະລາ ຫຼວງເດດມີໄຊ ໄດ້ເຂົ້າຮອບ 32; ທ້າວ ສຸກພະໂຊກ ສຸພາວົງ ໄດ້ເຂົ້າຮອບ 32; ນາງ. ຈຸຕິພອນ ສີສົມບູນ ແລະ ນາງ ເພັດສະໄໝ ກິຍະວົງ ໄດ້ເຂົ້າຮອບ 32 ປີ
3. ລຸ້ນ 15ປີ ທ້າວ ໄຊຊະນະ ໄຊສະຫວາດ ໄດ້ເຂົ້າຮອບ 32, ທ້າວ ສູນທະລາ ຫຼວງເດດມີໄຊ ໄດ້ເຂົ້າຮອບ 32; ນາງ ເພັດສະໄຫມ ກິຍະວົງ ໄດ້ເຂົ້າຮອບ 32
4. ລຸ້ນ 17ປີ ທ້າວ ພົງສະຫວັນ ແສງມະນີ ໄດ້ເຂົ້າຮອບ 32, ນາງ ທີບພະວັນ ໄດ້ເຂົ້າຮອບ 32
5. ລຸ້ນ 19ປີ ທ້າວ ອານັນ ວົງສາ ໄດ້ເຂົ້າຮອບ 32,
ໃນພິທີຍັງໄດ້ມີການປະດັບຫຼຽນ ແລະ ມອບໃບຍ້ອງຍໍ ໃຫ້ແກ່ບໍລິສັດ ບຸກຄົນ ແລະ ການຈັດຕັ້ງ ທີ່ກ່ຽວຂ້ອງ ທີ່ມີຜົນງານ ດີເດັ່ນ ໃນການປະກອບສ່ວນຊ່ວຍເຫຼືອ ສະໜັບ ສະໜູນ ແລະ ໃຫ້ການອຸປະຖໍາ ຈັດການແຂ່ງຂັນປິ່ງປ່ອງເຍົາວະຊົນໂລກ ໃນລາຍງານ WTT Youth Comtender ລະຫວ່າງວັນທີ 18 – 21 ກັນຍາ 2024 ທີ່ສູນການຄ້າໄອເທັກມໍ ຊັ້ນ 7 ໂດຍແມ່ນ ທ່ານ ຮສ. ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ສືກສາທິການ ແລະ ກິລາ ໃຫ້ກຽດ ຂື້ນປະດັບໃຫ້ກັບຫຼາຍໆພາກສ່ວນດັ່ງນີ້:
#ຮັບການປະດັບຫຼຽນໄຊພັດທະນາຊັ້ນ 2
1. ບໍລິສັດລາວເວີນ ຈໍາກັດ
2. ໂຮງແຮມແລນມາກຣິເວີໄຊ
#ຫຼຽນກາພັດທະນາ ໃຫ້ແກ່ ບໍລິສັດ ທີ່ໃຫ້ການສະໜັນສະໜູນ ຈັດການແຂ່ງຂັນປິ່ງປ່ອງເຍົາວະຊົນໂລກ ແກ່ສະຫະພັນປິ່ງປ່ອງແຫ່ງຊາດລາວ
1. ທະນາຄານອຸດສາຫະກໍາ ແລະ ການຄ້າຈີນຈຳກັດນະຄອນຫຼວງ ICBC.
2. ບໍລິສັດ ເອສທີເອສ ຂາອອກ – ຂາເຂົ້າຈຳກັດຜູ້ດຽວ.
3. ບໍລິສັດທຽນຊີ ພັດທະນາບໍ່ແຮ່ຈຳກັດ ຂໍຮຽນເຊີນ
#ມອບໃບຍ້ອງຍໍຂັ້ນລັດຖະບານ ໃຫ້ແກ່ ສະຫະພັກປິ່ງປ່ອງແຫ່ງຊາດ
1.ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ປະທານສະຫະພັນປິ່ງປ່ອງແຫ່ງຊາດ
#ມອບໃບຍ້ອງຍໍຂັ້ນລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໃຫ້ແກ່ ພາກສ່ວນບໍລິສັດ ທີ່ໃຫ້ການອຸປະຖຳ ຊ່ວຍເຫຼືອ ມີລາຍຊື່ ຕໍ່ໄປນີ້: ( ຊຸດທີ 1 )
1. ສະພາການຄ້າ ແຂວງກວາງຊີ ປະຈຳລາວ
2. ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ
3. ບໍລິສັດພັດທະນາສູນເສດຖະກິດການຄ້າຄົບວົງຈອນໜອງຈັນຕອນເໜືອຈຳກັດ
4. ບໍລິສັດເບສເທເລຄອມ ຈຳກັດ
5. ສະຫະພັນກິລາໝາກແລ້ແຫ່ງຊາດ
6. ບໍລິສັດ ນິວສະຕຮາ ມີເດຍ
7. ບໍລິສັດໂຊກດີອອກແບບຕົກແຕ່ງ ຈຳກັດຜູ້ດຽວ
8. ທະນາຄານແຫ່ງປະເທດຈີນ
9. ບໍລິສັດ ກະເຟພູເບ້ຍ
10. ບໍລິສັດ VLN ແຂວງບໍລິຄຳໄຊ
11. ບໍລິສັດ ALL WIN BIO Tecnology
12. ບໍລິສັດຈັນສຸກ ຈະເລີນຊັບ
13. ບໍລິສັດ ກຮິດຕິພົງ ກຮຸບຈຳກັດ
ຊຸດທີ 2.
