ພິທີມອບ-ຮັບໃບຢັ້ງຢືນຈົບຊຸດອົບຮົມລະບາດວິທະຍາພາກສະໜາມ ( FET ) ລຸ້ນທີ 15 ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10/4/2024, ທີ່ໂຮງແຮມລາວ ພຣາຊາ, ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ປະລິນຍາເອກ ດຣ ບຸນແຝງ ພູມມະໄລສິດ, ສາດສະດາຈານ ກິດຕິມະສັກ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ Heather Variava ເອກອັກຄະລະຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ, ທ່ານ ປອ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ Dr. Timothy Armstrong ຜູ້ຕາງໜ້າອົງການອານາໄມໂລກປະຈໍາ ສປປລາວ ພ້ອມດ້ວຍ ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໃນພິທີຄັ້ງນີ້ ມີຜູ້ແທນເຂົ້າຮ່ວມທັງໜົດ ຈຳນວນ 70 ທ່ານ ທີ່ມາ ຈາກບັນກະຊວງ, ກົມ, ສູນ, ສະຖາບັນ, ມວສ, ມຊ, ປກສ, ປກຊ ແລະ ບັນດາອາຈານທີ່ມີສ່ວນຮ່ວມໃນການສະ ໜັບສະໜູນຫຼັກສູດ ພ້ອມທັງທ່ານຜູ້ຕາງໜ້າຈາກ, ອົງການ DTRA, USCDC, WHO ກໍ່ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ປອ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ຂຶ້ນກ່າວເປີດງານ ແລະ ຈຸດສົງຂອງງານວ່າ: ກະຊວງສາທາລະນະສຸກ ສົມທົບກັບກົມຄວບຄຸມພະຍາດຕິດຕໍ່ ໂດຍພາຍໃຕ້ການຊີ້ນໍາ ນໍາພາຂອງການນໍາກະຊວງສາທາລະນະສຸກ ໄດ້ສົມທົບກັບ, ອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່, ສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ສະຫະລັດອາເມລິກາ ແລະ ອົງການອະນາໄມໂລກ ເພື່ອໄດ້ຈັດພິທີມອບຮັບໃບຢັ້ງຢືນໃຫ້ນັກສຶກສາຜູ້ທີ່ຈົບຊຸດອົບຮົມຫຼັກສູດລະບາດວິທະຍາ ພາກສະໜາມຂື້ນ ທັງນີ້ກໍເພື່ອເປັນການສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ນັກສຶກສາຍາດມາໄດ້ນັ້ນ.
ກະຊວງສາທາລະນະສຸກ, ກົມຄວບຄຸມພະຍາດຕິດຕໍ່ ໄດ້ຈັດຊຸດອົບຮົມລະບາດວິທະຍາພາກສະໜາມ ໄດ້ຖືກຈັດຕັ້ງປະຕິບັດມາ ນັບແຕ່ຕົ້ນປີ 2009 ແຕ່ປີ 2009 ຈົນເຖີງປະຈຸບັນ ຊຶ່ງເປັນລຸ້ນທີ 15 ໂດຍມີກົມຄວບຄຸມພະຍາດຕິດຕໍ່ເປັນຈຸດປະສານງານຫຼັກ ພາຍໃຕ້ການຊີ້ນໍານໍາພາຈາກການນໍາກະຊວງສາທາລະນະສຸກ ການເປີດຊຸດອົບຮົມໃນແຕ່ລະຄັ້ງໃນແຕ່ລະປີມີຈະມີນັກສຶກສາເຂົ້າຮ່ວມທັງໜົດ 8 ທ່ານ ຊຶ່ງມາຈາກກະຊວງສາທາລະນະສຸກ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດປະເທດ ໂດຍໄດ້ຮັບການສະໜັບສະໜູນຈາກ ສູນວິເຄາະ ແລະ ລະບາດວິທະຍາ, ອົງການປ້ອງກັນຫຼຸດຜ່ອນໄພຂົ່ມຂູ່, ສູນປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ສະຫະລັດອາເມລິກາ ແລະ ອົງການອະນາໄມໂລກ ບໍ່ວ່າຈະເປັນທາງດ້ານງົບປະມານ ແລະ ວິຊາການ
ຈຸດປະສົງໃນການກໍ່ຕັ້ງສ້າງຊຸດອົບຮົມນັກດັ່ງກ່າວຂຶ້ນ ລະບາດວິທະຍາພາກສະໜາມ ແມ່ນເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານສາທາລະນະສຸກໃນການພັດທະນາຄວາມອາດສາມາດທາງດ້ານລະບາດວິທະຍາ ໃຫ້ພະນັກງານຜູ້ທີ່ຮັບຜິດຊອບວຽກງານປ້ອງກັນ ແລະ ຄວບຄຸມພະຍາດ ແຕ່ສູນກາງລົງຮອດທ້ອງຖິ່ນ.
