ບໍລິສັດ ລາວໃຕ້ ຂົນສົ່ງ ພາຍໃນ ແລະ ຕ່າງປະເທດ ມອບເຄື່ອງກີລາຫຼາຍລາຍການ ລວມມູນຄ່າ 7.000.000. ກີບ ສົ່ງເສີມການພັດທະນາກີລາຂອງເມືອງບົວລະພາ ເວົ້າລວມ, ເວົ້າສະເພາະແມ່ນມອບໃຫ້ໂຮງຮຽນມັດທະຍົມສຶກສາ ຕອນປາຍ ເມືອງບົວລະພາ ແຂວງຄຳມ່ວນ ເມື່ອອາທິດທີ່ຜ່ານມາ ທີ່ໂຮງຮຽນມັດທະຍົມສຶກສາ ຕອນປາຍ ເມືອງບົວລະພາ ແຂວງຄຳມ່ວນ.
ການມອບເຄື່ອງຄັ້ງນີ້ນໍາໂດຍ ທ່ານ ສັກວຽງ ທຳມະວົງສາ ປະທານບໍລິສັດ ລາວໃຕ້ ຂົນສົ່ງ ພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍທີມງານໄດ້ບິແບ່ງນໍ້າໃຈ ມອບເຄື່ອງກີລາຫຼາຍລາຍການ ລວມມູນຄ່າ 7.000.000. ກີບ ສົ່ງເສີມການພັດທະນາກີລາຂອງເມືອງບົວລະພາ ເວົ້າລວມ, ເວົ້າສະເພາະແມ່ນມອບໃຫ້ໂຮງຮຽນມັດທະຍົມສຶກສາ ຕອນປາຍ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ນຳໃຊ້ຫຼິ້ນກີລາເພື່ອຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມປັເຈຸບັນ ແລະ ຫ່າງໄກຢາເສບຕິດຕ່າງໆ ເຊິ່ງພິທີດັ່ງກ່າວມີທ່ານ ຄຳສິງ ນົນທະສອນ ເຈົ້າເມືອງບົວລະພາ ແລະ ດາວວີ ຊະນະວົງໄຊ ນັກກີລາກະຕໍ້ຊຸບເປີສະຕາຣ໌ ທີມຊາດລາວ ພ້ອມດ້ວຍຄະນະອຳນວຍການ ແລະ ພະນັກງານ ຄູອາຈານ ແລະ ນັກຮຽນເຂົ້າຮ່ວມເປັນສັກຂີພິຍານ.
ສຳລັບການບິແບ່ງນໍ້າໃຈຂອງທ່ານ ສັກວຽງ ທຳມະວົງສາ ປະທານບໍລິສັດ ລາວໃຕ້ ຂົນສົ່ງ ພາຍໃນ ແລະ ຕ່າງປະເທດ ມອບເຄື່ອງກີລາຫຼາຍລາຍການໃຫ້ໂຮງຮຽນດັງກ່າວນັ້ນ ເມື່ອບໍ່ມານີ້ ຊຶ່ງປະກອບມີ ບານເຕະ, ບານສົ່ງ, ກະຕໍ້ ແລະ ອື່ນໆ ລວມມູນຄ່າ 7.000.000.