ການແຂ່ງຂັນກີລາສະນຸກເກີ້ 10 ແດງ ແຮນດີແຄັບ ຊີງຂັນປະທານສະຫະພັນກີລາບີລຽດ-ສະນຸກເກີ້ແຫ່ງຊາດລາວ ຄັ້ງທີ I ປະຈຳປີ 2025 ໃນວັນທີ 8 ເມສາ 2025 ທີ່ສະໂມສອນກີລາສະນຸກເກີ້ ເດິຄິງ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງຈະດໍາເນີນໄປເຖິງວັນທີ 12 ເມສາ 2025.
ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຮອງສາດສະດາຈານ ປະລິນຍາເອກ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດ, ທ່ານ ຮອງສາດສະດາຈານ ປະລິນຍາເອກ ສົມກຽດ ພະສີ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ປະທານສະຫະພັນກີລາບີລຽດ-ສະນຸກເກີ້ແຫ່ງຊາດລາວ, ທ່ານ ແສງພອນ ພົນອາມາດ, ຮອງປະທານ ແລະ ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ສີຈັນ ຈິດຕະປັນຍາ, ວ່າການແທນຫົວໜ້າກົມກີລາລະດັບສູງ, ກະຊວງສຶກສາທິການ ແລະ ກີລາ, ພ້ອມດ້ວຍ ແຂກຜູ້ມີກຽດຈາກພາກລັດ ແລະ ເອກະຊົນ, ຄະນະບໍລິຫານງານສະຫະພັນກີລາ ບີລຽດ-ສະນຸກເກີ້ແຫ່ງຊາດລາວ, ຄະນະຮັບຜິດຊອບເຕັກນິກ-ຈັດການແຂ່ງຂັນ, ລວມໄປເຖິງຜູ້ໃຫ້ການສະໜັບສະໜູນ ຄະນະນໍາ, ຄູຝຶກ ແລະ ນັກກີລາ ຈາກ 13 ສະໂມສອນ ພ້ອມດ້ວຍສື່ມວນຊົນ ຈາກທຸກສໍານັກ ກໍ່ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານ ລິຄິດ ອິນທະວົງ ຮອງປະທານ-ເລຂາທິການສະຫະພັນກີລາບີລຽດ- ສະນຸກເກີ້ແຫ່ງຊາດລາວ ກ່າວວ່າ: ຈຸດປະສົງຂອງການແຂ່ງຂັນເພື່ອຄັດເລືອກ ແລະ ເຟັ້ນຫານັກກິລາລຸ້ນສືບທອດ ທີ່ຈະກ້າວເປັນນັກກິລາທີມຊາດລາວໃນອານາຄົດ, ໃຫ້ ນັກກິລາໄດ້ມີກິດຈະກຳການແຂ່ງຂັນ ເປັນປະຈຳ ເພື່ອທົດສອບເຕັກນິກ, ຍຸດທະວິທີ ແລະ ລະບຽບການແຂ່ງຂັນ ແລະ ກະຕິກາໃໝ່ໆ ເພື່ອກະກຽມການເຂົ້າຮ່ວມແຂ່ງຂັນໃນລະດັບອານຸພາກພື້ນ, ພາກພື້ນ ແລະ ສາກົນ, ໂດຍ ສະເພາະແມ່ນແນໃສ່ເພື່ອພັດທະນານັກກິລາສະນຸກເກີ້ ແລະ ການພັດທະນາກຳມະການຕັດສິນຢ່າງຕໍ່ເນື່ອງ ໃຫ້ທຽບ ເທົ່າສາກົນ. ແລະ ຄັດເລືອກນັກກິລາເພື່ອກະກຽມເຂົ້າຮ່ວມການແຂ່ງຂັນກິລາຊີເກມ ຄັ້ງທີ 33 ປີ 2025 ທີ່ ປະເທດ ໄທ ເປັນເຈົ້າພາບ ແລະ ລາຍການອື່ນໆ ຕາມການເຊື້ອເຊີນ ເພື່ອຮັດແໜ້ນຄວາມສາມັກຄີ ກັບປະເທດໃກ້ຄຽງ ແລະ ເປັນການຍົກລະດັບ ນັກກິລາສະນຸກເກີ້ລາວ ໃຫ້ທຽບເທົ່າສາກົນ.
ສ່ວນການແຂ່ງຂັນປະກອບມີ 13 ສະໂມສອນ ໂດຍມີລາຍລະອຽດ ດັ່ງລຸ່ມນີ້ :
-ໃນວັນທີ 8-9 ເມສາ 2025 ແຂ່ງຮອບຄັດເລືອກ, ແຂ່ງ 3 ໃນ 5 ເຟມ;
-ໃນວັນທີ 10 ເມສາ 2025 ຮອບ 32 ຄົນ, ແຂ່ງ 3 ໃນ 5 ເຟມ;
-ໃນວັນທີ 11 ເມສາ 2025 ຮອບ 16 ຄົນ ແລະ ຮອບ 8 ຄົນ, ແຂ່ງ 4 ໃນ 7 ເຟມ;
-ໃນວັນທີ 12 ເມສາ 2025 ແຂ່ງຂັນຮອງຊະນະເລີດ ແລະ ຮອບຊີງຊະນະເລີດ, ແຂ່ງ 4 ໃນ 7 ເຟມ.