ຂະນະດຽວກັນ ທ່ານ ດຣ. ວຽງສະຫວັນ ກິດຕິພົງ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງ ສາທາລະນະສຸກ ໄດ້ກ່າວວ່າ ໃນປະຈຸບັນແມ່ນຊຸດອົບຮົມ FET ລຸ້ນທີ 15 ( ມາຈາກ ສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້, ພະແນກສາທາລະນະສຸກແຂວງ ຫຼວງພະບາງ, ຫ້ອງການສາທາເມືອງໄຊເສດຖາ ແລະ ແຂວງ ວຽງຈັນ , ສະຖາບັນອານາໄມກັນພະຍາດ ສົ່ງເສີມສຸຂະພາບກອງທັບ, ປກຊ, ພະແນກເສນາຮັກແຂວງບໍລິຄໍາໄຊ ແລະ ພະແນກກະສິກໍາ ແລະ ປ່າໄມແຂວງ ບໍ່ແກ້ວ ) ,ປະເທດ, ມາຮອດປັດຈຸບັນມີຈຳນວນນັກສຶກສາຜູ້ທີ່ຈົບໄປແລ້ວລວມທັງລຸ້ນທີ່ກຳລັງຈົບແມ່ນມີທັງໝົດ 118 ທ່ານ ຊຶ່ງໃນນັ້ນຢູ່ຂັ້ນສູນກາງ ມີ 40 ທ່ານ ( ຂະແໜງສາທາລະນະສຸກ 17 ທ່ານ, ກະສິກໍາ 5 ທ່ານ, ໄຂ້ຍຸງ 3 ທ່ານ, ສັກຢາກັນພະຍາດວັກຊີນ 4 ທ່ານ, ປກຊ 6ທ່ານ ແລະ ປກສ 5 ທ່ານ ), ຢູ່ ຂັ້ນແຂວງ 56 ທ່ານ ( ຂະແໜງສາທາ 37 ທ່ານ, ກະສິກໍາ 13 ທ່ານ, ໄຂ້ຍຸງ 4 ທ່ານ, ປກຊ 1 ທ່ານ, ປກສ 1 ) ແລະ ຢູ່ຂັ້ນເມືອງ 22 ທ່ານ ( ຂະແໜງສາທາ 21 ແລະ ກະສິກໍາ 1 ທ່ານ ).
