ເຟດ ຊີ້ນະໂຍບາຍພາສີໃໝ່ ອາດຈະເຮັດໃຫ້ໄພເງິນເຟີ້ເພີ່ມຂຶ້ນ ແລະ ເສດຖະກິດ ອາເມຣິກາ ຂະຫຍາຍຕົວຊ້າລົງ

0
94

ທ່ານ ເຈີໂຣມ ພາວເວລ ປະທານທະນາຄານກາງ ອາເມຣິກາ ຫຼື ເຟດ ( Fed ) ໄດ້ກ່າວເຕືອນບັນດາມາດຕະການພາສີໃໝ່ຂອງປະທານາທິບໍດີ ສະຫະລັດອາເມຣິກາ ທີ່ອາດຈະເຮັດໃຫ້ສະພາບໄພເງິນເຟີ້ ແລະ ການເຕີບໂຕເສດຖະກິດ ອາເມຣິກາ ຊັກຊ້າລົງ.

อาจเป็นรูปภาพของ 1 คน และ ข้อความพูดว่า "A O"

ປະທານເຟດ ຖືວ່າຂອບຂະໜາດ ແລະ ຂອບເຂດຂອງບັນດາອັດຕາພາສີໃໝ່ ແມ່ນສິ່ງເກີນຄິດ ແລະ ເຮັດໃຫ້ເພີ່ມຄວາມສ່ຽງເຮັດໃຫ້ສະພາບໄພເງິນເຟີ້ແກ່ຍາວ. ຄຳເຫັນຂອງທ່ານປະທານ ເຟດ ໄດ້ຍົກອອກມາໃນສະພາບຕະຫຼາດອະສັງຫາລິມະຊັບຖືກຜົນກະທົບຢ່າງໃຫຍ່ຫຼວງ ຈາກບັນດາມາດຕະການພາສີຂອງທ່ານປະທານາທິບໍດີ ອາເມຣິກາ.

ທ່ານປະທານ ແລະ ເຈົ້າໜ້າທີ່ຫຼາຍທ່ານຂອງ ເຟດ ໄດ້ກ່າວເຕືອນຫຼາຍຄັ້ງວ່າ ພາສີນຳເຂົ້າສູງ ຈະສ້າງຄວາມຫຍຸ້ງຍາກໃຫ້ບັນດາອົງການນີ້ໃນການຫຼຸດອັດຕາດອກເບ້ຍທີ່ເຄີຍເພີ່ມຂຶ້ນ ເພື່ອຕ້ານໄພເງິນເຟີ້.

LEAVE A REPLY

Please enter your comment!
Please enter your name here