ພາຍຫຼັງພິທີເປີດການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ຊັ້ນມັດທະຍົມສືກສາ ສົກຮຽນ 2024-2025 ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 8 ເມສາ 2025 ກໍໄດ້ມີການແຂ່ງຂັນກິດຈະກຳຖາມ-ຕອບວິທະຍາດ ຊຶ່ງມີນັກຮຽນເຂົ້າຮ່ວມແຂ່ງຂັນຕາງໜ້າ ພະແນກສຶກສາທິການ ແລະ ກິລາ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ພາກສ່ວນລະ 4 ນ້ອງ ລວມທັງໝົດ ເກືອບ 100 ນ້ອງ ໂດຍມີຄະນະກຳມະການລະດັບຊາດເຂົ້າຮ່ວມຕັດສິນການແຂ່ງຂັນກິດຈະກຳດັ່ງກ່າວ.
ຜ່ານການແຂ່ງຂັນຜົນປະກົດວ່າ: 4 ນ້ອງນັກຮຽນ ຕົວແທນຈາກ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ປະກອບມີ ນາງ ລິນດ້າ ພົງສະຫວັດ ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ, ທ້າວ ພິລາພົນ ພົນເສນາ ໂຮງຮຽນ ປາດຖະໜາ, ທ້າວ ແອັດລິ່ ສັນຕິສຸກ ໂຮງຮຽນ ພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລ ແລະ ນາງ ສຸກພັນສາ ພົມມະລັງສີ ໂຮງຮຽນ ມສ ວຽງຈັນ ສາມາດຕອບຄຳຖາມ ໄດ້ດີກວ່າ17 ແຂວງ ຈາກ 18 ຄໍາຖາມ ໄດ້ຄະແນນລວມທັງໝົດ 17 ຄະແນນ ຄວ້າອັນດັບທີ 1 ໃນກິດຈະກຳດັ່ງກ່າວ.
ສ່ວນອັນດັບທີ 2 ເປັນຂອງ ນັກຮຽນຈາກແຂວງອຸດົມໄຊ ປະກອບມີ ທ້າວ ບຸນສັກດາ ກິ່ງສັກດາ, ທ້າວ ພົງສະກອນ ກິນນາລີ, ນາງ ສຸນິວັນ ອຸ່ນສະຫວັນ ແລະ ນາງ ມິນນີ້ ພັນທະກອນ; ອັນດັບທີ 3 ເປັນຂອງນັກຮຽນແຂວງຜົ້ງສາລີ ປະກອບມີ ນາງ ກິດາພອນ ສຸລັດ, ນາງ ສຸທອນ ແກ້ວຍະສານ ແລະ ທ້າວ ສຸກສະຫວ່າງ ທອງອ່ອນປະເສີດ; ອັນດັບທີ 4 ເປັນຂອງນັກຮຽນ ແຂວງຈຳປາສັກ ປະກອບມີ ທ້າວ ອາທິດໄຊ ຊ່ອງວິໄລ, ນາງ ປາວີນາ ສີປະເສີດ, ນາງ ອາລິສາ ວົງພູທອນ ແລະ ນາງ ມະນີຈັນ ຈັນບຸດລ້ວນ.
ພາບ-ຂ່າວໂດຍ: ສຶກສາ-
ກິລາ