ຄະນະນຳອົງການກາແດງແຫ່ງຊາດລາວເຂົ້າວາງພວງມາລາ-ເຊັນປື້ມໄວ້ອາໄລ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

0
127

ໃນວັນທີ 5 ເມສາ 2025 ນີ້, ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເຊິ່ງແມ່ນໜຶ່ງໃນການນຳຮຸ່ນທຳອິດ ຂອງພັກປະຊາຊົນ ປະຕິວັດລາວ, ເປັນຜູ້ນໍາໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ.

ການວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ໃນຄັ້ງນີ້, ເປັນການໄວ້ອາໄລຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເຊິ່ງເປັນການສູນເສຍອັນຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ສູນເສຍການນໍາຂັ້ນສູງ ຮຸ່ນທໍາອິດ ຂອງການປະຕິວັດລາວ, ສະຫາຍເປັນນັກປະຕິວັດລາວ, ເປັນຜູ້ອົງອາດກ້າຫານ, ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນ ເພື່ອພາລະກິດປົດປ່ອຍຊາດ ໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ, ເປັນຜູ້ສືບຕໍ່ນໍາພາການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫລັກການຂອງພັກເຮົາ, ສະຫາຍແມ່ນນັກຮັກຊາດທີ່ດູດດື່ມ, ແມ່ນນັກປະຕິວັດທີ່ກ້າແກ່ນ ແລະ ຜູ້ນໍາທີ່ດີເດັ່ນຂອງພັກ ຂອງຊາດເຮົາ.
ຂ່າວ-ຮູບ: ແນັກ

LEAVE A REPLY

Please enter your comment!
Please enter your name here