ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວ ສໍາເລັດການປະຕິບັດໜ້າທີ່ ຢູ່ ສສ ມຽນມາ

0
92

ວັນທີ 8 ເມສາ 2025 ນີ້, ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວ ຂອງກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ, ຜູ້ປະສານງານຄຸ້ມຄອງໄພພິບັດ ຂັ້ນສູນກາງ ພ້ອມຄະນະ ໄດ້ສໍາເລັດການປະຕິບັດໜ້າທີ່ ຢູ່ເມືອງເຈົາແຊ ແຂວງມອນດາເລ ສສ ມຽນມາ ແລະ ເດີນທາງກັບຄືນນະຄອນຫຼວງວຽງຈັນ ດ້ວຍຄວາມປອດໄພ, ເຊິ່ງໃຫ້ການຕ້ອນຮັບໂດຍ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍ ຄະນະນຳບັນດາກະຊວງ, ອົງການ, ກົມ, ກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມຢ່າງອົບອຸ່ນ.

May be an image of 10 people, helicopter and text
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ກ່ອນເດີນທາງກັບຄືນນະຄອນຫຼວງວຽງຈັນ, ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວ ຂອງກອງທັບປະຊາຊົນລາວ ຍັງໄດ້ມອບໂຕະ, ຕັ່ງ, ເຕັ້ນ, ອຸປະກອນຮັບໃຊ້ພາກສະໜາມ ແລະ ເຄື່ອງໃຊ້ຈຳນວນໜຶ່ງ ລວມມູນຄ່າທັງໝົດ 252.000.000 ກີບ ໃຫ້ອົງການປົກຄອງເມືອງເຈົາແຊ ໂດຍການກ່າວມອບ ຂອງສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ. ພ້ອມນັ້ນ, ລັດຖະບານ ແຫ່ງ ສປປ ລາວ ໄດ້ມອບເຂົ້າສານ ຈຳນວນ 3 ໂຕນ ໃຫ້ ສສ ມຽນມາ ຕື່ມອີກ ຕາງໜ້າກ່າວມອບໂດຍ ທ່ານ ບຸນພຽງ ຈັນທະວົງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຢາງກຸງ ສສ ມຽນມາ.

May be an image of 13 people, helicopter and text that says 'MA6O0" RDPL-34024 -34024 ROPL 5 O 目'
ຂ່າວຈາກ: Lao people’s army news

LEAVE A REPLY

Please enter your comment!
Please enter your name here