ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ພ້ອມດ້ວຍ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງອະນຸວົງ ໄດ້ລົງຊຸກຍູ້, ຕິດຕາມ-ກວດກາ ລາຄາສິນຄ້າຢູ່ຕະຫຼາດແຂວງໄຊສົມບູນ ໃນຕອນບ່າຍຂອງວັນທີ 1 ເມສາ 2025 ນີ້, ຊຶ່ງນຳພາໂດຍ ທ່ານ ພາທໍ່ ຕົ່ງເຢີທໍ່ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ພ້ອມດ້ວຍຄະນະ, ມີຄະນະຫ້ອງການອຸດສາຫະກຳ ແລະ ການຄ້າເມືອງອະນຸວົງ ພ້ອມດ້ວຍແມ່ຄ້າຊາວຂາຍຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການລົງຊຸກຍູ້, ຕິດຕາມ-ກວດກາ ໃນຄັ້ງນີ້ແມ່ນເພື່ອເປັນການແນະນຳໃຫ້ຜູ້ປະກອບການເອົາໃຈໃສ່ຈັດຕັ້ງປະຕິບັດຕາມລະບຽບທີ່ຂັ້ນເທິງໄດ້ກຳນົດໄວ້ ກໍຄືການປະຕິບັດຕາມແຈ້ງການຂອງພະແນກອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0205/ພອຄ ວ່າດ້ວຍການຂໍຄວາມຮ່ວມໄມ້ຮ່ວມມື ຈາກຜູ້ປະກອບການພາຍໃນຕະຫຼາດເຊັ່ນ: ຜູ້ຜະລິດ, ຜູ້ນຳເຂົ້າ, ຜູ້ສົ່ງອອກ ແລະ ຜູ້ຈຳໜ່າຍ ຫ້າມບໍ່ໃຫ້ສ່ວຍໃຊ້ໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງໃຈ ໃນເທດສະການຕ່າງໆປະຈຳປີ ຊຶ່ງໃນນັ້ນໄດ້ມີການຕິດຕາມ-ກວດກາລາຄາສິນຄ້າ ເພື່ອຄຸ້ມຄອງບໍ່ໃຫ້ສິນຄ້າມີການເໜັງຕີງໃນໄລຍະບຸນປີໃໝ່ລາວ ທີ່ໃກ້ຈະມາເຖິງນີ້, ພ້ອມນັ້ນຍັງຖືໂອກາດນີ້ ກວດກາບັນດາຮ້ານຄ້າພາຍໃນຕະຫຼາດ. ຜ່ານການລົງກວດການເຮັດວຽກຕົວຈິງໃນຄັ້ງນີ້ ເຫັນວ່າ ແມ່ຄ້າຊາວຂາຍສ່ວນໃຫຍ່ແມ່ນມີຄວາມເອົາໃຈໃສ່ຕໍ່ລະບຽບການ, ພ້ອມກັນຈັດຕັ້ງປະຕິບັດກົດລະບຽບ ແລະ ແຈ້ງການທີຂັ້ນເທິງໄດ້ວາງອອກ ຊຶ່ງມັນສະແດງອອກໃນການຕິດຕາມກວດກາ ລາຄາສິນຄ້າພົບວ່າຢູ່ໃນເກນປົກກະຕິ.

ໃນນັ້ນ ລາຄາຊີ້ນໝູ 90.000 ກີບ/1 ກິໂລ, ຊີ້ນງົວ 120,000 ກີບ /1 ກິໂລ, ປານິນ 60.000 ກີບ/ 1 ກິໂລ, ໄກ່ປອກ 100.000 ກີບ/1 ກິໂລ ເຂົ້າສານໜຽວ 17.000 ກີບ/1ກິໂລ, ເຂົ້າໄກ່ນ້ອຍ 25.000 ກີບ/ 1 ກິໂລ, ເຂົ້າຈ້າວຫອມມະລິ 30.000 ກີບ/1 ກິໂລ ແລະ ສິນຄ້າອື່ນໆກໍມີລາຄາຕາມເກນປົກກະຕິ. ໂອກາດດຽວກັນນີ້ ຍັງສາມາດກວດກາເຫັນວ່າການນໍາສິນຄ້າໝົດອາຍຸ ນໍາເຂົ້າບໍ່ຖືກຕ້ອງມາວາງຈໍາໜ່າຍ ຈໍານວນໜຶ່ງ ແລະ ໄດ້ສ້າງບົດບັນທຶກກ່າວເຕືອນ, ປັບໄໝຕາມລະບຽບການ ນອກນີ້ ຄະນະທີມງານຍັງໄດ້ແນະນຳໃຫ້ແມ່ຄ້າຊາວຂາຍຕິດປ້າຍລາຄາສິນຄ້າ, ສິນຄ້າທີນໍາມາຈໍາໜ່າຍຕ້ອງຕິດສະຫຼາກສິນຄ້າເປັນພາສາລາວ ແລະ ຕິດປ້າຍລາຄາເປັນເງິນກີບ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອອຳນວຍຄວາມສະດວກໃນການຊື້ຂາຍຕື່ມອີກ. ທັງນີ້ກໍເພື່ອເປັນການຄຸ້ມຄອງລາຄາສິນຄ້າ ໃຫ້ຖືກຕ້ອງສອດຄ່ອງກັບສະພາບການຕົວຈິງ, ເຮັດໃຫ້ສິນຄ້າໃນທ້ອງຕະຫຼາດມີຄວາມສະຫງົບ, ຮັກສາສະຖຽນລະພາບທາງດ້ານລາຄາ, ທັງເປັນການປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກ ກໍຄືປະຊາຊົນຊາວແຂວງໄຊສົມບູນ ທີ່ເຂົ້າມາຊົມໃຊ້, ຈັບຈ່າຍໃຊ້ສອຍ ພາຍໃນຕະຫຼາດ ແຂວງໄຊສົມບູນ ຕະຫຼອດຮອດເປັນການບໍລິການສັງຄົມໃຫ້ໄດ້ຮັບຄວາມຍຸຕິທຳ ທັງຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບຂຶ້ນຕື່ມອີກ.
ພາບ-ຂ່າວ: ຟອງ ນໍ່ນິນທາ