ສວສ ຮ່ວມກັບ ມະຫາວິທະຍາໄລ ກິລອງ ເປີດການຝຶກອົບຮົມພາສາຫວຽດ ຊຸດທີ 1

0
59

ເປີດຊຸດຝຶກອົບຮົມພາສາຫວຽດ ຊຸດທີ 1 ຢ່າງເປັນທາງການ ໃນວັນທີ 11 ເມສາ 2025, ທີ່ສະບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ນາງ ສີສຸກ ວົງວິຈິດ ອາດີດຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ຮສ. ປອ ເລືອງ ມິງ ກື່ ອະທິການບໍດີ ມະຫາວິໄລກີວລອງ ສສ ຫວຽດນາມ ພ້ອມດ້ວຍຕາງໜ້າສະຖານທູດຫວຽດນາມປະຈໍາລາວ, ຮອງຫົວໜ້າກົມ, ສະຖາບັນ, ສູນ, ຜູ້ອໍານວຍການ-ຮອງຜູ້ອໍານວຍການ, ຂະແໜງ, ພະນັກງານ, ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ມະໂນລີ ດົງວັນ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກ່າວໃນພິທີວ່າ: ສູນພາສາຫວຽດ ໄດ້ສ້າງຕັ້ງຂຶ້ນຕາມຂໍໍ້ຕົກລົງຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ລາວ) ແລະ ມະຫາວິທະຍາໄລກິວລອງ (ຫວຽດນາມ) ໄດ້ລົງນາມຮ່ວມກັນວັນທີ 22 ເດືອນພະຈິກ 2024 ແລະ ຕາມແຈ້ງການສະບັບເລກທີ 1690, ລົງວັນທີ 17 ທັນວາ 2024 ສູນພາສາຫວຽດ ໄດ້ເລີ່ມຮັບນັກສຶກສາຢ່າງເປັນທາງການ ໃນວັນທີ 15 ເດືອນ ກຸມພາ 2025. ປັດຈຸບັນ, ສູນຝຶກອົບຮົມພາສາຫວຽດມີ ພະນັກງານປະຈໍາການ 2 ທ່ານ, ພະນັກງານ ຊ່ວຍ 4 ທ່ານ, ອາຈານ 3 ທ່ານ, ມີນັກສຶກສາ 51 ຄົນ, ແບ່ງເປັນ 5 ຫ້ອງ ໃນນັ້ນ, ມີລະດັບພຶ້ນຖານ 4 ຫ້ອງ ແລະ ຫ້ອງຍົກລະດັບ 1 ຫ້ອງ. ໃນການຈັດການຮຽນການສອນແມ່ນລວມມີພາກເຊົ້າ, ພາກບ່າຍ ແລະ ພາກຄໍ່າ ສອນແຕ່ວັນຈັນເຖິງວັນອາທິດ ໂດຍນໍາໃຊ້ຫຼັກສູດ ແລະ ປຶ້ມແບບຮຽນຂອງມະຫວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ-ມະຫາວິທະຍາ ໄລແຫ່ງຊາດທີ່ນະຄອນໂຮ່ຈີມິນ ສສ ຫວຽດນາມ ເຊິ່ງເປັນຫຼັກສູດ-ແບບຮຽນພາສາຫວຽດເໝາະສໍາລັບສອນຄົນຕ່າງປະເທດ.

ສໍາລັບ ສູນຝຶກອົບຮົມພາສາຫວຽດໄດ້ຮັບການສະໜັບສະໜູນ, ການຊ່ວຍເຫຼືອ ທາງດ້ານເຄື່ອງມື, ອຸປະກອນການຮຽນ-ການສອນທີ່ຄົບຊຸດ ແລະ ທັນສະໄໝຈາກ ມະຫາວິທະຍາໄລ ກິວລອງ, ຈາກການປະສານສົມທົບຂອງສະຖານທູດຫວຽດນາມປະຈໍາລາວທີ່ໄດ້ສະໜອງຊັບຊ້ອນຄູອາຈານ, ຊ່ຽວຊານພາສາຫວຽດທີ່ມີບົດຮຽນປະສົບການມາສິດສອນໃນສູນ. ນອກຈາກວິທີການສອນແບບດັ້ງເດີມ, ອາຈານຍັງໄດ້ມີຄວາມຫ້າວຫັນນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ວິທີການຄື: ໃຊ້ໂປເຈັກເຕີ, ຊອບແວປະຕິບັດການອອກສຽງ ແລະ ວິດີໂອຕົວຢ່າງ; ຝຶກຂຽນ ແລະ ພິມພາສາຫວຽດໃນຄອມພິວເຕີ; ແນະນໍາການນໍາໃຊ້ເຄື່ອງມື AI “ ChatGPT” ເພື່ອນໍາໃຊ້ເຂົ້າໃນການຮຽນພາສາຫວຽດ ແລະ ໃນວຽກງານຂອງແຕ່ລະຄົນ; ປະເພດບັນຊີ ChatGPT; ວິທີສ້າງ ແລະ ແປເນື້ອໃນເອກະສານດ້ວຍຫຼາຍພາສາ; ປ່ຽນເນື້ອໃນໃນຟາຍຮູບ ເປັນເອກະສານ ແລະ ສ້າງບົດລາຍງານຕາມຟາຍຕົວຢ່າງ. ຍ້ອນແນວນັ້ນ, ຜູ້ຮຽນບໍ່ພຽງແຕ່ຮັບເອົາຄວາມຮູ້ໄດ້ຢ່າງວ່ອງໄວເທົ່ານັ້ນ ແຕ່ຍັງມີຄວາມກະຕືລືລົ້ນຢາກຮູ້ຢາກຮຽນ ແລະ ມີຄວາມກ້າວໜ້າໃນການຮຽນຢ່າງຈະແຈ້ງທີ່ສຳຄັນໃນ 4 ທັກສະຄື: ຟັງ-ເວົ້າ-ອ່ານ-ຂຽນ ໄດ້ດີ ແລະ ໄດ້ຮັບໃບຢັ້ງຢືນອີກດ້ວຍ.

