ມິດປະຊາ ບຸດສະວົງ Mr. Bear International Laos 2025 ອອກສູ່ເວທີປະກວດ ຊາຍອວບຫຸ່ນຫມີ ເວທີລະດັບໂລກ ຫຼື Mr Bear International 2025 ຢ່າງເປັນທາງການເມື່ອວັນທີ 8 ເມສາ 2025 ທີ່ສະໜາມບິນສາກົນວັດໄຕ ໂດຍມີແຟນໆ ແລະ ຍາດຕິພີ່ນ້ອງມາຮ່ວມສົ່ງຢ່າງອົບອຸ່ນ.
ມິດປະຊາ ບຸດສະວົງ Mr. Bear International Laos 2025 ອອກເດີນທາງຄັ້ງນີ້ເພື່ອເຂົ້າຮ່ວມການແຂ່ງຂັນຮອບ Final ທີ່ຈະໄດ້ຈັດຂື້ນຢູ່ປະເທດໄທ ໃນວັນທີ 13 ເມສາ 2025 ເຊິ່ງກົງກັບວັນສົງການ ເຊິ່ງກ່ອນໜ້ານີ້ທາງກອງປະກວດໄດ້ມີການເປີດໃຫ້ໂຫວດຄົນທີ່ມັກປາກົດວ່າ ມິດປະຊາ ບຸດສະວົງ Mr. Bear International Laos 2025 ໄດ້ຮັບການໂຫວດຫຼາຍທີ່ສຸດອັນດັບ 1 ຈໍານວນ 27.13%, ອັນດັບ 2 ເປັນໜຸ່ມຈາກຟິລິບປິນ 16,13%.
ມິດປະຊາ ບຸດສະວົງ Mr. Bear International Laos 2025 ເປີດເຜີຍວ່າ: ພ້ອມສຸດສໍາລັບເວທີນີ້ ແລະ ຂໍຂອບໃຈທຸກຄົນທີ່ມາຮ່ວມສົ່ງ ແລະ ຮ່ວມເຊຍນັບຕັ້ງແຕ່ມື້ຖືກເລືອກ, ພິເສດຂອບໃຈທຸກຄົນມາຮ່ວມ ສົ່ງ ມິດປະຊາ ສູ່ເວທີຫຸ່ນຫມີ ລະດັບໂລກທີ່ ສະຫນາມບິນວັດໄຕ ໃນວັນທີ່ 08/04/2025, ເວລາ 16:00 ໂມງ ເພື່ອເຂົ້າຮ່ວມການແຂ່ງຂັນຮອບ Final ລະດັບສາກົນທີ່ປະເທດໄທ.
ສໍາລັບ ມິດປະຊາ ພິທີກອນ, MC ແລະ ຜູ້ມາພ້ອມກັບຄວາມສາມາຫຼາກຫຼາຍ ໂດຍສະເພາະການພາກສຽງທີ່ສັງສັນ ແລະ ສ້າງສຽງຫົວໃຫ້ກັບທຸກຄົນຈົນໄດ້ຮັບລາງວັນແຫ່ງກຽດຕິຍົດ “ຄອນເທັນດີເດັ່ນແຫ່ງປີ” ໃນງານ Alist Star Awards 2025 ໃນຕົ້ນປີທີ່ຜ່ານມາ ຈົນກາຍເປັນໜຸ່ມຄົນທໍາອິດຈາກລາວ ທີ່ໄດ້ເຂົ້າຮ່ວມປະກວດ Mr Bear Internetional 2025 ເວທີຄົ້ນຫາໜຸ່ມໝີ.
ຂ່າວ: Larh Creators ; ຮູບຈາກ: Mit Mitpasa Boudsavong