ປັດຈຸບັນ ລົດທີ່ໃຫ້ບໍລິການໃນສະຖານີຂົນສົ່ງໂດຍສານສາຍທາງໄກ ສາຍໃຕ້ – ສາຍຕ່າງປະເທດ 60 ຄັນຕໍ່ມື້ ເຊີ່ງໃນໄລບຸນປີໃໝ່ລາວ 2025 ເພື່ອຮອງຮັບຜູ້ໂດຍສານເພີ່ມຂຶ້ນ ສະຖານີໄດ້ເພີ່ມລົດ 20 ຄັນຕໍ່ມື້ ເພື່ອບໍ່ໃຫ້ຜູ້ໂດຍສານອັ່ງອໍ ຂະນະດຽວກັນກໍຝາກຜູ້ໂດຍສານທີ່ລັດຂຶ້ນລົດແມ່ນໃຫ້ເລືອກລົດຂຶ້ນ ຖ້າເຫັນວ່າລົດເຕັມແມ່ນໃຫ້ລໍຖ້າຂຶ້ນຄັນຕໍໄປ ເພາະສະຖານີເຮົາປ່ອຍລົດອອກລະເລ່ຍ 15 ນາທີ່ຕໍ່ຄັນ.
ທ່ານ ສຸກສະຫວາດ ສີສຸກ ຜູ້ຈັດການທົ່ວໄປ ສະຖານີຂົນສົ່ງໂດຍສານສາຍທາງໄກ ສາຍໃຕ້ – ສາຍຕ່າງປະເທດ ໃຫ້ສໍາພາດ ຕໍ່ຜູ້ສື່ຂ່າວ ໃນວັນທີ 9 ເມສາ 2025 ວ່າ: ປີໃໝ່ 2025 ຄິວລົດໂດຍສານທາງໄກສາຍໃຕ້ ແມ່ນມີຄວາມພ້ອມ100% ໃນການໃຫ້ບໍລິການຂົນສົ່ງຜູ້ໂດຍສານ ທີ່ຈະເດີນທາງໄປຍັງພາກໃຕ້.
ໄລຍະຜ່ານມາ ແມ່ນໄດ້ມີການປະຊາສໍາພັນໃຫ້ບັນດາຜູ້ປະກອບການ ຂອງແຕ່ລະບໍລິສັດ ໃນການກວດກາລົດ, ກວດກາເຕັກນິກລົດ ຂອງຕົນ ເພື່ອໃຫ້ບໍລິການລູກຄ້າໄດ້ຢ່າງປອດໄພ ໄລຍະກະກຽມຫຼິ້ນບຸນປີໃໝ່, ນັບແຕ່ ວັນທີ 11, 12, 13 ແມ່ນໄດ້ເພີ່ມຖ້ຽວລົດ ຈາກປົກກະຕິ 60 ປາຍກວ່າຖ້ຽວ ມາເປັນ 80ປາຍກວ່າຖ້ຽວ ໝາຍຄວາມວ່າ 1ມື້ ຢ່າງໜ້ອຍສຸດ 20ຖ້ຽວ/ມື້. ໂອກາດນີ້ ທ່ານ ສຸກສະຫວາດ ສີສຸກ ຍັງໄດ້ແນະນໍາມາຍັງຜູ້ໂດຍສານ ທີ່ຈະເດີນທາງນໍາລົດສາຍໃຕ້ ໃຫ້ບັນດາທ່ານ ເພື່ອເວລາໄວ້ລ່ວງໜ້າ ຈັກ 2ຊົ່ວໂມງ ເພາະວ່າ 3 ມື້ ຈໍານວນຜູ້ໂດຍສານແມ່ນຫຼາຍ, ບາງຄັ້ງການອອກເດີນທາງຕາມເວລາທີ່ໄດ້ລະບຸໄວ້ນັ້ນ ອາດຈະບໍ່ຕົງໂມງ ຍ້ອນຖ້າວ່າລົດຄັນດັ່ງກ່າວ ມີຈໍານວນຜູ້ໂດຍສານຂຶ້ນເຕັມ ກໍແມ່ນອອກລົດເລີຍ.