ສໍາລັບ ນັກສຶກສາລະບາດວິທະຍາພາກສະໜາມຜູ້ທີ່ຈົບໄປແລ້ວ ມີບົດບາດສຳຄັນຫຼາຍຕໍ່ວຽກງານສາທາລະນະສຸກ ກໍຄືການປະກອບສ່ວນເຂົ້າໃນວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ແລະ ເຫດການສຸກເສີນດ້ານສາທາລະນະສຸກ ເປັນຕົ້ນເຊັ່ນ: ປການປະະກອບສ່ວນຢ່າງຕັ້ງໜ້າໃນວຽກງານເຝົ້າລະວັງ, ສອບສວນການລະບາດ, ວິເຄາະຂໍ້ມູນ ແລະ ຕອບໂຕ້ຕໍ່ການລະບາດ ( ນັກສຶກສາລະບາດວິທະຍາພາກສະໜາມ ລຸ້ນທີ 15 ໄດ້ເຂົ້າຮ່ວມການລົງສອບສວນການລະບາດຂອງພະຍາດຕິດຕໍ່ຢ່າງຫຼວງຫຼາຍ ເປັນຕົ້ນ ການລະບາດຂອງພະຍາດມາລາເລຍ, ພະຍາດໄຂ້ເລືອດດໍາ, ພະຍາດໄຂ້ຍຸງລາຍ, ພະຍາດໄອ່ໄກ່, ພະຍາດໄຂ້ເລືອດດໍາ ).
ນອກນັ້ນ ເຄືອຂ່າຍນັກສຶກສາລະບາດວິທະຍາພາກສະໜາມຜູ້ທີ່ຈົບໄປແລ້ວໃນຂອບເຂດທົ່ວປະເທດ ຍັງເປັນເສົາຫຼັກໃນການປະສອບສ່ວນໃຫ້ແກ່ວຽກງານເຝົ້າລະວັງ ແລະ ໂຕ້ຕອບ ຢູ່ທ້ອງຖິ່ນ ພ້ອມທັງແລະ ໄດ້ສຶກສາຄົ້ນການສືກສາຄົ້ນຄ້ວາກ່ຽວກັບບັນຫາທາງດ້ານສາທາລະນະສຸກທີ່ມີໃນປັດປະັດຈຸບັນ ເພື່ອຊອກຫາສາເຫດຂອງການເຈັບເປັນ ເພື່ອແລະ ສະເໜີຂັ້ນນຳໃນການວາງມາດຕະການແກ້ໄຂ ແລະ ປັບປຸງວຽກງານກັນ ແລະ ຄວບຄຸມພະຍາດໃຫ້ດີຂື້ນໃນຕໍ່ໜ້າ ກໍຄືເການພື່ອປ້ອງກັນ ແລະ ຫຼຸດຜ່ອນໄພຂົ່ມຂູ່ດ້ານສຸຂະພາບຂອງປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ.
ສໍາລັບ ການມອບໃບຢັ້ງຢືນການຝຶກອົບຮົມລະບາດວິທະຍາພາກສະໜາມ ( FET ) ລຸ້ນທີ 15 ຄັ້ງນີ້ໃຫ້ກຽດມອບໂດຍ ທ່ານ ປະລິນຍາເອກ ດຣ ບຸນແຝງ ພູມມະໄລສິດ, ສາດສະດາຈານ ກິດຕິມະສັກ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ Heather Variava ເອກອັກຄະລະຖະທູດສະຫະລັດອາເມລິກາປະຈຳ ສປປ ລາວ, ທ່ານ ປອ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ Dr. Timothy Armstrong ຜູ້ຕາງໜ້າອົງການອານາໄມໂລກປະຈໍາ ສປປລາວ ໃຫ້ກັບ 8 ທ່ານທີ່ມາຮັບໃນຄັ້ງນີ້ມີຄື:
1.ທ່ານ ແສງດາວ ສະເໜ່ຫາ
2.ທ່ານ ນາງ ວິໄລລັກ ພິລາສຸກ
3.ທ່ານ ເດືອນ ພົນນຸວົງ
4.ທ່ານ ນາງ ລຸພາພອນ ແກ້ວມຸກດາ
5.ທ່ານ ສອນວິລັກ ແກ້ວມຸກດາ
6.ທ່ານ ນາງ ວາດສະໜາ ດາວົງສອນ
7.ທ່ານ ເຢຍສີຈັນ ຈູຢ່າ
8.ທ່ານ ນາງ ມະນີວອນ ທົດສະນີທອນ
ຂ່າວ-ຮູບ: Larh Creators