ການສອບເສັງນັກຮຽນເກັ່ງປີນີ້ ນະຄອນຫຼວງຍັງຄົງສ້າງຜົນງານໄດ້ດີເດັ່ນ ກາຍເປັນເຈົ້າຫຼຽນຄຳເຖິງ 7 ຫຼຽນຄຳໃນຈຳນວນ 8 ຫຼຽນຊຶ່ງອີງຕາມ ຜົນສະຫຼຸບການສອບເສັງແຂ່ງຂັນນັກຮຽນເກ່ງລະດັບຊາດ ຊັ້ນມັດທະຍົມສຶກສາ 2024-2025 ຈັດ ຂຶ້ນວັນທີ 10 ເມສາ 2025 ຜ່ານມາ ໂດຍມີທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສຶກສາທິການ ແລະກິລາ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຮອງລັດຖະມົນຕີ ຫົວໜ້າ-ຮອງຫົວໜ້າຫ້ອງການ ກົມ ອະທິການບໍດີ ສະຖາບັນ ສູນ ພະນັກງານຄູ-ອາຈານ ນັກຮຽນເກ່ງ ແລະ ພໍ່ແມ່ຜູ້ປົກຄອງ ເຂົ້າຮ່ວມ.
ທ່ານ ນາງ ນວມຄໍາ ຈັນທະບູລີ ວ່າການແທນຫົວໜ້າກົມສາມັນສຶກສາ ກະຊວງ ສຶກສາທິການ ແລະກິລາ ກ່າວໃຫ້ຮູ້ວ່າ:ການສອບເສັງນັກຮຽນເກ່ງໃນສົກຮຽນ 2024-2025 ຈັດຂຶ້ນລະຫວ່າງ ວັນທີ 7-10 ເມສາ 2024 ເຊິ່ງໄດ້ຄັດເລືອກເອົານັກຮຽນມັດທະຍົມສຶກສາ ຜູ້ທີ່ສອບເສັງໄດ້ອັນດັບທີ 1-2 ລະດັບແຂວງ ຈໍານວນ 288 ຄົນ ຍິງ 162 ຄົນ ໃນນັ້ນ ຊັ້ນ ມ4 ຈໍານວນ 144 ຄົນ ຍິງ 92 ຄົນ ແລະ ຊັ້ນມ7 ຈໍານວນ 144 ຄົນ ຍິງ 52 ຄົນ ໃນນັ້ນ ສາມະເນນ 5 ອົງ ພະ 1 ອົງ ກວມເອົາ 22 ເຜົ່າ 4 ກຸ່ມພາສາ ສອບເສັງ 4 ວິຊາ ຄື: ຄະນິດສາດ ພາສາລາວ-ວັນນະຄະດີ ຟີຊິກສາດ ແລະ ວິຊາເຄມີສາດ.
ຜົນການແຂ່ງຂັນ ຊັ້ນມ4 ວິຊາພາສາລາວ-ວັນນະຄະດີ ໄດ້ອັນດັບທີ1 ນາງ ສຸວັນຄໍາ ພິມມະສອນ ຈາກໂຮງຮຽນ ມສ ຊະນະພົນ ນະຄອນຫຼວງວຽງຈັນ ທີ 2 ນາງ ສຸລິຍາ ປານມະນີ ຈາກ ມສ ພອນສະຫວັນ ແຂວງຊຽງຂວາງ ທີ3 ນາງ ທິບເກສອນ ໄຊຍະປັນຍາ ຈາກ ມສ ສາທິດ ແຂວງສະຫວັນນະເຂດ.
ວິຊາຄະນິດສາດ ທີ1 ທ້າວ ເອກກະສັນ ໝື່ນດວງ ຈາກ ມສ ພອນສະຫວັນແຫ່ງຊາດ ນະຄອນຫຼວງວຽງຈັນ ທີ2 ນາງ ສີປະໄພ ໂອໄຊ ຈາກ ມຕ ປາກຊັນໃໝ່ ແຂວງບໍລິຄໍາໄຊ ທີ3 ທ້າວໄຊປະເສີດ ນຸກສາ ຈາກ ມສ ປາດຖະໜາ ນະຄອນຫຼວງວຽງຈັນ.
ວິຊາຟີຊິກສາດ ທີ1 ນາງ ລິນດາ ພົງສະຫວັນ ຈາກ ມສ ພອນສະຫວັນແຫ່ງຊາດ ນະຄອນຫຼວງວຽງຈັນ ທີ2 ນາງ ມິນີ້ ພັນທະກອນ ມສ ລຽງເປີຍ ແຂວງອຸດົມໄຊ ທີ3 ທ້າວ ເພັດສະໝອນ ພຸດທະວົງ ມສ ລາວ-ຫວຽດນາມ ແຂວງສະຫວັນນະເຂດ ວິຊາເຄມີສາດ ທີ1 ນາງ ອອນນະພາ ຄໍາມະນີຈັນ ມສ ພອນສະຫວັນ ແຂວງຊຽງຂວາງ ທີ2 ນາງ ສຸລິຕາ ພົມມະຫາໄຊ ມສ ສິນໄຊ ນະຄອນຫຼວງວຽງຈັນ ທີ3 ນາງ ນຸດຈິລາ ບຸນຍາວົງ ມສ ໂພນສະຫວັນ ແຂວງສະຫວັນນະເຂດ.