ຕົວຢ່າງ ຜູ້ໂດຍສານເຄີຍເດີນທາງ 9 ໂມງ, ອາດຈະໄປໃຫ້ໄວກວ່ານັ້ນ 7 ໂມງ ຫຼື 7 ໂມງເຄິ່ງ, ຖ້າຜູ້ໂດຍສານມີຄວາມພ້ອມກໍຢາກໃຫ້ເດີນທາງວັນທີ 9-10 ການເດີນທາງຈຶ່ງຈະບໍ່ໄດ້ແອອັດ, ການສັ່ງຈ່ອງປີ້ V I P ສາມາດຈ່ອງໄດ້ລ່ວງໜ້າ, ສ່ວນຜູ້ໂດຍສານທີ່ຈະເດີນທາງດ້ວຍລົດທໍາມະດາ ແມ່່ນໄປຊື້ປີ ແລ້ວຂຶ້ນລົດເລີຍ , ຈໍານວນຜູ້ໂດຍສານ ທີ່ເຄີຍຂີ່ລົດນໍາບໍລິສັດໃດກໍໃຫ້ສັ່ງຈ່ອງນໍາບໍລິສັດນັ້ນໆກໍໄດ້ ແລະ ທີ່ສໍາຄັນ ແມ່ນໃຫ້ບັນດາທ່ານຄໍານຶງວ່າ ເມື່ອຊື້ປີ້ແລ້ວ ຄວນເບິ່ງເວລາໃຫ້ລະອຽດ ລົດຈະອອກໂມງໃດແທ້ ກົງກັນຂ້າມ ສໍາລັບທ່ານໃດຊື້ປີ້ ແຕ່ບໍ່ໄດ້ລະບຸເວລາໃສ່ໃນປີ້ນັ້ນ ແມ່ນສາມາດຂຶ້ນລົດເລີຍ, ຂໍຝາກນໍາທ່ານຜູ້ໂດຍສານວ່າ ຖ້າທ່ານບໍ່ແນ່ໃຈ ຫຼືບໍ່ພ້ອມ ຈະເດີນທາງເວລາໃດແທ້ ບໍ່ຄວນເອົາເຄື່ອງຂຶ້ນລົດເທື່ອ ເພາະວ່າ ເຄື່ອງ ແລະ ຜູ້ໂດຍສານອາດຈະບໍ່ໄດ້ໄປພ້ອມກັບລົດຄັນດັ່ງກ່າວ. ຖ້າຫາກວ່າ ມີກໍລະນີ ຜູ້ໂດຍສານຢາກຂຶ້ນກາງທາງ ກໍຄວນເບີ່ງວ່າ ລົດຄັນດັ່ງກ່າວນັ້ນເຕັມແລ້ວບໍ ຖ້າຫາກວ່າ ເຕັມແລ້ວ ຄວນຈະລໍຖ້າຄັນຕາມຫຼັງມາ ເພາະວ່າ ລົດຈະແລ່ນທຸກໆ 15 ນາທີ ຫຼື ທຸກໆ 20 ນາທີ, ລາຄາປີ້ລົດ ແມ່ນລາຄາຕາມປົກກະຕິຄືເກົ່າ ທີ່ໄດ້ປະຕິບັດມາ ຕັ້ງແຕ່ 13 /10 /2023, ລົດເມອອກຖ້ຽວທໍາອິດ ແມ່ນເວລາ 4 ໂມງເຊົ້າ ຈົນຮອດ 21ໂມງ ຫຼືບາງມື້ ກໍຮອດ ເວລາ 22ໂມງ. ວຽງຈັນ-ສະຫວັນ ລົດທໍາມະດາ ລາຄາ 200. 000ກີບ, ລົດດ່ວນ VIP2 230.000ກີບ, ລົດດ່ວນ VIP1 250.000ກີບ, ວຽງຈັນ-ປາກເຊ ລົດທໍາມະດາ ລາຄາ 270.000ກີບ, ລົດດ່ວນ VIP2 300.000ກີບ, ລົດດ່ວນ VIP1 320.000ກີບ, ລາຍລະອຽດ ໂທ: 020 77766651, 020 22740521.
ຂ່າວພຸດຕີ້