ສະຖານທູດຝຣັ່ງ ປະຈຳ ສປປ ລາວ ສະໜັບສະໜູນ 11 ໂຄງການ ມູນຄ່າຫຼາຍກວ່າ 500.000 ເອີໂຣ

0
62

ສະຖານທູດຝຣັ່ງ ປະຈຳ ສປປ ລາວ ສະໜັບສະໜູນ 11 ໂຄງການ ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ທີ່ອອກແບບ ແລະ ຈັດຕັ້ງປະຕິບັດໂດຍອົງການຈັດຕັ້ງທາງສັງຄົມໃນລາວ. ຢູ່ເຮືອນພັກທູດຝຣັ່ງ ທີ່ນະຄອນຫຼວງວຽງຈັນ, ວັນທີ 27 ມີນາ 2025, ທ່ານ ນາງ ຊີວ-ແລັງ ຊູອອກ ເອກອັກຄະ ລັດຖະທູດຝຣັ່ງ ປະຈຳ ສປປ ລາວ ໄດ້ເຂົ້າຮ່ວມລົງນາມສັນຍາຊ່ວຍເຫຼືອລ້າ ແກ່ 11 ອົງການຈັດຕັ້ງສັງຄົມໃນລາວ ພາຍໃຕ້ແຜນງານກອງທຶນຝຣັ່ງ ສຳລັບອົງການຈັດຕັ້ງສັງຄົມ (FEF-OSC) ປະຈຳປີ 2025. ກອງທຶນດັ່ງກ່າວ ໃນ ເມື່ອກ່ອນເປັນທີ່ຮູ້ຈັກໃນຊື່ ກອງທຶນ PISCCA.

ນີ້ຄືແຜນງານກອງທຶນ FEF-OSC ໄລຍະທີ 2 ສຳລັບປີ 2024 – 2025 ທີ່ສະໜັບສະໜູນຄວາມຄິດລິເລີ່ມຂອງບັນດາອົງການຈັດຕັ້ງທາງສັງຄົມຂອງລາວ ທີ່ສົ່ງເສີມຄວາມສະເໝີພາບ ລະຫວ່າງ ຍິງ – ຊາຍ. ກອງທຶນຊ່ວຍເຫຼືອລ້າ ດັ່ງກ່າວ ມີຈຳນວນຫຼາຍກວ່າ 500.000 ເອີໂຣ ເຊີ່ງມີໄລຍະຈັດຕັ້ງປະຕິບັດ 2 ປີ ແລະ ມີເປົ້າໝາຍສະໜັບສະໜູນ 19 ໂຄງການ. ນັບແຕ່ປີ 2010 ເປັນຕົ້ນມາ, ສະຖານທູດຝຣັ່ງໄດ້ໃຫ້ທຶນສະໜັບສະໜູນ 82 ໂຄງການຂອງອົງ ການຈັດຕັ້ງສັງຄົມໃນລາວ ລວມມູນຄ່າທັງໝົດ ຫຼາຍກວ່າ 3 ລ້ານ ໂດລາ. ກອງທຶນ FEF-OSC ນີ້ ເປັນສ່ວນໜື່ງໃນຄວາມມຸ່ງໝັ້ນຂອງລັດຖະບານຝຣັ່ງໃນການສົ່ງເສີມສິດທິແມ່ຍິງ ແລະ ຄວາມສະເໝີພາບ ລະຫວ່າ ຍິງ-ຊາຍ ທັງໃນລະດັບຊາດ ແລະ ລະດັບໂລກ. ຊາດ ແລະ ລະດັບໂລກ ຂອງລັດຖະບານຝຣັ່ງ ທີ່ແນໃສ່ສົ່ງເສີມສິດທິແມ່ຍິງ ແລະ ຄວາມສະເໝີພາບ ລະຫວ່າງ ຍິງ – ຊາຍ, ເນື່ອງຈາກ ບັນຫາບັນຫາຄວາມສະເໝີພາບຍິງ-ຊາຍ ເປັນບູລິມະສິດໜື່ງທີ່ຖືກກຳນົດໃນທຸກໂຄງການຂອງ ປະເທດຝຣັ່ງ, ການສົ່ງເສີມຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ຈື່ງເປັນຫົວໃຈສຳຄັນ ແລະ ເປັນເປົ້າໝາຍຫຼັກຂອງ ແຜນງານກອງທຶນດັ່ງກ່າວ.

