ເມືອງຫົງສາ ທຳລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບ

0
74
ວັນທີ 10 ເມສາ 2025 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ-ເຊື່ອມຄຸນນະພາບຂື້ນ ຢູ່ທີ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ໂດຍການເຂົ້າຮ່ວມຂອງທ່ານ ອ່ອນຈັນ ບຸນຍາວົງ ຮອງເຈົ້າເມືອງຫົງສາ, ຜູ້ຊີ້ນຳວຽກງານເສດຖະກິດຂອງເມືອງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ແລະ ຕາງໜ້ານັກທຸລະກິດ-ຜູ້ປະກອບການພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສົມຄວນ ສຸດທະວົງສາ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຂໍ້ຕົກລົງຂອງເຈົ້າເມືອງຫົງສາ ສະບັບເລກທີ 243/ຈມ.ຫສ, ລົງວັນທີ 31 ມີນາ 2025 ແລະ ແຜນວຽກຈຸດສຸມປະຈຳປີ 2025, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ຈຶ່ງໄດ້ສົມທົບກັບຄະນະກຳມະການກວດກາຄຸນນະພາບສິນຄ້າ, ສິນຄ້າຜິດລະບຽບ ແລະ ສິນຄ້າເກືອດຫ້າມຂັ້ນເມືອງ ລົງກວດກາສິນຄ້າໝົດອາຍຸ-ເສື່ອມຄຸນນະພາບຢູ່ພາຍໃນເມືອງ ໂດຍສະເພາະແມ່ນບັນດາຮ້ານຄ້າຕ່າງໆໃນທ້ອງຕະຫຼາດ ແລະ ໃນເທດສະບານເມືອງ, ການລົງກວດກາຄັ້ງນີ້ແມ່ນໄດ້ເລີ່ມແຕ່ວັນທີ 1-8 ເມສາ 2025, ທາງຄະນະກຳມະການໄດ້ລົງກວດກາຮ້ານຂາຍເຄື່ອງທົ່ວໄປ, ຮ້ານມິນິມາກ, ຮ້ານຂາຍອາຫານແຊ່ແຂງ, ຮ້ານຂາຍເຄື່ອງຢູ່ໃນໂຮງຮຽນປະຖົມ-ມັດທະຍົມສົມບູນ, ຮ້ານຂາຍເຄື່ອງສັງຄະທານ ແລະ ກະຕ່າຂອງຂວັນ ໄດ້ທັງໝົດ 102 ຮ້ານ
ໃນນີ້, ຮ້ານຂາຍເຄື່ອງສົ່ງ 6 ຮ້ານ, ຮ້ານມິນິມາກ 3 ຮ້ານ ແລະ ຮ້ານຂາຍເຄື່ອງຍ່ອຍທົ່ວໄປ 93 ຮ້ານ, ສາມາດກວດກາພົບເຫັນສິນຄ້າໝົດອາຍຸ, ສິນຄ້າຜິດລະບຽບ ແລະ ສິນຄ້າເກືອດຫ້າມ ທັງໝົດ 65 ລາຍການໂດຍສະເພາະແມ່ນສິນຄ້າປະເພດຕ່າງໆເຊັ່ນ: ເຂົ້າໜົມ, ໝີ່ສໍາເລັດຮູບ, ເຄື່ອງສໍາອາງ, ເຄື່ອງປຸງແຕ່ງອາຫານ ແລະ ເຄື່ອງດື່ມປະເພດຕ່າງໆ, ເຊິ່ງລວມມູນຄ່າທັງ
ໝົດ 6,672,000 ກີບ ແລະ ເພື່ອເປັນການປະຕິບັດໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບການ ທັງຮັບປະກັນຕໍ່ຜົນໄດ້ຮັບ, ທາງຄະນະກຳມະການໄດ້ຄົ້ນຄວ້າ ປຶກສາຫາລືເຫັນດີເປັນເອກະພາບກັນ ປັບໄໝຜູ້ປະກອບການຜູ້ທີ່ບໍ່ເອົາໃຈໃສ່ກວດກາເບິ່ງສິນຄ້າພາຍໃນຮ້ານຕົວເອງ ສວຍໂອກາດຂາຍສິນຄ້າເຊື່ອມຄຸນນະພາບໃຫ້ຜູ້ບໍລິໂພກ ເຊິ່ງເປັນຜົນກະທົບຕໍ່ສຸຂະພາບທາງກາຍ ແລະ ຈິດໃຈ ໂດຍທາງກົງ ແລະ ທາງອ້ອມ, ໂດຍສະເພາະແມ່ນຮ້ານທີ່ໄດ້ມີການລົງກວດກາພົບເຫັນຫຼາຍຄັ້ງ ທັງໄດ້ເຮັດບົດບັນທຶກ ແລະ ໄດ້ສຶກສາອົບຮົມກ່າວເຕືອນຜ່ານມາແລ້ວນັ້ນ, ຄະນະກຳມະການ ໄດ້ປັບໄໝເຈົ້າຂອງຮ້ານຕົວຈິງຈໍານວນ 6 ຮ້ານ, ມູນຄ່າປັບໄໝໄດ້ທັງໝົດ 1,850,000 ກີບ, ສໍາລັບຮ້ານທີ່ເປີດໃໝ່ ຖ້າກວດພົບເຫັນເຄື່ອງໝົດອາຍຸ ແຕ່ຖ້າມີມູນຄ່າໜ້ອຍ ທາງຄະນະກຳມະການແມ່ນໄດ້ສຶກສາອົບຮົມ ແລະ ແນະນໍາໃຫ້ເຈົ້າຂອງຮ້ານເຂົ້າໃຈຕໍ່ພາລະບົດບາດຂອງວຽກງານດັ່ງກ່າວ, ຈາກນັ້ນ, ຜູ້ເຂົາຮ່ວມກໍ່ໄດ້ພ້ອມກັນທຳລາຍສິນຄ້າດັ່ງກ່າວ.
ຂ່າວ-ພາບ: ຖວທ ເມືອງຫົງສາ

LEAVE A REPLY

Please enter your comment!
Please enter your name here