ໄຕມາດ 1 ເສດຖະກິດ ຫວຽດນາມ ຂະຫຍາຍຕົວເກືອບ 7%

0
95

ລວມຍອດຜະລິດຕະພັນພາຍໃນປະເທດ ( GDP ) ຂອງ ສສ ຫວຽດນາມ ໃນໄຕມາດທີ 1 ປີ 2025 ເພີ່ມຂຶ້ນ 6,93% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເຊິ່ງບັນລຸລະດັບ ເພີ່ມຂຶ້ນສູງທີ່ສຸດ ເມື່ອທຽບໃສ່ໄຕມາດທີ 1 ຂອງຊຸມປີໃນໄລຍະ 2020 – 2025.

ໝາກຜົນການເຕີບໂຕດັ່ງກ່າວ ແມ່ນລື່ນກາຍຄາດໝາຍທີ່ໄດ້ວາງອອກ ສຳລັບມາດຕາທີ 1 ປີ 2025 ໃນມະຕິເລກທີ 1 ຂອງລັດຖະບານຫວຽດນາມ. ນີ້ແມ່ນຂໍ້ມູນຂ່າວທີ່ໄດ້ຍົກອອກມາໃນກອງປະຊຸມຖະແຫຼງຂ່າວ ປະກາດຕົວເລກສະຖິຕິດ້ານເສດຖະກິດ – ສັງຄົມ ໄຕມາດທີ 1 ປີ 2025 ໂດຍກົມສະຖິຕິກະຊວງການເງິນ ຫວຽດນາມ ຈັດຂຶ້ນໃນວັນທີ 6 ເມສາ ຢູ່ຮ່າໂນ້ຍ.

อาจเป็นรูปภาพของ 4 คน, สกูตเตอร์ และ ถนน

ທ່ານ ນາງ ຫງວຽນທິເຮືອງ ຫົວໜ້າກົມສະຖິຕິ ຫວຽດນາມ ໃຫ້ຮູ້ວ່າ: ໃນສະພາບການເສດຖະກິດ, ການເມືອງໂລກ ມີການຫັນປ່ຽນຍາກຈະຄາດຄະເນລ່ວງໜ້າໄດ້ ນີ້ແມ່ນລະດັບການເຕີບໂຕທີ່ຕັ້ງໜ້າທີ່ສຸດ. ຕາມກົມສະຖິຕິແລ້ວ, ຂົງເຂດກະສິກຳ, ປ່າໄມ້ ແລະ ສິນໃນນ້ຳ ການເຕີບໂຕບັນລຸໄດ້ຕາມເປົ້າໝາຍທີ່ໄດ້ວາງອອກ ໃນໄຕມາດທີ 1; ຂົງເຂດອຸດສາຫະກຳ ແລະ ການກໍ່ສ້າງ, ການຜະລິດອຸດສາຫະກຳ ສືບຕໍ່ມີຜົນງານເປັນໜ້າຊື່ນຊົມ; ຂະແໜງອຸດສາຫະກຳປຸງແຕ່ງ, ການປະດິດສ້າງ ແມ່ນກຳລັງໜູນເຕີບໂຕຂອງທົ່ວພື້ນຖານເສດຖະກິດ.

อาจเป็นรูปภาพของ 2 คน

ໃນຂົງເຂດບໍລິການ, ຄວາມຕ້ອງການບໍລິໂພກ – ອຸປະໂພກໃນໂອກາດບຸນປີໃໝ່ປະຈຳຊາດ ແລະ ຈຳນວນແຂກທ່ອງທ່ຽວສາກົນມາ ສສ ຫວຽດນາມ ໄດ້ເພີ່ມຂຶ້ນສູງ ປະກອບສ່ວນເຮັດໃຫ້ຂະແໜງການຄ້າ ແລະ ການບໍລິການບັນລຸລະດັບເຕີບໂຕສູງພໍສົມຄວນ.

LEAVE A REPLY

Please enter your comment!
Please enter your name here