ຂ່າວສານ ຊີອາໄອ ລາຍງານວ່າ: ເພື່ອຮັບມືກັບບັນຫາການເພີ່ມພາສີເທົ່າທຽມກັນ ຕໍ່ສິນຄ້າຫຼາຍປະເທດໃນໂລກ ທີ່ທ່ານ ໂດນັລ ທຣຳ ປະທານາທິບໍດີ ສະຫະລັດອາເມຣິກາ ໄດ້ປະກາດໃນວັນທີ 2 ເມສາຜ່ານມາ, ທ່ານ ອັນວາອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ຢືນຢັນຕໍ່ສື່ມວນຊົນໃນວັນທີ 4 ເມສາຜ່ານມາວ່າ: ຈະປຶກສາຫາລືກັບບັນດາປະເທດສະມາຊິກອາຊຽນ ເພື່ອສົ່ງເສີມຫຼັກການຍຸຕິທຳຂອງການຄ້າສາກົນ.
ໃນທ້າຍອາທິດຜ່ານມາ, ກະຊວງການລົງທຶນ ການຄ້າ ແລະ ອຸດສາຫະກຳ ມາເລເຊຍ ໄດ້ອອກຖະແຫຼງການວ່າ: ລັດຖະມົນຕີກະຊວງການລົງທຶນ ການຄ້າ ແລະ ອຸດສາຫະກຳມາເລເຊຍ ຈະເປັນປະທານກອງປະຊຸມພິເສດຂອງລັດຖະມົນຕີເສດຖະກິດອາຊຽນ.
ກອງປະຊຸມຄັ້ງນີ້ ຄາດວ່າຈະປຶກສາຫາລືກ່ຽວກັບຜົນກະທົບຕໍ່ການຄ້າ, ການລົງທຶນ ແລະ ຄວາມໝັ້ນຄົງທາງດ້ານເສດຖະກິດຂອງພາກພື້ນ ຍ້ອນມາດຕະການທີ່ກ່ຽວຂ້ອງຂອງ ສະຫະລັດອາເມຣິກາ ເພື່ອພະຍາຍາມປົກປັກຮັກສາຜົນປະໂຫຍດດ້ານເສດຖະກິດຂອງພາກພື້ນ ແລະ ລະບົບການຄ້າທີ່ເປີດກວ້າງ, ຍຸຕິທຳ ແລະ ຕາມລະບຽບການ.