ກະຊວງປ້ອງກັນຄວາມສະຫງົບອອກແຈ້ງການຫ້າມນໍາໃຊ້ໂລໂກເຄື່ອງໝາຍຂອງ ປກສ ໄປນຳໃຊ້ ໂດຍບໍ່ຖືກຕ້ອງ ເນື່ອງຈາກຜ່ານມາມີການພົບເຫັນຕົວຈີງໃນການຜະລິດ, ນຳໃຊ້, ຈຳໜ່າຍ, ຊື້-ຂາຍກ່ຽວກັບເຄື່ອງແບບ, ເຄື່ອງໝາຍຂອງກຳລັງປ້ອງກັນຄວາມສະຫງົບເຫັນວ່າແຜ່ນຫຼາຍໃນປະຈຸບັນ.
ໃນແຈ້ງການລະບຸວ່າ
1. ບໍ່ອະນຸຍາດໃຫ້ ນາຍ ແລະ ພົນຕຳຫຼວດ, ກົມ, ກອງ, ການຈັດຕັ້ງ ພາຍໃນກຳລັງ ປກສ ແລະ ບຸກຄົນ, ນິຕິບຸກ ຄົນ, ຫົວໜ່ວຍທຸລະກິດ, ນັກທຸລະກິດ, ຜູ້ປະກອບການ, ຊາວຄ້າຂາຍ ທີ່ອາໄສ ແລະ ດຳລົງຊີວິດຢູ່ ສປປ ລາວ ນໍາເອົາ ໂລໂກ້ ເຄື່ອງໝາຍຂອງກໍາລັງປ້ອງກັນຄວາມສະຫງົບ ໄປຜະລິດ ແລະ ຕິດໃສ່ຜະລິດຕະພັນ ຕ່າງໆ ເປັນຕົ້ນ, ໂສ້ງ, ເສື້ອໝວກ ແລະ ອື່ນໆ ແລ້ວນໍາມາຈໍາໜ່າຍໂດຍເດັດຂາດ.
2. ບໍ່ອະນຸຍາດໃຫ້ ນາຍ ແລະ ພົນຕຳຫຼວດ, ກົມ, ກອງ, ການຈັດຕັ້ງ ພາຍໃນກຳລັງ ປກສ ແລະ ບຸກຄົນ, ນິຕິບຸກ ຄົນ, ຫົວໜ່ວຍທຸລະກິດ, ນັກທຸລະກິດ, ຜູ້ປະກອບການ, ຊາວຄ້າຂາຍ ທີ່ອາໄສ ແລະ ດຳລົງຊີວິດຢູ່ ສປປ ລາວ ນໍາເອົາ ເຄື່ອງແບບຂອງກໍາລັງປ້ອງກັນຄວາມສະຫງົບ ທຸກປະເພດໄປຜະລິດ, ດັດແປງເຄື່ອງ, ຈຳໜ່າຍ ແລະ ແອບອ້າງເປັນເຈົ້າ ໜ້າທີ່ ເຮັດໃຫ້ເສຍປົດບາດ ກໍາລັງປ້ອງກັນຄວາມສະຫງົບ ເດັດຂາດ.
3. ບໍ່ອະນຸຍາດໃຫ້ ກົມ, ກອງ, ນາຍ ແລະ ພົນຕຳຫຼວດ ແລະ ການຈັດຕັ້ງ ພາຍໃນກຳລັງປ້ອງກັນຄວາມສະຫງົບ ໃນຂອບເຂດທົ່ວປະເທດ ນໍາເອົາບັນຊີ ລາຍຊື່ຂອງນາຍ ແລະ ພົນຕຳຫຼວດ ໄປຜະລິດ ຢູ່ທາງນອກ ໂດຍເດັດຂາດ (ໃຫ້ມາ ຜະລິດ ຢູ່ກົມປ້ອງກັນກຳລັງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຕາມຮູບແບບທີ່ກະຊວງປ້ອງກັນຄວາມສະຫງົບໄດ້ຕົກລົງ).
4. ຖ້າ ນາຍ ແລະ ພົນຕຳຫຼວດ, ກົມ, ກອງ, ການຈັດຕັ້ງ ພາຍໃນກຳລັງ ປກສ ແລະ ບຸກຄົນ, ນິຕິບຸກຄົນ, ຫົວ ໜ່ວຍທຸລະກິດ, ນັກທຸລະກິດ, ຜູ້ປະກອບການ, ຊາວຄ້າຂາຍ ທີ່ອາໄສ ແລະ ດຳລົງຊີວິດຢູ່ ສປປ ລາວ ຝ່າຝືນ, ລະເມີດ ຈະຖືກປະຕິບັດຕາມລະບຽບ, ກົດໝາຍ ຢ່າງເຂັ້ມງວດ.