ປະເທດຜູ້ຜະລິດນ້ຳມັນເຊື້ອໄຟ ຈະເພີ່ມການຜະລິດ

0
93

ອົງການປະເທດສົ່ງອອກນ້ຳມັນເຊື້ອໄຟ ຫຼື ໂອເປັກ ໄດ້ອອກຖະແຫຼງການວ່າ: 8 ປະເທດສະມາຊິກອົງການໂອເປັກ ແລະ ບໍ່ເປັນສະມາຊິກອົງການໂອເປັກ ຕົກລົງຈະເພີ່ມການຜະລິດນ້ຳມັນເຊື້ອໄຟ 411.000 ບາເຣວຕໍ່ມື້ ເລີ່ມແຕ່ເດືອນພຶດສະພາປີນີ້ເປັນຕົ້ນໄປ.

ไม่มีคำอธิบายรูปภาพ

ຖະແຫຼງການລະບຸວ່າ: ເນື່ອງຈາກຕະຫຼາດນ້ຳມັນເຊື້ອໄຟຂອງໂລກໃນປັດຈຸບັນ ມີຄວາມໝັ້ນທ່ຽງໃນຂັ້ນພື້ນຖານ ແລະ ມີອະນາຄົດທີ່ດີ, 8 ປະເທດດັ່ງກ່າວ ຈຶ່ງຮ່ວມກັນຕົກລົງປັບປະລິມານການຜະລິດ.

ການເພີ່ມການຜະລິດນໍ້າມັນເຊື້ອໄຟເທື່ອນີ້ ລວມທັງປະລິມານເພີ່ມການຜະລິດໃນເດືອນພຶດສະພາທີ່ກຳນົດໄວ້ລ່ວງໜ້າ ແລະ ປະລິມານເພີ່ມຕື່ມອີກ 2 ເດືອນ. ພ້ອມກັນນັ້ນ 8 ປະເທດຈະປັບປຸງຈັງຫວະເພີ່ມການຜະລິດນ້ຳມັນເຊື້ອໄຟຢ່າງຄ່ອງແຄ້ວ ໂດຍອີງຕາມສະພາບຄວາມຕ້ອງການຂອງຕະຫຼາດ, ທັງນີ້ກໍເພື່ອຮັກສາຄວາມໝັ້ນທ່ຽງຂອງຕະຫຼາດນ້ຳມັນເຊື້ອໄຟ.

LEAVE A REPLY

Please enter your comment!
Please enter your name here