1. ຄະນະກຳມະການໂອແລມປິກແຫ່ງຊາດ
2. ບໍລິສັດ LAO HESHENG TRAVAL SOLE . CO .LTD
3. ບໍລິສັດຊາພັນປີສາວຈັນ
4. ໂຮງແຮມຈັງຊີກົວຈີ
5. ທະນາຄານແຫ່ງ ສປປລາວ
6. ສະຫະພັນກິລາປິ່ງປ່ອງແຂວງຈຳປາສັກ
7. ສະໂມສອນປິ່ງປ່ອງດາລາວອນ
8. ສະຖາບັນກິລາກາຍຍະກຳ
9. ມະຫາວິທະຍາໄລແຫ່ງຊາດ
10. ວິທະຍາໄລພາລະສຶກສາ
11. ໄຟຟ້ານະຄອນຫຼວງພາກ I
12. ກະຊວງປ້ອງກັນຄວາມສະຫງົບນະຄອນຫຼວງ
#ມອບໃບຍ້ອງຍໍລັດຖະມັນຕີກະຊວງສຶກສາທິການ ແລະ ກິລາ ໃຫ້ແກ່ ບຸກຄົນ ທີ່ມີຜົນງານດີເດັ່ນໃຫ້ແກ່ການຈັດການແຂ່ງຂັນປິ່ງປ່ອງເຍົາວະຊົນໂລກ ( ມີສອງຊຸດ ) ດັ່ງມີລາຍຊື່ຕໍ່ໄປນີ້:
( ຊຸດທີ່ 1 )
1. ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ
2. ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ
3. ທ່ານ ນາງ ບົວສີ ສີສະຫວັດ ຮອງປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ
4. ທ່ານ ໂຈຈິນຟູ ຮອງປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ
5. ທ່ານ ນາງ ສົມໃຈ ວົງສາ ເລຂາທິການສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ
6. ທ່ານ ນາງ ດາລາວອນ ມະນີຈັນ ຮອງປະທານສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ
7. ທ່ານ ນາງ ມະລີຈັນ ທຳມະວົງ ຄະນະສະຫະພັນປິ່ງປ່ອງແຫ່ງຊາດ
8. ທ່ານ ນາງ ວຽງສະຫວັນ ສຸລິນພູມີ ຄະນະສະຫະພັນປິ່ງປ່ອງແຫ່ງຊາດ
9. ທ່ານ ກິ່ງລັດຕະນະ ທອງສະໝຸດ ຮັກສາການຜູ້ອຳນວຍການສະຖາບັນກິລາກາຍຍະກຳ
10. ທ່ານ ນາງ ຈັນສະຫວ່າງ ພັນວົງສາ ຮອງຫົວໜ້າສູນວິທະຍາສາດການກິລາ
11. ທ່ານ ສູນທອນ ຄຳສານ ຮອງຜູ້ອຳນວຍການໂຮງຮຽນພອນສະຫວັນກິລາກາຍຍະກຳ (ກໍາມະການຕັດສິນ)
12. ທ່ານ ນາງ ເພັດສະໄໝ ພາລາສີ ຮັກສາການຫົວໜ້າພະແນກຈັດການແຂ່ງຂັນກົມກິລາລະດັບສູງ
13. ທ່ານ ນາງ ທິບພະກອນສຸທຳມະວົງ ອາຈານສອນຈາກໂຮງຮຽນພອນສະຫວັນກິລາ-ກາຍຍະກຳ
14. ທ່ານ ວຽງຄຳ ຊາຊົວຢາງ ອາຈານພາກວິຊາວິທະຍາສາດການກິລາ ມຊ (ກຳມະການຕັດສິນ)
15. ທ່ານ ແອບ ມະນີວົງ ອາຈານພາກວິຊາວິທະຍາສາດການກິລາ ມຊ (ກຳມະການຕັດສິນ)
ໃຫ້ກຽດມອບ ທ່ານ ຮສ. ປອ. ພຸດ ສິມມາລາວົງ ກຳມະການສູນການພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ;
( ຊຸດທີ່ 2 )
1. ທ່ານ ວົງພະຈັນ ພົມມະຈິດ ອາຈານວິທະຍາໄລພາສຶກສາ (ກຳມະການຕັດສິນ)
2. ທ່ານ ນາງ ຂັນທະລິ ຕະຕິເດດ ອາຈານພາກວິຊາວິທະຍາສາດການກິລາ ມຊ (ກຳມະການຕັດສິນ)
