ບໍ່ແກ້ວ ກວດແລ້ວກໍ່ພົບ ອາຫານແຊ່ແຂງມີຟໍມາລິນ

0
93

ໃນວັນທີ 8 ເມສາ 2025 — ພະນັກງານຈາກພະແນກອຸດສາຫະກຳ ແລະ ການຄ້າ, ຂະແໜງການຄ້າພາຍໃນ ສົມທົບ ກັບພະແນກສາທາລະນະສຸກ, ຂະແໜງອາຫານ ແລະ ຍາ ໄດ້ເຂົ້າລົງກວດກາຮ້ານຈຳໜ່າຍອາຫານແຊ່ແຂງ ທີ່ຕະຫຼາດວັງວິວ ແລະ ຕະຫຼາດສີດອນມີ ແລະ ຮ້ານຂາຍເຂດຕະຫຼາດ ຜົນການກວດກາຢືນຢັນວ່າ ມີການພົບ ສານຟໍມາລິນ (formalin) ໃນຜະລິດຕະພັນອາຫານແຊ່ແຂງຈຳນວນ 03 ລາຍການ.

ໃນນັ້ນ ມີປາມຶກກອບ ຈຳນວນ 12,7 ກິໂລກຼາມ ມູນຄ່າ 826,000 ກີບ, ຫຍໍຂາວ ຈຳນວນ 33 ກິໂລກຼາມ ມູນຄ່າ 3,630,000 ກີບ, ໄສ້ຕັນ 2 ກິໂລກຼາມ ມູນຄ່າ 200,000 ກີບ.

May be an image of 2 people, food and text
ສານພໍມາລິນ ແມ່ນສານເຄມີທີ່ໃຊ້ໃນການຖະນອມອາຫານ ແລະ ຮັກສາສະພາບສົດຂອງຊິ້ນສ່ວນສັດ ແຕ່ບໍ່ໄດ້ຮັບອະນຸຍາດໃຫ້ໃຊ້ໃນອາຫານ ເພາະສາມາດສົ່ງຜົນເສຍຕໍ່ສຸຂະພາບ ເຊັ່ນ ເຮັດໃຫ້ເກີດອາການປວດທ້ອງ ຫຼື ລະຄາຍເຄືອງພາຍໃນຮ່າງກາຍ. ການບໍລິໂພກອາຫານທີ່ມີສານດັ່ງກ່າວເປັນປະຈຳ ຍັງອາດເຮັດໃຫ້ເກີດພະຍາດຮ້າຍແຮງຈຳພວກມະເຮັງໄດ້.

May be an image of 1 person
ທາງພະນັກງານໄດ້ດຳເນີນການຢຶດອາຫານແຊ່ແຂງທີ່ພົບສານດັ່ງກ່າວທັງໝົດ ເພື່ອເອົາໄປທຳລາຍ ແລະ ເຮັດບົດບັນທຶກກັບທາງຮ້ານທີ່ນຳເອົາມາຂາຍເປັນການກ່າວເຕືອນ.

May be an image of 3 people and text

LEAVE A REPLY

Please enter your comment!
Please enter your name here