ສ່ວນຊັ້ນມ7 ວິຊາພາສາລາວ-ວັນນະຄະດີ ທີ1 ທ້າວ ດ່ອນລ້າ ພົມມະວົງສາ ມສ ຫ້ອມສະຫວັນ ນະຄອນຫຼວງວຽງຈັນ, ທີ2 ນາງ ສຸກສົມວາດ ຣາຊະວົງ ຮຮ ພອນສະຫວັນ ແຂວງບໍລິຄຊາໄຊ, ທີ3 ນາງ ປາທອງ ຊາຍທອງ ມສ ສີທ່ານາໄຊ ແຂວງບໍລິຄໍາໄຊ ວິຊາຄະນິດ ສາດ ທີ1 ນາງ ສຸກພັນສາ ພົມມະລັງສີ ມສ ວຽງຈັນ ນວ ທີ2 ທ້າວ ບົ່ງວື່ ຈູມ້າ ມສ ພອນສະຫວັນແຫ່ງຊາດ ນະຄອນຫຼວງວຽງຈັນ ທີ3 ນາງ ປາວີນາ ສີປະເສິີດ ມສ ຫົວສຽວ ແຂວງຈໍາປາສັກ.
ວິຊາຟີຊິກສາດ ທີ1 ນາງ ນິວັນນາວາ ພົມມະວົງ ມສ ປາດຖະໜາ ນະຄອນຫຼວງວຽງຈັນ ທີ2 ນາງ ອາລິສາ ວົງພູທອນ ມສ ຫົວສຽວ ແຂວງຈໍາປາສັກ ທີ3 ທ້າວ ດ່າ ຊົວລືຢ່າງ ຮຮ ພອນສະຫວັນ ແຂວງບໍລິຄໍາໄຊ.
ວິຊາເຄມີສາດ ທີ1 ທ້າວ ພິລະພົນ ພົນເສນາ ມສ ປາດຖະໜາ ນະຄອນຫຼວງວຽງຈັນ ທີ2 ທ້າວ ເຢິວື ມສ ວັງເຮືອ ແຂວງວຽງຈັນ ທີ3 ທ້າວ ໄຈຊົ່ງ ຈາກ ມສ ພອນສະຫວັນແຫ່ງຊາດ ນະຄອນຫຼວງວຽງຈັນ.
ສໍາລັບລາງວັນເປັນບຸກຄົນ ລາຍວິຊາ ທີ1 ໄດ້ຮັບຫຼຽນຄໍາ ໃບຍ້ອງຍໍ ແລະ ເງິນລາງວັນ 23 ລ້ານກີບ ທີ2 ຫຼຽນເງິນ ໃບຍ້ອງຍໍ ແລະ ເງີນ 18.900.000 ກີບ ທີ3 ຫຼຽນທອງ ໃບຍ້ອງຍໍ ແລະ 15.600.000ກີບ ສ່ວນຜົນການແຂ່ງຂັນຖາມ-ຕອບວິທະຍາສາດ ທີ1 ທີມຈາກ ນວ ໄດ້ຮັບຂັນຊະນະເລີດ ແລະ ເງິນ 11.100.000 ກີບ ທີ2 ທີມຈາກແຂວງ ອຸດົມໄຊ ໄດ້ຮັບເງິນ 7.800.000 ກີບ ແລະ ທີ3 ທີມຈາກແຂວງ ຈໍາປາສັກ ໄດ້ຮັບເງິນຈໍານວນ 4.600.000 ກີບ.
ນອກຈາກນີິ້ ໃນພິທີຍັງໄດ້ມອບ-ຮັບການສະໜັບສະໜູນ ທັງພາກລັດ ແລະ ເອກະຊົນ ຈໍານວນ 32 ພາກສ່ວນ ລວມມູນຄ່າ 1,4 ຕື້ກີບ ແລະ ເພື່ອເປັນການສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນ ທາງກະຊວງ ສສກ ຍັງໄດ້ມອບໃບກຽດຕິຄຸນໃຫ້ແກ່ພາກສ່ວນທີ່ໄດ້ປະກອບສ່ວນໃຫ້ການສະໜັບສະໜູນ ແລະ ມອບໃບຢັ້ງຢືນໃຫຄູນໍາພາ ນັກຮຽນ ທີ່ເຂົ້າຮ່ວມການສອບເສັງແຂ່ງຂັນນັກຮຽນເກ່ງ ລະດັບຊາດ ໃນຄັ້ງນີ້.