3. ທ່ານ ວາດສະໜາ ພຸດທະວົງ ກອງພັນໃຫຍ່ 621 (ກຳມະການຕັດສິນ)
4. ທ່ານ ນາງ ສຸລັດ ມະນີວົງ ສະຖາບັນກິລາ ກາຍຍະກຳ (ກຳມະການຕັດສິນ)
5. ທ່ານ ນາງ ນຸຈາງ ສະຖາບັນກິລາ ກາຍະກຳ (ກຳມະການຕັດສິນ)
6. ທ່ານ ສິລິຍັນ ມະນີຈັນ ຄູຝຶກ
7. ທ່ານ ທະວີສັກ ທັດສະພອນ ຄູຝຶກ
8. Mr. Mark Rho ຄູຝຶກ
9. ທ່ານ Thananan Worsuksri ຄູຝຶກ
10. ທ່ານ ໄຊສົມບູນ ພູມີໄຊ ຄູຝຶກ
11. ທ່ານ ຄານິດ ໄຊເພັດວົງ ຄູຝຶກ
12. ທ່ານ ນາງວຽງວິໄລ ມິ່ງບູບຜາ ຜູ້ຈັດການທົ່ວໄປສູນການຄ້າໄອເຕັກມໍ
13. ທ່ານ ພູທະວີພອນ ພັນໄຊຍາ ຫົວໜ້າໜ່ວຍງານວິຊາການກິລາໂຮງຮຽນພອນສະຫວັນ
14. ທ່ານ ທະນູສອນ ທິໂນລາດ ຮອງຫົວໜ້າໜ່ວຍງານວິຊາການກິລາໂຮງຮຽນພອນສະຫວັນ
15. ທ່ານ ພູເງິນ ພົວທອງ ວິຊາການພະແນກອິນເຕີເນັດ ວິທະຍຸກະຈາຍສຽງແຫ່ງຊາດລາວ
# ມອບໂລ້ ກຽດຕິຄຸນ ໃຫ້ແກ່ ສະຖາບັນ, ວິທະຍາໄລ ບໍລິສັດ ຫ້າງຮ້ານ ທີ່ໃຫ້ການສະໜັບສະໜູນລາຍການ ແຂ່ງຂັນ ປິ່ງປ່ອງເຍົາວະຊົນໂລກ ຈຳນວນ 30 ພາກສ່ວນ ແບ່ງອອກເປັນ ສອງຊຸດ ດັ່ງມີລາຍຊີືຕໍ່ໄປນີ້
( ຊຸດທີ 1 )
1. ສະຖາບັນກິລາ-ກາຍຍະກຳ
2. ວິທະຍາໄລພາລະສຶກສາ ທົ່ງປົ່ງ
3. ໂຮງແຮມຈັງຊີກົວຈີ
4. ບໍລິສັດເອສທີເອສ
5. ໂອແລມປິກແຫ່ງຊາດລາວ
6. ບໍລິສັດຂວັນໃຈການຄ້າ
7. ບໍລິສັດລາວເວີນຈຳກັດ
8. ບໍລິສັດ ນິວສະຕຮາ ມີເດຍ
9. ບໍລິສັດໂຊກດີອອກແບບຕົກແຕ່ງ ຈຳກັດຜູ້ດຽວ
10. ທະນາຄານອຸດສາຫະກຳ ແລະ ການຄ້າຈີນຈຳກັດນະຄອນຫຼວງ ICBC
11. ສະພາການຄ້າ ແຂວງກວາງຊີ ປະຈຳລາວ
12. ບໍລິສັດລາວທຽນຊີ ພັດທະນາບໍ່ແຮ່ຈຳກັດ
13. ທະນາຄານແຫ່ງປະເທດຈີນ
14. ບໍລິສັດນ້ຳດື່ມແຮ່ທາດ
15. ບໍລິສັດລາວໂທລະຄົມມະນາຄົມມະຫາຊົນ
( ຊຸດທີ 2 )
1. ມະຫາວິທະຍາໄລແຫ່ງຊາດ
2. ສະໂມສອນດາລາວອນ
3. ບໍລິສັດຊາພັນປີສາວຈັນ
4. ທະນາຄານແຫ່ງ ສປປລາວ
5. ບໍລິສັດ ກຮິດຕິພົງ ກຮຸບຈຳກັດ
6. ບໍລິສັດ LAO HESHENG TRAVAL SOLE . CO .LTD
7. ບໍລິສັດ CHANSOUK
8. TEXT HERE
9. ບໍລິສັດພັດທະນາສູນເສດຖະກິດການຄ້າຄົບວົງຈອນໜອງຈັນຕອນເໜືອຈຳກັດ
10. ທ່ານ ປ້າ ວຽງເງິນ ໄຂຄຳພິທູນ ປະທານກິດຕິມາສັກ ປະທານສະຫະພັນກິລາໝາກແລ້ແຫ່ງຊາດ
11. ບໍລິສັດ VLN ແຂວງບໍລິຄຳໄຊ
12. ບໍລິສັດ ALL WIN BIO Tecnology
13. ສະຫະພັນກິລາປິ່ງປ່ອງຈຳປະສັກ
14. ສະໂມສອນ SV
15.ບໍລິສັດເບສເທເລຄອມ ຈຳກັດ
ຂ່າວ-ຮູບ: Larh Creators