ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ຂໍຖືເປັນກຽດແຈ້ງມາຍັງ ຜູ້ປະກອບການຂົນສົ່ງ ພາຍໃນ, ຕ່າງປະເທດ ແລະ ທຸກພາກສ່ວນຮັບຊາບ ກ່ຽວກັບປິດການສັນຈອນຊົ່ວຄາວ ຂອງລົດບັນທຸກຫນັກ ບໍ່ໃຫ້ຜ່ານທາງ ຫຼວງແຫ່ງຊາດ ເລກ 22 ແຕ່ ກາສີ ຫາ ເມືອງນານ (ເຂດພູ 9 ຫຼັກ).
ເນື່ອງຈາກ ເສັ້ນທາງດັ່ງກ່າວ ເປັນທາງຄ້ອຍຊັນ, ມີເປີເຊັນຄວາມເນີນຍາວສູງ ໂດຍສະເພາະແມ່ນຈຸດພູ 9 ຫຼັກ ຊ່ວງ ກມ 25+000 ຫາ 34+000 ຫນ້າທາງມີການເປ່ເພຫຼາຍຈຸດ ເຮັດໃຫ້ການສັນຈອນ ຂຶ້ນ-ລົງ ຂອງລົດບັນທຸກ ຫນັກ ມີຄວາມຫຍຸ້ງຍາກ, ບາງຄັ້ງການສັນຈອນຕິດຄັດເປັນອໍາມະພາດ ແລະ ມີຄວາມສ່ຽງຕໍ່ການເກີດອຸບັດຕິເຫດ.
ເພື່ອຫຼີກເວັ້ນບັນຫາດັ່ງກ່າວ ແມ່ນມີຄວາມຈໍາເປັນໃນການປັບປຸງສ້ອມແປງເສັ້ນທາງດັ່ງກ່າວ ໃຫ້ສາມາດ ສັນຈອນ ໄປ-ມາ ໄດ້ເປັນປົກກະຕິ. ສະນັ້ນ, ຫ້ອງການ ກະຊວງ ຍທຂ ຈຶ່ງຂໍແຈ້ງມາຍັງທຸກພາກສ່ວນ ຮັບຊາບ ດັ່ງນີ້:
I. ມອບໃຫ້ ພະແນກ ຍທຂ ແຂວງວຽງຈັນ ແລະ ພະແນກ ຍທຂ ແຂວງຫຼວງພະບາງ ສົມທົບກັບ ພາກສ່ວນກ ່ຽວຂ້ອງຂອງແຂວງ ກໍານົດວິທີການຈັດຕັ້ງປະຕິບັດໃຫ້ເຫມາະສົມ ໃນການປິດການ ສັນຈອນຊົ່ວຄາວ ລົດບັນທຸກຫນັກ ປະເພດ: ລົດບັນທຸກດ່ຽວ 3 ເພົາ 10 ລໍ້ ແລະ 4 ເພົາ 12 ລໍ້; ລົດ ບັນທຸກເຄິ່ງຫາງລາກ 3 ເພົາ 10 ລໍ້, 4 ເພົາ 14 ລໍ້, 5 ເພົາ 18 ລໍ້ ແລະ 6 ເພົາ 22 ລໍ້; ປະເພດຫາງ ລາກ 3 ເພົາ 10 ລໍ້ ແລະ 4 ເພົາ 16 ລໍ້ ບໍ່ໃຫ້ຜ່ານທາງຫຼວງແຫ່ງຊາດ ເລກ 22 ແຕ່ ກາສີ ຫາ ເມືອງ ນານ ນັບແຕ່ວັນທີ 10 ເມສາ 2025 ເປັນຕົ້ນໄປ ຈົນກວ່າຈະມີແຈ້ງການປ່ຽນແປງ; 2. ໃນໄລຍະເວລາປິດການສັນຈອນລົດບັນທຸກຫນັກຊົ່ວຄາວນີ້ ໃຫ້ຜູ້ປະກອບການຂົນສົ່ງ ພາຍໃນ, ຕ່າງປະເທດ ແລະ ທຸກພາກສ່ວນ ທີ່ເຄີຍນໍາໃຊ້ເສັ້ນທາງດັ່ງກ່າວນີ້ ປ່ຽນໄປນໍາໃຊ້ເສັ້ນທາງຫຼວງແຫ່ງ ຊາດ ເລກ 13 ເຫນືອ, ເລກ II ແລະ ເສັ້ນທາງອື່ນໆ ທີ່ມີຄວາມເຫມາະສົມແທນ;
3. ມອບໃຫ້ ພະແນກ ຍທຂ ແຂວງວຽງຈັນ ແລະ ພະແນກ ຍທຂ ແຂວງຫຼວງພະບາງ ຊີ້ນໍາຄະນະ ຮັບຜິດຊອບໂຄງການສ້ອມແປງທາງຫຼວງແຫ່ງຊາດ ທີ 7 ແລະ ທີ 10 ຕິດຕັ້ງ ປ້າຍຫ້າມ ແລະ ປ້າຍແນະນໍາ ໃສ່ແຕ່ລະຈຸດ ຄື: (1) ສາມແຍກເມືອງກາສີ, (2) ສາມແຍກບ້ານປົ່ງດົງ, (3) ສາມແຍກເມືອງ ຊຽງເງິນ ແລະ (4) ສາມແຍກທາງ 4A ເມືອງໄຊຍະບູລີ;
4. ມອບໃຫ້ ພະແນກ ຍທຂ ແຂວງວຽງຈັນ ໃນນາມເຈົ້າຂອງໂຄງການ ຊຸກຍູ້ບໍລິສັດ ຜູ້ຮັບເຫມົາ ທີ່ ຮັບຜິດຊອບສ້ອມແປງຕອນທາງດັ່ງກ່າວ ໃຫ້ດໍາເນີນການສ້ອມແປງ ໃຫ້ສໍາເລັດໂດຍໄວ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນ ເພື່ອຮັບຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.