ຂະນະທີ່ເງິນລາງວັນ:
-ລາງວັນຊະນະເລີດ, ຂັນລາງວັນ 1 ໜ່ວຍ ແລະ ເງິນສົດ ຈໍານວນ 20.000.000 ກີບ;
-ລາງວັນຮອງຊະນະເລີດ, ຂັນລາງວັນ 1 ໜ່ວຍ ແລະ ເງິນສົດ ຈໍານວນ 10.000.000 ກີບ;
-ລາງວັນ ອັນດັບ ທີ 3-4, ເງິນສົດ ຈໍານວນ 3.000.000 ກີບ;
-ລາງວັນ ອັນດັບ ທີ 5-8, ເງິນສົດ ຈໍານວນ 1.000.000 ກີບ;
-ລາງວັນ ອັນດັບ ທີ 9-16, ເງິນສົດ ຈໍານວນ 500.000 ກີບ.
ສໍາລັບ ຈໍານວນພົນເຂົ້າຮ່ວມທັງໝົດ 100 ຄົນ ປະກອບມີ :
-ນັກກິລາເຂົ້າແຂ່ງຂັນ 82 ຄົນ (ເຊິ່ງໃນນີ້ ມີນັກກິລາອາຍຸນ້ອຍທີ່ສຸດ ອາຍຸ 14 ປີ);
-ກຳມະການຕັດສິນ 4 ຄົນ (ຈາກ ປະເທດໄທ, ລະດັບ ອາຊີ 2 ທ່ານ);
-ຄະນະຈັດງານ 10 ຄົນ ແລະ ອາສາສະໝັກ 4 ຄົນ
ຂະນະດຽວກັນ ທ່ານ ຮອງສາດສະດາຈານ ປະລິນຍາເອກ ສົມກຽດ ພະສີ ປະທານສະຫະພັນກີລາບີລຽດ-ສະນຸກເກີ້ແຫ່ງຊາດລາວ ຮຽກໃຫ້ນັກກີລາຫຼິ້ນກັນດ້ວຍນໍ້າໃຈນັກກີລາ, ຫຼິ້ນໃຫ້ເຕັມທີ່ ແລະ ໃຊ້ເຕັກນິກຕ່າງໆໃຫ້ການຝຶກຊ້ອມມາໃຫ້ການແຂ່ງຂັນໄດ້ມີປະສິດທິພາບສູງສຸດ ເພື່ອເປັນການສະແດງຄວາມສາມາດ ແລະ ລຸ້ນກ້າວສູ່ທີມຊາດລາວ.
ສໍາລັບ ການແຂ່ງຂັນຄັ້ງນີ້ ໄດ້ຮັບການສະໜັບສະໜູນ ຈຳນວນ 7 ພາກສ່ວນໂດຍ ທ່ານ ຮອງສາດສະດາຈານ ປະລິນຍາເອກ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໃຫ້ກຽດມອບໃຫ້ແຕ່ລະພາກສ່ວນ ໄດ້ແກ່:
1. Mr. LIN YING, ບໍລິສັດ Shenzhen Huangjue Sporting Goods Co., Ltd (China) ໃຫ້ການສະໜັບສະໜູນ ຈໍານວນເງິນ: 6.000 ໂດລາ
2. Mr. BOYOUN KIM, ຜູ້ອໍານວຍການ ບໍລິສັດ SNK Lao Corporation Co Co.,Ltd ໃຫ້ການສະໜັບສະໜູນ ຈໍານວນເງິນ: 50.000.000 ກີບ
3.ທ່ານ ລິດິດ ອິນທະວົງ, ຜູ້ອຳນວຍການ ບໍລິສັດ ເພັດສະລັດ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໃຫ້ການສະໜັບສະໜູນ ຈໍານວນເງິນ: 50.000.000 ກີບ
4. ທ່ານ ຄອນພະສິດ ວິໄຊສຸກ, ຜູ້ອຳນວຍການ ສະໂມສອນ ເດີຄິງ ສະນຸກເກີ້ ຄຣັບ ໃຫ້ການສະໜັບສະໜູນ ຈໍານວນເງິນ: 20.000.000 ກີບ
5. ທ່ານ ປະລິນຍາເອກ ທອງດີ ປັນຍາສິດ, ຮອງປະທານສະຫະພັນກີລາບີລຽດ-ສະນຸກເກີ້ແຫ່ງຊາດລາວ ໃຫ້ການສະໜັບສະໜູນ ຈໍານວນເງິນ: 20.000.000 ກີບ
6.ທ່ານ ຫົງສາວະດີ ວົງໄຊ, ຮອງປະທານສະຫະພັນກີລາບີລຽດ-ສະນຸກເກີ້ແຫ່ງຊາດລາວ ໃຫ້ການສະໜັບສະໜູນ ຈໍານວນເງິນ: 10.000.000 ກີບ
7. ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໃຫ້ການສະໜັບສະໜູນ ຈໍານວນເງິນ: 10.000.000 ກີບ
ຂ່າວ-ຮູບ: Larh Creators