ຂະນະດຽວກັນ ທ່ານ ຮສ. ປອ ເລືອງ ມິງ ກື່ ອະທິການບໍດີ ມະຫາວິໄລກີວລອງ ສສ ຫວຽດນາມ ໄດ້ຂຶ້ນກ່າວເປີດຢ່າງເປັນທາງການວ່າ: ມະຫາວິໄລກີວລອງ ແມ່ນໄດ້ມີສາຂາວິຊາຫຼາຍຂະແໜງການ ແລະ 4 ຂົງເຂດຄື: ພາກວິຊາວິທະຍາສາດເສດຖະກິດ, ພາກວິທະຍາສາດເຕັກນິກເຕັກໂນໂລຊີ, ພາກວິທະຍາສາດສຸຂະພາບ ແລະ ວິທະຍາສາດສັງຄົມ ເຊິ່ງລວມທັງໝົດມີຢູ່ 35-39 ສາຂາວິຊາຮຽນ ໂດຍມີນັກຮຽນມາສຶກສາຢູ່ທີ່ນີ້ຫຼາຍກວ່າ 65 ພັນຄົນ ແລະ ທີ່ມີການ ມະຫາວິໄລກີວລອງ ໄດ້ສ້າງນັກສຶກສາຈາກຕ່າງປະເທດຫຼາຍ 1.500 ຄົນ ໂດຍສະເພາະນັກສຶກສາຈາກລາວ 170 ຄົນ ເຊິ່ງຫຼັງຈາກຈົບການສຶກສາແລ້ວສາມາດກັບມາຮັບໃຊ້ປະເທດຊາດລາວໄດ້ ໂດຍສະເພາະແມ່ນສາຂາວິຊາ ວິທະຍາສາດສຸຂະພາບ ຫຼື ການແພດ.

ສໍາລັບ ສູນຝຶກອົບຮົມພາສາຫວຽດ ໂດຍພາຍໃຕ້ການຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ກັບ ມະຫາວິທະຍາໄລກິວລອງ ສສ ຫວຽດນາມ ເຊິ່ງຕັ້ງຢູ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໃນນະຄອນຫຼວງວຽງຈັນ ສປປ ລາວ ເປີດນໍາໃຊ້ກ່ອນໜ້າໃນເດືອນພະຈິກ 2024 ຈົນຫຼ້າສຸດໄດ້ ເປີດການຝຶກອົບຮົມພາສາຫວຽດ ຊຸດທີ 1 ຢ່າງເປັນທາງການໃນວັນທີ 11 ເມສາ 2025 ແມ່ນມີຂີດໝາຍປະຫວັດສາດການພັດທະນາການສຶກສາລາວ, ເປັນສະຖານທີ່ດໍາເນີນການຄົ້ນຄວ້າດ້ານການສຶກສາແຫ່ງທໍາອິດໃນລາວ ແລະ ເປັນບ່ອນ ນາຍຄູຄໍາ ໄດ້ຮຽນຮູ້ ແລະ ເລີ່ມຊີວິດຄູຂອງເພິ່ນ ທີ່ເປັນຕົ້ນກຳເນີດວັນຄູແຫ່ງຊາດຂອງລາວອີກດ້ວຍ.

ນອກນັ້ນ, ໄລຍະທີ່ຜ່ານມາ ນັກຮຽນຈາກ ສປປ ລາວ ທີ່ຈົບໃໝ່ ຕ້ອງໄປຮຽນພາສາຫວຽດ ຫຼື ກະກຽມພາສາຫວຽດ ຢູ່ທີ່ປະເທດຫວຽດນາມ ເຮັດໃຫ້ເສຍຄ່າໃຊ້ຈ່າຍຫຼາຍ ແນ່ນອນການສ້າງ ສູນຝຶກອົບຮົມພາສາຫວຽດນາມ ແຫ່ງນີ້ຈະເປັນອີກໜຶ່ງທາງເລືອກໃຫ້ກັບນັກສືກສາລາວ ແລະ ພະນັກງານ ລວມເຖິງຜູ້ທີ່ຕ້ອງການຮຽນພາສາຫວຽດໄດ້ຮຽນ ເຊິ່ງຈະເພີ່ມຄວາມສະດວກສະບາຍ ແລະ ປະຢັດຄ່າໃຊ້ຈ່າຍ ໃນການກະກຽມໄປຮຽນຕໍ່ ທີ່ປະເທດຫວຽດນາມ ທີ່ມະຫາວິທະຍາໄລໃນປະເທດຫວຽດນາມ.
#ສູນຝຶກອົບຮົມພາສາຫວຽດ Trung Tâm Đào Tạo Tiếng Việt
ຂ່າວ-ຮູບ: Larh Creators

LEAVE A REPLY

Please enter your comment!
Please enter your name here