ປີນີ້, ມີ 11 ໂຄງການທີ່ຖືກຄັດເລືອກ ແລະ ຈະຈັດຕັ້ງປະຕິບັດໃນ 8 ແຂວງ : ບໍ່ແກ້ວ, ສາລະວັນ, ວຽງຈັນ, ສະຫວັນ ນະເຂດ, ຜົ້ງສາລີ, ຈຳປາສັກ, ຫຼວງພະບາງ ແລະ ຄຳມ່ວນ. ໃນຈຳນວນດັ່ງກ່າວ, ມີ 6 ໂຄງການ ເປັນໂຄງການໄລຍະ ທີ 2 ຊື່ງເຄີຍໄດ້ທຶນຊ່ວຍເຫຼຶອແລ້ວໃນປີ 2024. ອົງການຈັດຕັ້ງທີ່ໄດ້ຮັບທຶນຊ່ວຍເຫຼືອປີນີ້ ປະກອບມີ: ສະມາຄົມພັດທະນາການທ່ອງທ່ຽວອານຸລັກແບບປະຊາຊົນມີສ່ວນຮ່ວມຖໍ້າກອງລໍ-ນາຕານ (ສທກນ – AEKN) ຕາງ ໜ້າໂດຍທ່ານ ສົມພົງ ຈະເລີນສັກ ປະທານສະມາຄົມ ສທກນ ເຂົ້າຮ່ວມລົງນາມສັນຍາຊ່ວຍເຫຼືອລ້າ ມູນຄ່າ 499.658.081 ກີບ ເພື່ອຈັດຕັ້ງປະຕິບັດໂຄງການທີ່ມີເປົ້າໝາຍເພີ່ມທະວີການມີສ່ວນຮ່ວມຂອງແມ່ຍິງເຂດພູຫີນບູນ ແຂວງຄຳມ່ວນ ໃນການພັດທະນາເສດຖະກິດ-ສັງຄົມ. ສະມາຄົມເພື່ອການພັດທະນາ ແລະ ສົ່ງເສີມຄວາມເປັນຜູ້ນໍາຂອງແມ່ຍິງ (ADPWL) ຕາງໜ້າໂດຍທ່ານ ນາງ ບົວຄຳ ສີທະວົງ ໄດ້ຮັບທຶນຊ່ວຍເຫຼືອລ້າ ຈຳນວນ 386.158.791 ກີບ ເພື່ອຈັດຕັ້ງປະຕິບັດໂຄງການໄລຍະທີ 2 ທີ່ແນໃສ່ກອງທຶນພັດທະນາແມ່ຍິງ (WDF) ຕາງໜ້າໂດຍ ທ່ານ ນາງ ວຽງເພັດ ພົງຈະເລີນ ຈາກແຂວງສາລະວັນ ຮ່ວມລົງນາມ ຮັບເງິນຊ່ວຍເຫຼືອລ້າ ຈຳນວນ 300.000.000 ກີບ ເພື່ອຈັດຕັ້ງປະຕິບັດໂຄງການໄລຍະທີ 2 ໃນການພັດທະນາບ້ານ ຕົວແບບດ້ານຄວາມສະເໝີພາບ ຍິງ-ຊາຍ (MGV) ແລະ ການປ້ອງກັນການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ການແຕ່ງງານກ່ອນໄວອັນຄວນ ໃນແຂວງສາລະວັນ.

ກອງປະຊຸມຄະນະກຳມະການຄັດເລືອກ FEF-OSC 2025 ມີຂື້ນໃນວັນຈັນ ທີ 17 ມີນາ 2025 ຊື່ງປະກອບມີ ບັນດາຄູ່ຮ່ວມພັດທະນາ ຊ່ຽວຊານບັນຫາອົງການຈັດຕັ້ງສັງຄົມຂອງລາວ ແລະ ບັນຫາຄວາສະເໝີພາບຍິງ-ຊາຍ ເຊັ່ນ : ອົງການຮ່ວມມືສາກົນເພື່ອການພັດທະນາ ປະເທດເຢຍລະມັນ (GIZ) ແລະ ອົງການສະຫະປະຊາຊາດເພື່ອການ ພັດທະນາ (UNDP). ທຸກອົງການຈັດຕັ້ງທີ່ໄດ້ຮັບທຶນຊ່ວຍເຫຼືອລ້າໃນປີ 2024 ນີ້ ແມ່ນສາມາດສະເໜີຂໍທຶນຊ່ວຍເຫຼືອໄລຍະ2 ໄດ້ ໃນ ໄລຍະຕົ້ນປີ 2025 ລວມທັງ ບັນດາອົງການຈັດຕັ້ງທາງສັງຄົມທີ່ບໍ່ໄດ້ຖືກຄັດເລືອກ ແລະ ອົງການຈັດຕັ້ງທີ່ຍັງບໍ່ໄດ້ ສະໝັກຂໍທຶນຊ່ວຍເຫຼືອ ໃນປີນີ້. ກອງທຶນ FEF-OSC ໃນປີນີ້ ເປັນທຶນຊ່ວຍເຫຼືອລ້າ ໄລຍະສຸດທ້າຍ ຂອງແຜນທຶນ 2024-2025 ມີໄລຍະຈັດຄັ້ງ ເວລາ 2 ປີ ທີ່ເນັ້ນບັນຫາຄວາມສະເໝີພາບ ຍີງ-ຊາຍ. ແຜນທຶນ FEF-OSC ຮອບໃໝ່ ຈະເລີ່ມໃນປີ 2026

LEAVE A REPLY

Please enter your comment!
Please enter your name here